
ຂປລ. ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ແຂວງຄຳມ່ວນ ລະຫວ່າງ ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນ (ຜູ້ເກົ່າ) ແລະ ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ມັງກອນ 2026 ທີ່ແຂວງຄຳມ່ວນ, ເພື່ອສືບຕໍ່ນໍາພາ-ຊີ້ນຳ ວຽກງານຕາມການຈັດຕັ້ງພັກ-ລັດມອບໝາຍໃຫ້ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົອ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ, ຄະນະປະທານສະພາປະຊາຊົນແຂວງ, ບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວຫນ້າພະແນກການ, ກອງບັນຊາການ ປກຊ-ປກສ ແຂວງ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍອະດີດການນຳຂັ້ນສູງ ແລະ ພະນັກງານຫລັກແຫລ່ງພາຍໃນແຂວງເຂົ້າຮ່ວມ.

ໃນພິທີ, ສະຫາຍ ສຸລິຍາ ພົມມີສີດ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ຜ່ານບັນດານິຕິກຳຕ່າງໆ ໂດຍສະເພາະ ເອກະສານວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ເປັນຕົ້ນ ຄຳສັ່ງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 031/ກມສພ, ລົງວັນທີ 3 ມັງກອນ 2026 ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງ ໄປຮັບໜ້າທີ່ໃໝ່ ໂດຍຍົກຍ້າຍສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ຢູ່ຄະນະກວດກາສູນກາງພັກ. ພ້ອມດຽວກັນນີ້, ຍັງໄດ້ຜ່ານ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 13/ຄລສພ ລົງວັນທີ 16 ມັງກອນ 2026 ວ່າດ້ວຍການແຕ່ງຕັ້ງກຳມະການຄະນະພັກ ໂດຍແຕ່ງຕັ້ງ ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກແຂວງຄຳມ່ວນ (ຜູ້ໃໝ່).

ໃນໂອກາດດັ່ງກ່າວ, ສະຫາຍ ພົອ ວິໄລ ຫລ້າຄຳຟອງ ກໍໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີດັ່ງກ່າວ, ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ການນໍາພາ-ຊີ້ນຳຂອງຄະນະພັກ, ຄະນະນຳແຂວງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຜ່ານມາ, ຊຶ່ງໄດ້ພ້ອມກັບໝູ່ຄະນະ ແລະ ພະນັກງານ, ລັດຖະກອນ ບຸກບືນສູ້ຊົນ, ສຸມສະຕິປັນຍາ, ເຫື່ອແຮງ, ຜ່ານຜ່າຄວາມຫຍຸ້ງຍາກເຮັດສຳເລັດໜ້າທີ່ການເມືອງ ອັນມີກຽດ. ພ້ອມທັງຍັງຊີ້ໃຫ້ເຫັນການຍົກຍ້າຍ, ແຕ່ງຕັ້ງຂອງການນຳຂັ້ນສູງ ແມ່ນການປັບປຸງກົງຈັກການຈັດຕັ້ງ ໃຫ້ສາມາດຮັບປະກັນໜ້າທີ່ວຽກງານ ບົນພື້ນຖານການຕົກລົງເປັນເອກະພາບເຫັນດີຈາກສູນກາງພັກ, ລັດຖະບານ ທີ່ຕ້ອງປະຕິບັດຢ່າງເຂັ້ມງວດ ພ້ອມທັງໄດ້ຊີ້ນໍາໃຫ້ຜູ້ທີ່ຮັບການແຕ່ງຕັ້ງໃໝ່ ແລະ ຜູ້ທີ່ຖືກຍົກຍ້າຍ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງ ເພື່ອເຮັດຫລ້ອນໜ້າທີ່ ພັກ-ລັດ ມອບໝາຍໃຫ້, ເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດໜ້າທີ່ຂອງຕົນ ຕາມນະໂຍບາຍ, ລັດຖະທໍາມະນູນ ແລະ ກົດໝາຍຂອງລັດຢ່າງເຄັ່ງຄັດ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ແລະ ນໍາພາການເຄື່ອນໄຫວວຽກງານ ຕາມຫລັກການຂອງພັກ ຢ່າງເຂັ້ມງວດ ເພື່ອເຮັດໃຫ້ແຂວງມີການພັດທະນາ, ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.




