ວັນທີ 26 ທັນວາ 2025 ຄະນະສານອາຍາຂັ້ນຕົ້ນ ສານປະຊາຊົນແຂວງອຸດົມໄຊ ໄດ້ຕັດສິນ 3 ຈໍາເລີຍ ຄື:

1. ທ້າວ ພອນຕິນ (ຈໍາເລີຍ 1 ) ອາຍຸ 19 ປີ ປະຊາຊົນບ້ານຖິ່ນ ເມືອງງາ ແຂວງອຸດົມໄຊ ມີຄວາມຜິດທາງອາຍາໃນຂໍ້ຫາການຂົ່ມຂືນທໍາຊຳເລົາ ລົງໂທດຕັດອິດສະລະພາບ ສິບສາມປີ ແລະ ປັບໃໝ 13.000.000 ກີບ.
2. ທ້າວ ຈາຍ ( ຈຳເລີຍ 2 ) ອາຍຸ 30 ປີ ປະຊາຊົນບ້ານຖິ່ນ ເມືອງງາ ແຂວງອຸດົມໄຊ ມີຄວາມຜິດທາງອາຍາໃນຂໍ້ຫາການຂົ່ມຂືນທໍາຊຳເລົາ ລົງໂທດຕັດອິດສະລະພາບ ສິບປີ ແລະ ປັບໃໝ 10.000.000 ກີບ.
3. ທ້າວ ສີທັດ ( ຈຳເລີຍ 3 ) ອາຍຸ 21 ປີ ປະຊາຊົນບ້ານຖິ່ນ ເມືອງງາ ແຂວງອຸດົມໄຊ ມີຄວາມຜິດທາງອາຍາ ໃນຂໍ້ຫາການຂົ່ມຂືນທໍາຊຳເລົາ ( ຄວາມພະຍາຍາມ ) ລົງໂທດຕັດອິດສະລະພາບ ຫ້າປີ ແລະ ປັບໃໝ 10.000.000 ກີບ.
ເນື້ອໃນຄະດີໃນວັນທີ 10 ກໍລະກົດ 2025 ນາງ ກໍ ( ນາມສົມມຸດ ຜູ້ຖືກເສຍຫາຍ ) ອາຍຸ 16 ປີ ໄດ້ເຂົ້າມາແຈ້ງຄວາມຕໍ່ເຈົ້າໜ້າທີ່ ປກສ ເມືອງງາ ບອກວ່າ: ໃນເວລາປະມານ 20 ໂມງ ຂອງວັນທີ 10 ກໍລະກົດ 2025 ໄດ້ຖືກທ້າວ ພອນຕິນ, ທ້າວ ສົມບັດ, ທ້າວ ສົມພວຍ, ທ້າວ ຈາຍ ແລະ ທ້າວ ສີທັດ ຂົ່ມຂືນທຳຊຳເລົາຢູ່ເຂດບ້ານຫ້ວຍຫຼາ, ສະນັ້ນ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງ ງາ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງໄປກວດກາສະຖານທີ່ເກີດເຫດ ແລະ ເກັບກຳຂໍ້ມູນ ເຫັນວ່າມີຄວາມຈິງແທ້, ໃນເວລາປະມານ 9 ໂມງ ຂອງວັນທີ 11 ກໍລະກົດ 2025 ເຈົ້າໜ້າທີ່ຈຶ່ງ ສາມາດກັກຕົວພວກກ່ຽວໄດ້ທັງ 5 ຄົນ ມາທໍາການສືບສວນ-ສອບສວນ.
