
ພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 28 ມັງກອນ 2026, ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ ປະທານປະເທດ, ມີຮອງລັດຖະມົນຕີ, ຄະນະ ພັກ-ຄະນະກົມໃຫຍ່, ຫ້ອງວ່າການ, ວິທະຍາຄານ, ກອງບັນຊາການ, ພ້ອມດ້ວຍກົມ-ກອງອ້ອມຂ້າງກະຊວງປ້ອງກັນຄວາມສະຫງົບ, ແຂກຮັບເຊີນ ແລະ ນາຍຕໍາຫຼວດຂັ້ນນໍາພາ-ບັນຊາ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນການງພັກ ຮອງນາຍົກລັດຖະມົນຕີ (ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຜູ້ເກົ່າ) ໄດ້ຜ່ານບົດສະຫຼຸບການນໍາພາ-ຊີ້ນໍາວຽກງານຮອບດ້ານ ຕະຫຼອດໄລຍະຜ່ານມາ, ເຊິ່ງມີຜົນສໍາເລັດຫຼາຍດ້ານ.

ຈາກນັ້ນ, ສະຫາຍ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ ວ່າດ້ວຍການຍົກຍ້າຍ ພະນັກງານຂັ້ນສູງໄປຮັບໜ້າທີ່ໃໝ່ ແລະ ລັດຖະດໍາລັດຂອງປະທານປະເທດ ສະບັບເລັກທີ 007/ ປປທ ວ່າດ້ວຍການຍົກຍ້າຍສະມາຊິກລັດຖະບານ; ໃນນີ້, ໄດ້ຍົກຍ້າຍ ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ ແລະ ໄດ້ຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 05/ກມສພ, ມະຕິຕົກລົງຂອງ ກົມການເມືອງສູນກາງພັກ ສະບັບເລກທີ 12/ກມສພ ແລະ ລັດຖະດໍາລັດຂອງປະທານປະເທດ ສະບັບເລກທີ 009/ປປທ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ສະຫາຍ ພົທ ວັນທອງ ກອງມະນີ ເລຂາທິການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຜູ້ໃໝ່.

ໃນພິທີ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ກໍໄດ້ມອບມະຕິຕົກລົງຂອງກົມການເມືອງສູນກາງພັກ ແລະ ລັດຖະດໍາລັດຂອງປະທານປະເທດ ໃຫ້ເລຂາຄະນະບໍລິງານພັກກະຊວງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຜູ້ເກົ່າ ແລະ ຜູ້ໃໝ່ ພ້ອມທັງເຊັນບົດບັນທຶກ ມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງປ້ອງກັນຄວາມສະ ຫງົບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ.











ພາບ-ຂ່າວ: ແກ້ວ ອຸເພັດ




