16 C
Vientiane
ວັນທີ 1 December, 2025

ລະເບີດແຕກໃສ່ເດັກນ້ອຍ ບາດເຈັບ​ 5 ຄົນຢູ່ແຂວງຄໍາມ່ວນ

Must read

ເມື່ອມໍ່ໆມານີ້, ລະເບີດບໍ່ທັນແຕກທີ່ຕົກຄ້າງໃນສະໄໝສົງຄາມ ໄດ້ແຕກໃສ່ເດັກນ້ອຍຊາຍ 5 ຄົນໄດ້ຮັບບາດເຈັບ (ອາຍຸ 8 ປີ 3 ຄົນ ແລະ 12 ປີ 2 ຄົນ) ຢູ່ບ້ານຫີນລັບ ເມືອງບົວລະພາ ແຂວງຄຳມ່ວນ. ໃນນັ້ນ, ເດັກນ້ອຍ 4 ຄົນແມ່ນໄດ້ຮັບບາດເຈັບສາຫັດ ແລະ 1 ຄົນໄດ້ຮັບບາດເຈັບເລັກນ້ອຍ.

ຕາມບົດລາຍງານເບື້ອງຕົ້ນຂອງຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ​ (ຄຊກລ) ໃຫ້ຮູ້ວ່າ: ເດັກນ້ອຍດັ່ງກ່າວ, ໄດ້ພາກັນໄປຂຸດກະປູ, ໃນຂະນະນັ້ນພວກເຂົາໄດ້ພົບເຫັນວັດຖຸໂລຫະ, ແຕ່ດ້ວຍຄວາມບໍ່ຮູ້ວ່າໂລຫະນ້ອຍໆນັ້ນ ເເມ່ນລູກລະເບີດໂບມບີ ປະເພດ BLU-26 ທີ່ມີອານຸພາບອັນຮ້າຍແຮງ, ພວກເຂົາຈຶ່ງໄດ້ເຂົ້າໄປແຕະເບິ່ງດ້ວຍຄວາມຢາກຮູ້ຢາກເຫັນ, ທັນໃດນັ້ນລະເບີດກໍໄດ້ແຕກຂຶ້ນ.

ປັດຈຸບັນ, ຫ້ອງການ ຄຊກລ ໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໂດຍສະເພາະອໍານາດການປົກຄອງທ້ອງຖິ່ນ ແລະ ອົງການປະຕິບັດງານ John Snow Inc (JSI) ພາຍໃຕ້ ກອງທຶນຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ ລບຕ ຂອງ ກະຊວງການຕ່າງປະເທດ ສ ອາເມຣິກາ ເພື່ອເລັ່ງໃຫ້ການຊ່ວຍເຫຼືອທາງດ້ານການແພດ ແລະ​ ປິ່ນປົວຈິດໃຈແກ່ຜູ້ເຄາະຮ້າຍ ແລະ ຄອບຄົວໃນຄັ້ງນີ້.

ສະເພາະປີ 2025 ໄດ້ມີອຸບັດເຫດຈາກ ລະເບີດບໍ່ທັນແຕກເກີດຂຶ້ນທັງໝົດ 11 ຄັ້ງ, ມີຜູ້ຖືກເຄາະຮ້າຍທັງໝົດ 21 ຄົນ, ບາດເຈັບ 16 ຄົນ ແລະ ເສຍຊີວິດ 5 ຄົນ ແລະ ຜູ້ເຄາະຮ້າຍທີ່ກຳລັງໄດ້ຮັບການປິ່ນປົວຂັ້ນສຸກເສີນໃນຂະນະນີ້ ໄດ້ກາຍເປັນສ່ວນໜຶ່ງຂອງສະຖິຕິປະຊາຊົນລາວຫຼາຍພັນຄົນທີ່ຕົກເປັນເຫຍື່ອຂອງສົງຄາມ. ໃນນັ້ນ, ເດັກນ້ອຍແມ່ນກວມເອົາກວ່າ 40% ຂອງຜູ້ເຄາະຮ້າຍທັງໝົດ.

ລູກລະເບີດ BLU-26 ຫຼື ໂບມບີ ແມ່ນເສດເຫຼືອຈາກລະເບີດລູກຫວ່ານກວ່າ 270 ລ້ານໜ່ວຍທີ່ຖືກຖິ້ມລົງໃສ່ ສປປ ລາວ ໃນລະຫວ່າງປີ 1964-1973 ແລະ ມີການຄາດຄະເນວ່າປະມານ 30% ຫຼື 80 ລ້ານໜ່ວຍ ທີ່ຍັງບໍ່ທັນແຕກ ແລະ ຕົກຄ້າງຢັ່ງຢາຍຢູ່ທົ່ວພື້ນທີ່ຂອງປະເທດ.

ທີ່ມາ: ຫ້ອງການ ຄຊກລ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article