28.8 C
Vientiane
ວັນທີ 21 February, 2026

ADB ອະນຸມັດເງິນ 149 ລ້ານໂດລາ ເພື່ອຊຸກຍູ້ ການເຕີບໂຕເສດຖະກິດທີ່ຮອບດ້ານ ແລະ ຍືນຍົງໃນ ສປປ ລາວ.

Must read

ຂປລ. ໃນປີ 2025 ທະນາຄານພັດທະນາອາຊີ (ADB) ໄດ້ອະນຸມັດທຶນມູນຄ່າ 149 ລ້ານໂດລາສະຫະລັດ ໃຫ້ແກ່ ລັດຖະບານລາວ ສໍາລັບ 4 ໂຄງການ ເພື່ອສະໜັບສະໜູນບຸລິມະສິດການພັດ ທະນາເສດຖະກິດ-ສັງຄົມ ຂອງປະເທດ ໂດຍສະເພາະ ການລົງທຶນໃນຂົງເຂດກະສິກຳ, ສາທາລະນະສຸກ, ສຶກສາ ແລະ ປ່າໄມ້ ໂດຍສຸມໃສ່ການປັບຕົວເຂົ້າກັບສະພາບການປ່ຽນແປງດິນຟ້າອາກາດ, ການພັດທະນາຊັບພະຍາກອນມະນຸດ, ການດໍາລົງຊີວິດແບບຍືນຍົງ ແລະ ການມີສ່ວນຮ່ວມຂອງພາກເອ ກະຊົນ.

ທ່ານ ນາງ ແຊນນີ ແຄ້ມແບລ ຫົວໜ້າຫ້ອງການ ADB ປະຈໍາ ລາວ ໄດ້ໃຫ້ຮູ້ວ່າ: ADB ກໍາລັງສະໜັບສະໜູນວາລະການພັດທະນາຂອງລັດຖະບານ ສປປ ລາວ ເພື່ອສົ່ງມອບການເຕີບໂຕແບບທຸກຄົນມີສ່ວນຮ່ວມ ແລະ ການພັດທະນາທີ່ທົນທານຕໍ່ສະພາບການປ່ຽນແປງດິນຟ້າອາກາດ ໃນທົ່ວປະເທດ ດ້ວຍການປັບປຸງລະບົບອາຫານ ແລະ ກະສິກຳ, ການດູແລສຸຂະພາບຂັ້ນພື້ນຖານ, ການພັດ ທະນາທັກສະສໍາລັບເສດຖະກິດສີຂຽວ ແລະ ການຄຸ້ມຄອງປ່າໄມ້ທີ່ມີຄວາມຮັບຜິດຊອບ.

