18.8 C
Vientiane
ວັນທີ 22 January, 2026

ແຂວງຈໍາປາສັກ ໄດ້ຮັບຜູ້ຖືກຫາຈາກພ້ອມເຄື່ອງຂອງກາງເພື່ອມາລົງໂທດຕາມລະບຽບກົດໝາຍ

Must read

ອີງຕາມການລາຍງານຂອງເຈົ້າໜ້າທີ່ ພະແນກຕຳຫຼວດສະກັດກັ້ນແລະຕ້ານຢາເສບຕິດແຂວງຈໍາປາສັກໃຫ້ຮູ້ວ່າ:ໃນຄັ້ງໃນຄັ້ງວັນທີ 04 ມັງກອນ 2026 ເວລາ 23 ໂມງ 38 ນາທີ ເຈົ້າໜ້າທີ່ພະແນກຕຳຫຼວດສະກັດ ກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໄດ້ຮັບຜູ້ຖືກຫາຈາກ ກອງພັນປ້ອງກັນເຄື່ອນທີ ຈຳນວນ 01 ລາຍ 01 ຄົນຍິງ 01 ຄົນ ຊື່ ນາງ ຂັນທະໄລ ເທບພູວັນ (ກີ້) ອາຍຸ 23 ປີ ສັນຊາດລາວ ອາຊີບຄ້າຂາຍ ຢູ່ບ້ານຫຼັກເມືອງ ນະຄອນປາກເຊ ແຂວງຈຳປາສັກ ພ້ອມເຄື່ອງຂອງກາງ ແລະ ເຄື່ອງຂອງຕິດຕົວ ມີຄໍລາເຈນ 12 ຊອງ .

ໃນຄັ້ງວັນທີ 05 ມັງກອນ ປີ 2026 ເວລາ 23 ໂມງ 50 ນາທີ ເຈົ້າໜ້າທີ່ພະແນກຕຳຫຼວດສະກັດ ກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໄດ້ຮັບຜູ້ຕ້ອງຫາຈາກກອງພັນປ້ອງກັນເຄື່ອນທີ ຈຳນວນ 01 ລາຍ 01 ຄົນ ຊື່ທ້າວ ບຸນໂນ (ໂລ່) ອາຍຸ 33 ປີສັນຊາດລາວ ຊາວສວນ ບ້ານສະໝໍລຽບ ເມືອງໂພນທອງ ແຂວງຈຳປາສັກ ພ້ອມເຄື່ອງຂອງກາງ ແລະ ເຄື່ອງຂອງຕິດຕົວຢາບ້າ 177 ເມັດ ແລະ ໃນຄັ້ງວັນທີ 06 ມັງກອນ 2026 ເວລາປະມານ 23 ໂມງ 50 ນາທີ ເຈົ້າໜ້າທີ່ພະແນກຕຳຫຼວດສະກັດ ກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໄດ້ຮັບຜູ້ຖືກຫາຈາກ ກອງພັນປ້ອງກັນເຄື່ອນທີ ຈຳນວນ 01 ລາຍ 01 ຄົນ.

ຊື່ທ້າວວິລະພົນ (ໃຫ່ຍ) ອາຍຸ 35 ປີ ສັນຊາດລາວ ກຳມະກອນ ບ້ານຈັດສັນ ນະຄອນປາກເຊ ແຂວງຈໍາປາສັກ ພ້ອມເຄື່ອງຂອງກາງ(ຢາບ້າ) 135 ເມັດ ໂທລະສັບ ຍີ່ຫໍ້ ອອບໂປ້ ສີຟ້າ ຈຳນວນ 01 ໜ່ວຍ ສ່ວນຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນດຳເນີນການສືບສວນ ສອບສວນຂອງເຈົ້າໜ້າທີວິຊາສະເພາະ ເພື່ອຊອກຫາຜູ້ຮ່ວມຂະບວນການ ມາລົງໂທດຕາມລະບຽບກົດໝາຍ.


ທີ່ມາ: ຄວາມສະຫງົບ Lao Security News 

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article