18.8 C
Vientiane
ວັນທີ 22 January, 2026

ເກີດໄວຣັລ (viral) ຈາກຕ່າງປະເທດເມື່ອພັດສະດຸທີ່ສັ່ງມາຮອດຊ້າເຖິງ 16 ປີ ! ຈົນລືມໄປແລ້ວວ່າເຄີຍສັ່ງ.

Must read

ພັດສະດຸມາຮອດຊ້າ 16 ປີ ຮ້ານຂາຍມືຖືໃນລີເບຍ ຫາກໍ່ໄດ້ຮັບພັດສະດຸມືຖື Nokia ທີ່ສັ່ງໄວ້ຕັ້ງແຕ່ປີ 2010

ສາເຫດທີ່ພັດສະດຸມາຮອດຊ້າ ແມ່ນຍ້ອນສົງຄາມກາງເມືອງທີ່ປະທຸຂຶ້ນໃນປີ 2011 ເຮັດໃຫ້ລະບົບໂລຈິສຕິກ, ສຸນລະກາກອນ ແລະ ໂຄງສ້າງພື້ນຖານຂອງປະເທດພັງທະລາຍ ພັດສະດຸຈຶ່ງຖືກທິ້ງຄ້າງຢູ່ໃນໂກດັງເປັນເວລາດົນນານ.ເຈົ້າຂອງຮ້ານກໍບໍ່ສາມາດອົດຫົວບໍ່ໄໄດ້ ເມື່ອເປີດກ່ອງພັດສະດຸພົບໂທລະສັບ ລາວເວົ້າຕິດຕະຫຼົກວ່າ “ນີ້ມັນໂທລະສັບຫຼືວັດຖຸບູຮານກັນແທ້?” ສິນຄ້າທີ່ສົ່ງມານັ້ນລວມເຖິງລຸ້ນລະດັບໄຮເອນຂອງຍຸກນັ້ນ ເຊັ່ນ: ໂທລະສັບລຸ້ນ “Music-edition” ແລະ Nokia Communicator ເຊິ່ງຄັ້ງໜຶ່ງເຄີຍເປັນສັນຍາລັກຂອງຊົນຊັ້ນສູງ ແຕ່ປັດຈຸບັນລ້າສະໄໝທາງດ້ານເຕັກໂນໂລຊີແລ້ວ

ຄລິບການເປີດກ່ອງຖືກແຊຣ່ຈົນໄວຣັລ ຊາວເນັດບາງສ່ວນເຫັນວ່າເຖິງແມ່ນຈະລ້າສະໄໝ ແຕ່ອາດມີມູນຄ່າສູງໃນຕະຫຼາດນັກສະສົມ ເພາະເປັນຂອງຫາຍາກ ແລະ (ບໍ່ມີ GPS ຕິດຕາມ ເໝາະກັບຍຸກປັດຈຸບັນ) ອາດຂາຍໄດ້ກຳໄລຫຼາຍຖ້າຂາຍໃນອາເມລິກາທີ່ໜ້າຕະຫຼົກແມ່ນວ່າທັງຜູ້ສົ່ງ ແລະ ຜູ້ຮັບຢູ່ໃກ້ກັນໃນນະຄອນຕຣີໂປລີພຽງແຕ່ໄມ່ກີ່ກິໂລແມັດ ແຕ່ໃຊ້ເວລາ 16 ປີກວ່າຈຶ່ງຈະເຖິງຈາກສົງຄາມກາງເມືອງໃນລີເບຍຕັ້ງແຕ່ປີ 2011 ເຮັດໃຫ້ລະບົບໂລຈິສຕິກ, ໂຄງສ້າງພື້ນຖານ ແລະ ສຸນລະກາກອນພັງທະລາຍ ພັດສະດຸຕິດຄ້າງຢູ່ໃນໂກດັງ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article