ສໍາລັບ 4 ໂຄງການດັ່ງກ່າວ, ປະກອບມີ: ໂຄງການລະບົບອາຫານ ແລະ ກະສິກຳ ທີ່ຍືນຍົງມູນຄ່າ 63 ລ້ານໂດລາສະຫະລັດ ມີເປົ້າໝາຍແນໃສ່ສ້າງຄວາມເຂັ້ມແຂງ ແກ່ລະບົບອາຫານ ແລະ ກະສິ ກຳທີ່ມີຄວາມທົນທານຕໍ່ສະພາບການປ່ຽນແປງດິນຟ້າອາກາດ ແລະ ມີຄວາມສາມາດແຂ່ງຂັນໃນ ສປປ ລາວ. ໂຄງການດັ່ງກ່າວ, ຈະຊ່ວຍປັບປຸງຄວາມໝັ້ນຄົງທາງດ້ານສະບຽງອາຫານ, ໂພຊະນາການ ແລະ ລາຍຮັບຂອງຊຸມຊົນທີ່ມີຄວາມບອບບາງ ດ້ວຍການຂະຫຍາຍການເຂົ້າເຖິງການບໍລິການທາງການເງິນ, ສະໜັບສະໜູນທາງດ້ານການເງິນ ຕິດພັນກັບຄວາມທົນທານຕໍ່ສະພາບການປ່ຽນແປງດິນຟ້າອາກາດ, ພັດທະນາຕ່ອງໂສ້ມູນຄ່າ, ເພີ່ມທະວີຂີດຄວາມສາມາດການບໍລິການຂອງຫ້ອງ ປະຕິບັດການດ້ານຄວາມປອດໄພອາຫານ ແລະ ປັບປຸງລະບົບຊົນລະປະທານ ພ້ອມທັງ ເສັ້ນທາງຄົມມະນາຄົມເຊື່ອມຕໍ່ໃນເຂດຊົນນະບົດ. ການດໍາເນີນງານໂຄງການຈະສຸມໃສ່ 6 ແຂວງເປົ້າໝາຍ ຊຶ່ງປະກອບມີ: ແຂວງຈຳປາສັກ, ສາລະວັນ, ເຊກອງ, ຫົວພັນ, ຜົ້ງສາລີ ແລະ ແຂວງໄຊຍະບູລີ ດ້ວຍການສະໜັບສະໜູນແບບມຸ່ງເປົ້າໃສ່ສິນຄ້າມູນຄ່າສູງ ເຊັ່ນ: ໄມ້ໄຜ່, ກາເຟ, ທຸລຽນ, ຊາ ແລະ ການປູກມັນຕົ້ນແບບຍືນຍົງ ເພື່ອເພີ່ມມູນຄ່າ ແລະ ທ່າແຮງໃນການສົ່ງອອກ; ໂຄງການການບໍລິການສຸຂະພາບຂັ້ນຕົ້ນ ຕາມທິດສີຂຽວມູນຄ່າ 40 ລ້ານໂດລາສະຫະລັດ ມີເປົ້າໝາຍແນໃສ່ສ້າງຄວາມເຂັ້ມແຂງດ້ານການບໍລິການສາທາລະນະສຸກຂັ້ນພື້ນຖານທີ່ມີຄວາມທົນທານຕໍ່ສະພາບການປ່ຽນດິນຟ້າອາກາດໃນທົ່ວ ສປປ ລາວ, ໂຄງການນີ້ຈະດໍາເນີນການຍົກລະດັບ ແລະ ຈັດຫາອຸປະກອນໃຫ້ແກ່ສະຖານບໍລິການດູແລຮັກສາສຸ ຂະພາບ, ສະໜອງລະບົບນໍ້າປະປາ ທີ່ມີຄວາມທົນທານຕໍ່ສະພາບການປ່ຽນແປງດິນຟ້າອາກາດ, ຝຶກອົບຮົມພະນັກງານສາທາລະນະສຸກ ເພື່ອຮັບປະກັນຄວາມຕໍ່ເນື່ອງຂອງການໃຫ້ບໍລິການ ໂດຍສະເພາະໃນສະພາບທີ່ອາດຈະເກີດຂຶ້ນຢ່າງກະທັນຫັນ ຈາກສະພາບການປ່ຽນແປງດິນຟ້າອາກາດ ແລະ ສະໜັບສະໜູນການປັບຕົວຕໍ່ສະພາບການປ່ຽນແປງດິນຟ້າອາກາດ ໂດຍຊຸມຊົນເປັນຜູ້ນໍາພາ.

