ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້ຢູ່ປະເທດປາຣາກວາຍ, ສະຫະພາບ ເອີຣົບ (ອີຢູ) ແລະ ກຸ່ມຕະຫຼາດລວມ ອາເມຣິກາໃຕ້ (Mercosur) ໄດ້ລົງນາມສັນຍາຄູຮ່ວມມື (EU–Mercosur Partnership Agreement – EMPA) ແລະ ສັນຍາການຄ້າຊົ່ວຄາວ (Interim Trade Agreement – iTA) ຢ່າງເປັນທາງການ, ສ້າງຂີດໝາຍປະຫວັດສາດໃນການພົວພັນລະຫວ່າງ 2 ພາກພື້ນ ພາຍຫຼັງທີ່ດຳເນີນການເຈລະຈາມາເປັນເວລາກວ່າ 25 ປີ.
ທ່ານນາງ ເອີຊູຣາ ວອນເດີ ເລເຢນ ປະທານຄະນະກຳມະການເອີຣົບ (EC) ກ່າວວ່າ: ໃນສະພາບການໂລກທີ່ພວມປະເຊີນໜ້າກັບການຜັນແປຫຼາຍຢ່າງ ແລະ ທ່າອ່ຽງແບ່ງແຍກເພີ່ມຂຶ້ນ, ຂໍ້ຕົກລົງນີ້ສະແດງໃຫ້ເຫັນຍຸດທະສາດຂອງ ອີຢູ ແລະ Mercosur ໃນການເພີ່ມທະວີການຮ່ວມມື, ປັບປຸງລັດທິຫຼາຍຝ່າຍ ແລະ ຄວາມເປັນລະບຽບຮຽບຮ້ອຍສາກົນໂດຍອີງໃສ່ກົດໝາຍ. ທາງດ້ານເສດຖະກິດ, ຕາມບັນດາຄຳໝັ້ນສັນຍາທີ່ບັນລຸໄດ້, ສັນຍາ ອີຢູ – Mercosur ຈະສ້າງເປັນໜຶ່ງໃນບັນດາເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກ.