ຜ່ານການສືບສວນ-ສອບສວນ ທ້າວ ພອນຕິນ, ທ້າວ ຈາຍ ແລະ ທ້າວ ສີທັດ ໃຫ້ການຮັບ ສາລະພາບກົງກັນວ່າ: ໃນເວລາປະມານ 10 ໂມງ ຂອງວັນທີ 10 ກໍລະກົດ 2025 ມີທ້າວ ພອນຕິນ, ທ້າວ ຈາຍ, ທ້າວ ສີທັດ, ທ້າວ ສົມພວຍ ແລະ ທ້າວ ສົມບັດ ພ້ອມດ້ວຍໝູ່ຫຼາຍຄົນຢູ່ບ້ານຖິ່ນ ໄດ້ພາກັນດື່ມເບຍຢູ່ເຮືອນຂອງທ້າວ ສົມບັດ ຈົນຮອດເວລາປະມານ 19 ໂມງ ຂອງວັນດຽວກັນ ໄດ້ມີເດັກນ້ອຍແຖວບ້ານຖິ່ນ ຍ່າງມາບອກວ່າມີຜູ້ສາວງາມນັ່ງຫຼິ້ນຢູ່ສົ້ນຂົວນໍ້າງາ.
ຈາກນັ້ນທ້າວ ພອນຕິນ ກັບ ທ້າວ ສົມພວຍ ໄດ້ຍ່າງອອກໄປເບິ່ງ ພົບເຫັນນາງ ກໍ ( ຜູ້ຖືກເສຍຫາຍ ), ທ້າວ ພອນຕິນ ຈຶ່ງໄດ້ຍ່າງເຂົ້າໄປຖາມນາງ ກໍ ວ່າ: ໄປຫຼິ້ນນໍາອ້າຍບໍ່? ນາງ ກໍ ຕອບວ່າ: ບໍ່ໄປ, ຈາກນັ້ນທ້າວ ພອນຕິນ ກັບ ທ້າວ ສົມພວຍ ຈຶ່ງໄດ້ດຶງແຂນແລ້ວພາກັນອູ້ມນາງ ກໍ ຂຶ້ນລົດຈັກຂອງທ້າວ ແສງຊອດ ທີ່ຂັບຂີ່ຜ່ານທາງມາ ( ບັງຄັບໃຫ້ໄປສົ່ງ ) ແລ້ວໄດ້ຂັບຂີ່ຊ້ອນສາມອອກໄປ ສ່ວນ ທ້າວ ຈາຍ ກັບ ທ້າວ ສີທັດ ແມ່ນໄດ້ຂໍໃຫ້ທ້າວ ຕິບ ໄປສົ່ງແລ້ວໄດ້ຂີ່ຊ້ອນສາມກັນນໍາໄປ ເມື່ອໄປຮອດທ້າວ ຕິບ ກໍ່ໄດ້ຂີ່ລົດອອກໄປເລີຍ, ສ່ວນທ້າວ ສົມບັດ ແລະ ທ້າວ ສົມພວຍ ແມ່ນໄດ້ຂັບຂີ່ລົດຈັກຄົນລະຄັນໄປຕາມຫຼັງ, ເມື່ອມາຮອດຈຸດເກີດເຫດເຂດບ້ານຫ້ວຍຫຼາ ພວກກ່ຽວທັງ 5 ຄົນ ໄດ້ກຸມຈັບມື ແລະ ຈັບຂານາງ ກໍ ແລ້ວ ໄດ້ພາກັນລົງມືຂົ່ມຂືນທໍາຊຳເລົາ ຈົນສໍາເລັດມີທ້າວ ພອນຕິນ, ທ້າວ ຈາຍ, ທ້າວ ສົມພວຍ ແລະ ທ້າວ ສົມບັດ, ສ່ວນທ້າວ ສີທັດ ກຳລັງຈະລົງມືຂົ່ມຂືນ ບັງເອີນມີພົນລະເມືອງດີຂັບຂີ່ລົດຈັກກາຍທາງມາພົບເຫັນ ແລ້ວ ນາງ ກໍ ໄດ້ຮ້ອງຂໍຄວາມຊ່ວຍເຫຼືອ ພົນລະເມືອງດີຈຶ່ງໄດ້ເຂົ້າມາຊ່ວຍເຫຼືອ, ຫຼັງຈາກນັ້ນພວກກໍ່ເຫດໄດ້ເອົາຕົວຫຼົບໜີ, ມື້ຕໍ່ມາຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີຕາມກົດໝາຍ.
ຂ່າວ+ພາບ: ປກສ ແຂວງອຸດົມໄຊ