ໂຄງການກວມເອົາ 51 ເມືອງ. ໃນນັ້ນ, ລວມທັງ 14 ເມືອງທີ່ມີຄວາມສ່ຽງສູງ ຕໍ່ສະພາບການປ່ຽນແປງດິນຟ້າອາກາດໃນ 5 ແຂວງເປົ້າໝາຍ ຄື: ແຂວງຈຳປາສັກ, ຫລວງພະບາງ, ອຸດົມໄຊ, ສະຫວັນນະເຂດ ແລະ ແຂວງຊຽງຂວາງ ດ້ວຍການຊ່ວຍຮັບປະກັນຄວາມຄືບໜ້າຂອງປະເທດ ໃນການບັນລຸເປົ້າໝາຍການປະກັນສຸຂະພາບທົ່ວປວງຊົນ. ໂຄງການລົງທຶນນີ້, ນັບເປັນກ້າວທີ່ສໍາຄັນ ໃນການສ້າງລະບົບດູແລຮັກສາສຸຂະ ພາບທີ່ມີຄວາມທົນທານສູງ ແລະ ສາມາດຮັບມືກັບການເພີ່ມຂຶ້ນຂອງຄວາມສ່ຽງຕໍ່ສະພາບການປ່ຽນ ແປງດິນຟ້າອາກາດ; ໂຄງການສົ່ງເສີມທັກສະສີມື ເພື່ອການພັດທະນາເສດຖະກິດແບບມີສ່ວນຮ່ວມ ມູນຄ່າ 36 ລ້ານໂດລາສະຫະລັດ ມີເປົ້າໝາຍແນໃສ່ປັບປຸງການສຶກສາ ແລະ ການຝຶກອົບຮົມວິຊາຊີບໃຫ້ທັນສະໄໝໃນ ສປປ ລາວ ເພື່ອຕອບສະໜອງຕາມຄວາມຕ້ອງການທີ່ມີເພີ່ມຂຶ້ນຂອງຕະຫລາດແຮງງານດ້ານວຽກສີຂຽວ. ໂຄງການນີ້, ຈະດໍາເນີນການປັບປຸງຫລັກສູດ, ແນະນໍາຫລັກສູດໃໝ່ໃນການບຳລຸງຮັກສາລົດໄຟຟ້າ, ເຕັກໂນໂລຊີຂໍ້ມູນ ແລະ ການສື່ສານ (ICT), ພ້ອມທັງທັກສະໄຟຟ້າອຸດ ສາຫະກຳ, ການເພີ່ມທະວີຄວາມຮ່ວມມືລະຫວ່າງໂຮງຮຽນ ແລະ ພາກທຸລະກິດ, ຂະຫຍາຍຫລັກສູດຝຶກອົບຮົມໄລຍະສັ້ນ ແລະ ຍົກລະດັບທັກສະຂອງຄູ-ອາຈານ. ໂຄງການຈະດໍາເນີນການຍົກລະດັບໂຮງຮຽນວິຊາຊີບຈໍານວນ 11 ແຫ່ງ, ແນະນໍາອຸປະກອນທີ່ປະຢັດພະລັງງານ ແລະ ປັບປຸງຫໍພັກນັກສຶກສາສໍາລັບນັກຮຽນຍິງ ທີ່ມາຈາກເຂດຊົນນະບົດ. ນອກຈາກນັ້ນ, ໂຄງການຍັງຈະຊ່ວຍເພີ່ມໂອກາດແກ່ການຈ້າງງານ ໂດຍສະເພາະສໍາລັບໄວໜຸ່ມຍິງ ປັບປຸງຄວາມພ້ອມໃນການເຂົ້າສູ່ຕະຫລາດແຮງງານ ແລະ ເພີ່ມທະວີການສ້າງລະບົບທັກສະກ່ຽວກັບດ້ານ ຄວາມທົນທານຕໍ່ກັບສະພາບການປ່ຽນແປງດິນຟ້າອາກາດ ແລະ ແບບສ່ວນຮ່ວມ; ໂຄງການຮັບຜິດຊອບປ່າໄມ້ ໄລຍະ 1 ມູນຄ່າ 10 ລ້ານໂດລາສະ ຫະລັດ ແນໃສ່ທົດລອງຮູບແບບການຮ່ວມມືແບບໃໝ່ ລະຫວ່າງພາກລັດ, ນັກລົງທຶນພາກເອກະຊົນ ແລະ ຊຸມຊົນ ເພື່ອສະໜັບສະໜູນການປູກປ່າແບບຍືນຍົງ ແລະ ການອະນຸລັກລະບົບຊີວະນາໆພັນ ໄປພ້ອມກັບການສຶກສາວິເຄາະ ແລະ ການສຶກສາຄວາມເປັນໄປໄດ້ສໍາລັບໂຄງການໄລຍະ II ຕະຫລອດ ຮອດການສ້າງຂີດຄວາມສາມາດ. ໂຄງການຈະໄດ້ຈັດຕັ້ງປະຕິບັດໃນແຂວງບໍລິຄໍາໄຊ, ຄໍາມ່ວນ ແລະ ນະຄອນຫລວງວຽງຈັນ ໂດຍມີເປົ້າໝາຍສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງປ່າໄມ້ ແລະ ຄວາມທົນທານຕໍ່ສະພາບການປ່ຽນແປງດິນຟ້າອາກາດ, ວາງພື້ນຖານສໍາລັບ ການລົງທຶນມີຄວາມຮັບຮັບຜິດ ຊອບຈາກພາກເອກະຊົນ ແລະ ປັບປຸງຊີວິດການເປັນຢູ່ຂອງຊຸມຊົນ ທີ່ເພິ່ງພາປ່າໄມ້ ໂດຍສະເພາະແມ່ຍິງ.

ທ່ານ ນາງ ແຊນນີ ແຄ້ມແບລ ຍັງໃຫ້ຮູ້ອີກວ່າ: ໃນປີ 2026 ນີ້, ເປັນປີທີ່ພວກເຮົາຈະຮ່ວມສະເຫລີມສະຫລອງຄົບຮອບ 60 ປີ ແຫ່ງການຮ່ວມມືລະຫວ່າງ ADB ແລະ ສປປ ລາວ. ADB ມີຄວາມມຸ່ງໝັ້ນທີ່ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດຫລາຍຂຶ້ນກັບລັດຖະບານ ໂດຍຜ່ານກະຊວງ ແລະ ໜ່ວຍງານຕ່າງໆ, ບັນດາຄູ່ຮ່ວມພັດທະນາ ແລະ ຜູ້ມີສ່ວນຮ່ວມພັດທະນາຕ່າງໆ ເພື່ອເຮັດໃຫ້ ໂຄງ ການລົງທຶນມີຄຸນນະພາບສູງ ແລະ ສ້າງຜົນກະທົບທີ່ຢືນຍາວ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article