18 C
Vientiane
ວັນທີ 13 January, 2026

ໄລຍະ 5 ປີ ຜ່ານມາ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໄດ້ສຸມກຳລັງລົງກໍ່ສ້າງຮາກຖານປະຕິບັດແຜນການກໍ່ສ້າງເຂດແນວຫລັງຍຸດທະສາດ

Must read

ຂປລ. ໄລຍະ 5 ປີ ຜ່ານມາ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໄດ້ສຸມກຳລັງລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ ຢູ່ເຂດຫ່າງໄກສອກຫລີກ, ເຂດຊາຍແດນ ແລະ ເຂດຈຸດສຸມທີ່ຫລໍ່ແຫລມ, ຈັດຕັ້ງປະຕິບັດແຜນການກໍ່ສ້າງເຂດແນວຫລັງຍຸດທະສາດ ຕິດພັນກັບການພັດທະນາກຸ່ມບ້ານລຽບຕາມຊາຍແດນ ທາງທິດແນວຫລັງຍຸດທະສາດຢ່າງມີຈຸດສຸມ ແລະ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້. ພ້ອມທັງ, ສຸມໃສ່ຈັດຕັ້ງປະຕິບັດໂຄງການກໍ່ສ້າງ ທ່າສະໜາມປ້ອງກັນຊາດຈໍານວນໜຶ່ງ, ສົມທົບກັບບັນດາຂະແໜງການຂັ້ນສູນກາງ, ອົງການປົກຄອງ ທ້ອງ ຖິ່ນວາງແຜນພັດທະນາເສດຖະກິດ-ສັງຄົມຢູ່ໃນແຕ່ລະທິດ, ບໍລິເວນຍຸດທະສາດທີ່ສໍາຄັນ ເພື່ອຮັບປະ ກັນສົມທົບແໜ້ນ ລະຫວ່າງການພັດທະນາເສດຖະກິດ-ສັງຄົມ ກັບວຽກງານ ປກຊ-ປກສ (ພັດທະນາເສດຖະກິດ ເພື່ອສ້າງຄວາມເຂັ້ມແຂງໃຫ້ວຽກງານ ປກຊ-ປກສ).

ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕາງໜ້າຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໄດ້ລາຍງານໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເມື່ອບໍ່ດົນນີ້ວ່າ: ຕະຫລອດໄລຍະ 5 ປີ ຜ່ານມາ ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ດ້ວຍຄວາມຮັບຜິດຊອບສູງ, ສາມາດເຮັດສຳເລັດໜ້າທີ່ການເມືອງຂອງຕົນຢ່າງໜ້າເພິ່ງພໍໃຈ, ເຖິງວ່າຈະພົບກັບຄວາມຫຍຸ້ງຍາກ ແລະ ອຸປະສັກນາໆປະການ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງພັກ ຊຶ່ງມີຄະນະກຳມະການ ປກຊ-ປກສ ສູນກາງ ເປັນຜູ້ຊີ້ນໍາ, ບັນຊາໂດຍກົງ, ບວກກັບຄວາມເປັນເອກະພາບສູງ ຂອງຄະນະບໍລິຫານພັກສອງກະຊວງ, ຄວາມພະຍາຍາມບຸກບືນ, ສູ້ຊົນຂອງຄະນະພັກແຕ່ລະຂັ້ນ ແລະ ການສະໜັບສະໜູນ ຈາກບັນດາຂະແໜງການອ້ອມຂ້າງສູນກາງ, ອົງ ການປົກຄອງທ້ອງຖິ່ນ, ປະຊາຊົນລາວບັນດາເຜົ່າ ແລະ ການຮ່ວມມືຂອງປະເທດເພື່ອນມິດຍຸດທະສາດ ໄດ້ເຮັດໃຫ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄື ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໄດ້ດໍາເນີນໄປຢ່າງຕໍ່ເນື່ອງ.

