23.5 C
Vientiane
ວັນທີ 21 February, 2026

ທີ່ອູຮັ່ນ ປະເທດຈີນ ວັນທີ 1.2.2026 ເກີດເຫດເຄນກໍ່ສ້າງຖະຫຼົ່ມສົ່ງຜົນໃຫ້ມີຜູ້ເສຍຊີວິດ 1ຄົນ ແລະ ໄດ້ຮັບບາດເຈັບ 1 ຄົນ

Must read

ທາງການນະຄອນອູ່ຮັ່ນອອກຖະແຫຼງຊີ້ແຈງເຫດເຄຣນຖະຫຼົ່ມໃສ່ລົດຍົນ ບໍລິເວນໄຊຕ່ກໍ່ສ້າງລົດໄຟຟ້າໃຕ້ດິນ ໃກ້ຖະໜົນໂຮ່ວຫູ່ ເຂດຈຽງອັນອັ້ນ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ບາດເຈັບ 1 ຄົນ

ເຫດການເກີດຂຶ້ນເວລາ 11.16 ໂມງ ວັນທີ 1 ກຸມພາ ລະຫວ່າງການຖອດຖອນເຄຣນໃນໂຄງການກໍ່ສ້າງເສັ້ນທາງເຊື່ອມລົດໄຟຟ້າສາຍທີ 12 ສະຖານີຊິນຊຸນ ຂາເຄຣນເກີດລົ້ມລົງ ກະທົບລົດຍົນທີ່ສັນຈອນຜ່ານດ້ານນອກເຂດກໍ່ສ້າງ ໄດ້ຮັບຄວາມເສຍຫາຍ 2 ຄັນ ເສຍຊີວິດ 1 ຄົນ ບາດເຈັບ 1 ຄົນ

ສຳນັກງານບໍລິຫານຈັດການເຫດສຸກເສີນນະຄອນອູ່ຮັ່ນລະບຸວ່າ ຂະນະນີ້ຢູ່ລະຫວ່າງການສອບສວນສາເຫດ ແລະ ດຳເນີນການເຍັຽວຍາຜູ້ໄດ້ຮັບຜົນກະທົບ ໂດຍຂະບວນການທັງໝົດເປັນໄປຢ່າງເປັນລະບຽບເຄັ່ງຄັດ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article