ທ່ານ ບຸນທະນົງສັກ ເທບພະລັກ ຫົວໜ້າດ່ານພາສີສາກົນ ຂົວມິດຕະພາບ 3 ໄດ້ລາຍງານໃນການຈັດຕັ້ງປະຕິບັດການເກັບລາຍຮັບ ໃນປີຜ່ານມາ ແລະ ແຜນປີ 2026 ເມື່ອບໍ່ດົນມານີ້ວ່າ: ໃນປີ 2025 ທີ່ຜ່ານມາ, ຕາມແຜນການຈັດເກັບລາຍຮັບຂອງດ່ານພາສີສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 3 (ຄໍາມ່ວນ-ນະຄອນພະນົມ) ແມ່ນ 805 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດສາມາດຈັດເກັບລາຍຮັບໄດ້ທັງໝົດ 1.113 ຕື້ກີບ ເທົ່າກັບ 138,35% ຂອງແຜນການປີ, ລື່ນແຜນການ 308 ຕື້ກີບ, ສ່ວນສິນຄ້າຫລັກທີ່ເຮັດໃຫ້ສາມາດການຈັດເກັບລາຍຮັບໄດ້ລື່ນແຜນ ປະກອບມີ: ປະເພດສິນຄ້ານໍາເຂົ້າ ເພື່ອການໃຊ້ສອຍພາຍໃນແຂວງຄື: ເຄື່ອງອຸປະໂພກ-ບໍລິໂພກ, ນໍ້າມັນເຊື້ອໄຟ ລວມມູນຄ່າ 273 ລ້ານໂດລາສະຫະລັດ, ທຽບໃສ່ປີ 2024 ເພີ່ມຂຶ້ນ 191,42%, ສິນຄ້ານໍາເຂົ້າເພື່ອສົ່ງອອກ ປະເພດກະທິງແດງ, ສັດມີຊີວິດ ແລະ ອື່ນໆ ລວມມູນຄ່າ 359 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 25%, ປະເພດໝາກໄມ້ ລວມມູນຄ່າ 793 ໂດລາສະຫະລັດ, ເພີ່ມຂຶ້ນ 39,24%.
ທ່ານ ບຸນທະນົງສັກ ໄດ້ກ່າວຕື່ມວ່າ: ແຜນໃນປີ 2026 ນີ້ແມ່ນເກັບໃຫ້ໄດ້ 1.230 ຕື້ກີບ, ທຽບໃສ່ປີ 2025 ເພີ່ມຂຶ້ນ 425 ຕື້ກວ່າກີບ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຈັດເກັບລາຍຮັບ ໃຫ້ບັນລຸຕາມແຜນການ ດ່ານພາສີສາກົນຂົວມິດຕະພາບ 3 ຕ້ອງໄດ້ສືບຕໍ່ ປະສານງານກັບຜູ້ພັດທະນາສາງ ທ່າບົກ-ທ່ານາແລ້ງ ໃຫ້ຂຸ້ນຂ້ຽວພັດທະນາວຽກງານຂອງຕົນໃຫ້ສຳເລັດໂດຍໄວ, ເລັ່ງໃຫ້ຜູ້ພັດທະນາລະບົບ ອີຊີພັສ ທີ່ເຮັດໜ້າທີ່ເກັບຄ່າທຳນຽມ ແລະ ຄ່າບໍລິການຢູ່ດ່ານ ໃຫ້ປັບປຸງເຄື່ອງມືອຸປະກອນ ແລະ ປັບປຸງລະບົບ ໃຫ້ສາມາດນໍາໃຊ້ໄດ້ຢ່າງສະດວກດີຂຶ້ນກວ່າເກົ່າ.