ພ້ອມນີ້, ຍັງໄດ້ສຸມໃສ່ຄົ້ນຄວ້າປັບປຸງຄືນແຜນຍຸດທະສາດປ້ອງກັນ ສປປ ລາວ ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງ ເພື່ອໃຫ້ສອດຄ່ອງກັບສະພາບການໃໝ່, ເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ເພີ່ມຄວາມສັກສິດ ໃນການຄຸ້ມຄອງເຂດຍຸດທະສາດປ້ອງກັນຊາດ ໃຫ້ຖືກກັບທ່າສະໜາມປ້ອງກັນຊາດ ທີ່ໄດ້ກຳນົດໄວ້, ຕິດພັນກັບວຽກຈັດຕັ້ງ, ຈັດວາງ, ສັບຊ້ອນສະຖານທີ່ຂອງຫົວໜ່ວຍກົມ, ກອງທະຫານຈໍານວນໜຶ່ງຄືນໃໝ່, ເພື່ອເສີມຄວາມເຂັ້ມແຂງ ໃນການກຽມພ້ອມເຮັດສຳເລັດໜ້າທີ່ປ້ອງກັນຊາດ ຢູ່ແຕ່ລະທິດຍຸດທະສາດຂອງປະເທດ. ໄປຄຽງຄູ່ກັບວຽກງານປ້ອງກັນຊາດ, ຍັງໄດ້ຖືສໍາຄັນ ແລະ ເອົາໃຈໃສ່ວຽກງານຕ້ານ ແລະ ແກ້ໄຂການກໍ່ອາຊະຍາກຳຕ່າງໆ.

ໃນນີ້, ແມ່ນສຸມໃສ່ອາຊະ ຍະກຳທາງອິນເຕີເນັດ ຊຶ່ງໃນຊຸມປີຜ່ານມາ, ວິທະຍາສາດເຕັກໂນໂລຊີ ໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ມີລັກສະນະກ້າວກະໂດດຂອງເຕັກໂນໂລຊີຂໍ້ມູນຂ່າວສານ, ການກຳເນີດຂອງສື່ອອນລາຍ, ອິນເຕີເນັດ ໄດ້ເຮັດໃຫ້ສັງຄົມໂລກ ສາມາດເຂົ້າໃກ້ຫາກັນໄດ້ຢ່າງສະດວກວ່ອງໄວ ໂດຍບໍ່ມີພົມແດນ. ແຕ່ຂະນະດຽວກັນ, ພວກຄົນບໍ່ດີກໍໄດ້ສວຍໃຊ້ອິນເຕີເນັດ ເພື່ອກໍ່ອາຊະຍາກໍາ ເປັນຕົ້ນ ການສໍ້ໂກງເອົາຊັບສິນ, ແຊກຊຶມເອົາຂໍ້ມູນລັບຂອງບຸກຄົນ, ອົງກອນ, ໂຈມຕີເຂົ້າລະບົບການເງິນ, ບັນຊີທະ ນາຄານ ແລະ ອື່ນໆ ຊຶ່ງໄດ້ສ້າງຄວາມເສຍຫາຍທາງດ້ານສັບສິນຢ່າງມະຫາສານ ແລະ ເປັນໄພຂົ່ມຂູ່ເຖິງຄວາມໝັ້ນຄົງທາງດ້ານການເມືອງ ແລະ ເສດຖະກິດ-ສັງຄົມຂອງປະເທດເຮົາ; ບັນດາອິດທິກໍາລັງປໍລະປັກ ໄດ້ສວຍໃຊ້ອິນເຕີເນັດເປັນເຄື່ອງມື ເພື່ອດໍາເນີນການເຄື່ອນໄຫວມ້າງແນວຄິດ ດ້ວຍຮູບການບິດເບືອນຂໍ້ມູນ, ໂຄສະນາຜ່ານສື່ອອນລາຍ ແນໃສ່ໂຄ່ນລົ້ມ ໂຈມຕີແນວທາງ, ນະໂຍບາຍຂອງພັກ, ລັດ, ປັ່ນປ່ວນ ມ້າງແນວຄິດຂອງປະຊາຊົນ ເຮັດໃຫ້ສັງຄົມເກີດມີແນວຄິດຊັ່ງຊາປຽບທຽບ, ຄອນແຄນ, ລະແວງສົງໃສກັນ, ຖືກແກ່ດຶງໃຫ້ເຂົ້າຮ່ວມລຸກຮືຂຶ້ນປະທ້ວງ ຕໍ່ຕ້ານແນວທາງ, ນະໂຍບາຍຂອງພັກ, ລັດ. ແຕ່ຍ້ອນຄວາມເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດຈາກສູນກາງພັກ, ລັດຖະບານ ແລະ ການປະສານສົມທົບຂອງພາກສ່ວນທີ່ກ່ຽວຂ້ອງ, ການປະຕິບັດໜ້າທີ່ຢ່າງເຂັ້ມງວດ ແລະ ດ້ວຍຄວາມຕັດສິນໃຈສູງຂອງເຈົ້າໜ້າທີ່ຈຶ່ງສາມາດປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂເຫດການ ກໍຄື ສາມາດທໍາລາຍກົນອຸບາຍຂອງພວກບໍ່ຫວັງດີ ໃຫ້ປະລາໄຊລົງ.

ຂ່າວ: ທະນູທອງ

ຂໍ້ມູນ-ພາບ: ສົມພອນ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article