
ສຳນັກງານການບິນພົນລະເຮືອນອິນເດຍ (DGCA) ຢືນຢັນວ່າ ທ່ານ ອາຈິຕ ປາວາຣ໌ ຮອງຜູ້ວ່າການລັດມະຫາຣາສຕຣະ ເສຍຊີວິດຈາກເຫດເຮືອບິນສ່ວນຕົວປະສົບອຸບັດຕິເຫດຂະນະພະຍາຍາມລົງຈອດທີ່ສະໜາມບິນເມືອງບາຣາມາຕິ ເມື່ອເຊົ້ານີ້ເວລາປະມານ 8:45 ໂມງເຊົ້າ ວັນທີ່ 28 ມັງກອນ 2026 ຕົ້ນທາງມາຈາກມຸມໄບ.

ສາເຫດເບື້ອງຕົ້ນ DGCA ລະບຸວ່າ ເຮືອບິນຫຼຸດອອກຈາກແນວຮັນເວ ລະຫວ່າງລົງຈອດ ກ່ອນພຸ່ງຊົນຢ່າງຮຸນແຮງເຮັດໃຫ້ເກີດຄວາມເສຍຫາຍໜັກ ແລະ ບໍ່ມີຜູ້ລອດຊີວິດ. ຂະນະນີ້ຢູ່ລະຫວ່າງການສອບສວນເພີ່ມເຕີມເຖິງ ສະພາບອາກາດຂະນະເກີດເຫດ, ສະພາບສະໜາມບິນ, ສະພາບທາງເຕັກນິກຂອງເຮືອບິນ.
ຂໍ້ມູນເຮືອບິນ:
- ລຸ້ນ: Learjet 45 (ເຮືອບິນເຈັດຂະໜາດນ້ອຍ)
- ໝາຍເລກທະບຽນ: VT-SSK
- ຜູ້ໃຫ້ບໍລິການ: VSR
ຜູ້ໂດຍສານ ແລະ ລູກເຮືອບົນເຮືອ ລວມ 5 ຄົນ:
- ທ່ານອາຈິຕ ປາວາຣ໌
- ເຈົ້າໜ້າທີ່ຮັກສາຄວາມປອດໄພ (PSO) 1 ຄົນ
- ເຈົ້າໜ້າທີ່ຕິດຕາມ 1 ຄົນ
- ນັກບິນ 2 ຄົນ (ນັກບິນຫຼັກ + ຜູ້ຊ່ວຍນັກບິນ)
ທັງໝົດເສຍຊີວິດ ບໍ່ມີຜູ້ລອດຊີວິດ
ຈຸດໝາຍການເດີນທາງ ຕາມລາຍງານຂອງ ທ່ານ ອາຈິຕ ປາວາຣ໌ (Ajit Pawar) ຮອງຜູ້ວ່າການລັດມະຫາຣາສຕຣະ ກຳລັງເດີນທາງໄປເມືອງບາຣາມາຕິ ເພື່ອຂຶ້ນປາສາຍທາງການເມືອງຫຼາຍເວທີກ່ອນການເລືອກຕັ້ງທ້ອງຖິ່ນ.





