28.8 C
Vientiane
ວັນທີ 21 February, 2026

ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ລົງຕິດຕາມເບິ່ງໂຄງການກໍ່ສ້າງທາງເບຕົງບ້ານສະພານເໜືອ

Must read

ໃນຕອນບ່າຍຂອງວັນທີ 27 ມັງກອນ 2026ນີ້, ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ໄດ້ ລົງຕິດຕາມຊຸກຍູ້ເບິ່ງການກໍ່ສ້າງ ເສັ້ນທາງປູເບຕົງລະຫວ່າງ4ແຍກພັດສະປອດຫາ 3 ແຍກສະໜາມບິນແລະ ຮ່ວມຕິດຕາມ ທ່ານ ຮອງປະທານຄະນະກຳມະການປົກຄອງແຂວງຄັ້ງນີ້ ມີທ່ານ ບຸນສີ ຂຸນນະເສນ ປະທານຄະນະກຳມະການປົກຄອງນະຄອນ ໄກສອນ ພົມວິຫານ,ມີຫົວໜ້າຫ້ອງວ່າການນະຄອນ, ຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງ ນະຄອນ,ພ້ອມດ້ວຍນາຍບ້ານໆບ້ານສະພານເໜືອ ແລະ ບໍລິສັດຜູ່ຮັບເໜົາການກໍ່ສ້າງທາງ ເຂົ້າຮ່ວມ

ໂຄງການກໍ່ສ້າງເສັ້ນທາງປູເບຕົງລະຫວ່າງ4ແຍກພັດສະປອດຫາ 3 ແຍກສະໜາມບິນ,ມີຄວາມຍາວ 760ແມັດ ,ໜ້າທາງກວ້າງ 06 ແມັດ ແລະ ເສັ້ນທາງບ້ານພານເໜືອ ຫາ 4 ແຍກ ພັດສະປອດ,ມີຄວາມຍາວ 520 ແມັດ,ກວ້າງ 5 ແມັດ.ໂດຍແມ່ນບໍລິສັດ ມຸກມະນີກໍ່ສ້າງ ຈຳກັດຜູ້ດຽວ (ເປັນຜູ້ຮັບເໜົາການກໍ່ສ້າງທາງເບຕົງ)ແລະຈະໃຫ້ໄດ້ມາດຕະຖານເຕັກນິກ ຂອງຫ້ອງການ ຍທຂ ນະຄອນ ໄກສອນ ພົມວິຫານ ເພື່ອໃຫ້ໄດ້ ມີການພັດ ທະນາດ້ານພື້ນຖານ ໂຄງລ່າງຂອງບ້ານເປັນຕົ້ນກໍແມ່ນເສັ້ນທາງທ່ຽວໃຫ້ມີຄວາມສະດວກສະບາຍ, ສຳລັບທຶນຮອນເຂົ້າໃນການກໍ່ສ້າງແມ່ນໄດ້ຈາກຫຼາຍພາກສ່ວນຄື:ໄດ້ຈາກງົບປະມານຂອງແຂວງ,ນະຄອນ ແລະທຶນການລະດົມຂອງພໍ່ແມ່ປະຊາຊົນ ຈຳນວນໜຶ່ງ.

ໃນໂອກາດທີ່ທ່ານ ຮອງປະທານຄະນະກຳມະການປົກຄອງແຂວງໄດ້ລົງມາຕິດຕາມເບິ່ງການ ກໍ່ສ້າງເສັ້ນທາງປູເບຕົງ ກໍ່ໄດ້ ຍ້ອງຍໍຊົມເຊີຍທຸກພາກສ່ວນທີ່ມີ ຄວາມຕັດສິນໃຈສູງມີຄວາມສາ ມັກຄີໜັກແໜ້ນ ໃນການພັດທະນາ ພ້ອມນັ້ນໃຫ້ອຳນາດການປົກ ຄອງທຸກຂັ້ນຕ້ອງໄດ້ເອົາໃຈໃສ່ ຕໍ່ການນຳພາຈັດຕັ້ງປະຕິບັດ ສ້າງຄວາມເຂົ້າໃຈອັນຖືກຕ້ອງໃຫ້ປະຊາຊົນ ແລະໃນນັ້ນ ທ່ານ ກ່ໍຍັງໄດ້ເນັ້ນໜັກໃຫ້ຫ້ອງການ ຍທຂ ແລະ ບໍລິສັດຜູ້ຮັບເໜົາ ເອົາໃຈໃສ່ເບິ່ງ ຄືນຢ່າງລະອຽດໃນການກໍ່ສ້າງໃຫ້ໄດ້ຮັບປະກັນທົນທານນຳໃຊ້ໄດ້ຢ່າງຍາວນານ

ທີ່ມາ:ຫ້ອງການ ຖະແຫລ່ງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນ ໄກສອນ ພົມວິຫານ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article