ວັນທີ 26 ທັນວາຜ່ານມານີ້, ອົງການກາແດງແຫ່ງຊາດລາວ ໄດ້ຈັດພິທີເປີດການແຈກຢາຍເງິນສົດແບບບໍ່ມີເງື່ອນໄຂ ຢ່າງເປັນທາງການ ເພື່ອຊ່ວຍເຫຼືອປະຊາຊົນທີ່ປະສົບໄພພິບັດ ຈຳນວນ 596 ຄອບຄົວ ໃນ 23 ບ້ານ ຂອງເມືອງຊຽງເງິນ ແລະ ເມືອງປາກແຊງ ໃນນີ້ເມືອງຊຽງເງິນປະກອບມີ 20 ບ້ານຄື: ບ້ານ ຫ້ວຍແພງ, ຫ້ວຍໂຄດ, ຫ້ວຍຮ່າວ, ປາກສະນານ, ຖິ່ນແກ້ວ,ໂພນໄຊ, ສີລາເລກ, ຕາດກະຈໍາ, ເບີ 10, ປາກຂັນ, ປາກທໍ່, ສາມັກຄີໄຊ, ນາຄ່າ, ປາກແວດ, ໂພນສະຫວ່າງ, ສວນຫຼວງ, ມຸດ, ບວມອໍ້, ແອນສະຫວັນ ແລະ ບ້ານສວນດາລາ ລວມມີ 580 ຄອບຄົວ, ລວມມູນຄ່າ: 1,157,400,000 ກີບ; ເມືອງ ປາກແຊງປະກອບມີ 3 ບ້ານ: ບ້ານ ປຸ່ງລານ, ຫົວສະຄິງ ແລະ ບ້ານຫ້ວຍສະອູ ລວມມີ 16 ຄອບຄົວ, ລວມມູນຄ່າ: 30,900,000 ກີບ; ລວມມູນຄ່າການຊ່ວຍເຫຼືອທັງໝົດ

1,188,300,000 ກີບ ໂດຍໄດ້ຮັບງົບປະມານສະໜັບສະໜູນຈາກອົງການກາແດງສະວິດສ໌.
ພິທີດັ່ງກ່າວຈັດຂຶ້ນທີ່ບ້ານ ປາກຂັນ ເມືອງຊຽງເງິນ ແຂວງຫຼວງພະບາງ ໂດຍໃຫ້ກຽດເປັນປະທານໃນພິທີຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ; ມີການນຳເມືອງຊຽງເງິນ, ການນຳອົງການກາແດງແຂວງຫຼວງພະບາງ, ພະນັກງານຫຼັກແຫຼ່ງຈາກອົງການກາແດງແຫ່ງຊາດລາວ, ກາແດງເມືອງ, ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນຄອບຄົວເປົ້າໝາຍ ເຂົ້າຮ່ວມ.

ການຊ່ວຍເຫຼືອບັນເທົາທຸກດ້ວຍເງິນສົດແບບບໍ່ມີເງື່ອນໄຂ ເປັນການຊ່ວຍເຫຼືອພຽງຄັ້ງດຽວ ເພື່ອບັນເທົາຄວາມເດືອດຮ້ອນໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກພາຍຸ “ວິພາ” ທີ່ເກີດຂຶ້ນໃນເດືອນສິງຫາຜ່ານມາ ຊຶ່ງໄດ້ກ່ອນໃຫ້ເກີດນ້ຳຖ້ວມ ແລະ ຄວາມເສຍຫາຍຕໍ່ພື້ນທີ່ການຜະລິດ, ໂຄງລ່າງພື້ນຖານ, ສັດລ້ຽງ, ເລົ້າເຂົ້າ ແລະ ທີ່ຢູ່ອາໄສຂອງປະຊາຊົນ.
ເງິນສົດທີ່ປະຊາຊົນໄດ້ຮັບ ຈະນຳໄປໃຊ້ໃນການຟື້ນຟູຊີວິດການເປັນຢູ່ ໃຫ້ສອດຄ່ອງກັບຄວາມຕ້ອງການຕົວຈິງ ໂດຍແບ່ງການຊ່ວຍເຫຼືອອອກເປັນ 4 ລະດັບ ຄື: ຄອບຄົວ 1-3 ຄົນ ໄດ້ຮັບ 900,000 ກີບ; ຄອບຄົວ 4-6 ຄົນ ໄດ້ຮັບ 1,800,000 ກີບ; ຄອບຄົວ 7-9 ຄົນ ໄດ້ຮັບ 2,700,000 ກີບ; ຄອບຄົວ 10 ຄົນຂຶ້ນໄປ ໄດ້ຮັບ 3,000,000 ກີບ.

ໃນໂອກາດດັ່ງກ່າວ, ທ່ານປະທານ ອົງການກາແດງແຫ່ງຊາດໄດ້ເນັ້ນໜັກວ່າ ການຊ່ວຍເຫຼືອໃນຄັ້ງນີ້ ເປັນການສະແດງເຖິງນ້ຳໃຈ ແລະ ຄວາມເປັນຫ່ວງເປັນໃຍຂອງພັກ-ລັດ ກໍຄື ອົງການກາແດງແຫ່ງຊາດລາວ ທີ່ມີພາລະບົດບາດໃນການຊ່ວຍເຫຼືອ ແລະ ບັນເທົາທຸກໃຫ້ແກ່ປະຊາຊົນຜູ້ປະສົບໄພພິບັດຈາກທຳມະຊາດ; ພ້ອມທັງ, ໄດ້ເນັ້ນໃຫ້ຄອບຄົວຜູ້ໄດ້ຮັບ ນຳເງິນໄປໃຊ້ໃຫ້ເໝາະສົມ ແລະ ເກີດຜົນປະໂຫຍດສູງສຸດ.
(ຂ່າວ: ອົງການກາແດງແຫ່ງຊາດ)




