17 C
Vientiane
ວັນທີ 12 January, 2026

ພະແນກເສດຖະກິດ ຫ້ອງຕຳຫຼວດ ປກສ ແຂວງຫົວພັນ ຈັດພິທີທຳລາຍສີນຄ້າທີລັກລອບເຂົ້າມາບໍ່ຖືກຕ້ອງ ສີນຄາປະເພດ ເບຍ BEBECO .

Must read

ປກສ ແຂວງຫົວພັນ ລາຍງານວ່າ: ວັນທີ 26 ທັນວາ 2025 ພະແນກເສດຖະກິດ ຫ້ອງຕໍາຫຼວດ ປກສ ແຂວງຫົວພັນ ຈັດພິທີທຳລາຍສິນຄ້າປະເພດເບຍ ເບເບໂກ ຫວຽດນາມ ທີ່ນຳເຂົ້າໂດຍບໍ່ຖືກຕ້ອງ ບໍ່ມີໃບອານຸຍາດນຳເຂົ້າ ແລະ ບໍ່ມີໃບຢັ້ງຢືນ ອຍ ໂດຍການເຂົ້າຮ່ວມຂອງ ພັທ ໂພໄຊ ພອນອາລຸນສີ ຄະນະພັກ ຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງຫົວພັນ ມີພາກສ່ວນກ່ຽວຂ້ອງຂອງແຂວງຕະຫລອດຮອດພະນັກງາມຜູ້ຮັບຜິດຊອບ.

ສິນຄ້າທີນຳມາທຳລາຍໃນຄັ້ງນີ້, ແມ່ນສິນຄ້າທີ່ພະແນກອຸດສາຫະກຳແລະ ການຄ້າແຂວງ ສົມທົບກັບພາກສ່ວນທີກ່ຽວຂ້ອງໄດ້ລົງກວດກາຢູ່ຕາມເສັ້ນທາງ ຊຳເໜືອ- ໜອງຄ້າງ ໄດ້ພັບເຫັນເບຍ ຫວຽດນາມຍີ່ຫໍ້ BEBECO ເບເບໂກ ຈຳນວນ 270 ແກັດ ມູນຄ່າ 22,950,000 ກີບ. ດັ່ງນັ້ນ, ເຈົ້າໜ້າ ຈຶ່ງໄດ້ຢຶດແລ້ວນຳມາທຳລາຍຖິ້ມ.

ຂ່າວ:ປກສ ແຂວງຫົວພັນ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article