ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຈໍາປາສັກ ລາຍງານໃຫ້ຮູ້ກ່ຽວກັບຜົນເສຍຫາຍຂອງເຫດການໄຟໄໝ້ເຮືອນ ປະຊາຊົນ ບ້ານພະບາດນະຄອນປາກເຊ ແຂວງຈໍາປາສັກ ພາຍຫຼັງລົງພື້ນທີ່ຕິດຕາມເອົາຂໍ້ມູນຕົວຈິງ ຄື:
+ ພາກເຫດການ
ໃນຄັ້ງວັນທີ 20.12. 2025 ເວລາປະມານ 14:50 ໂມງ ໄດ້ເກີດມີໄຟໄໝ້ເຮືອນຂອງນາງ ສີບຸນເຮືອງ ສຸລະຈິດ ອາຍຸ 37 ປີ ອາຊີບ ປະຊາຊົນ ບ້ານ ພະບາດ ນະຄອນປາກເຊ ແຂວງ ຈຳປາສັກ. ແລ້ວໄຟໄດ້ລຸກລາມໃສ່ເຮືອນ ທີ່ຢູ່ໃກ້ຖືກໄຟໄໝ້ ແລະ ຖືກໄຟລວກ ລວມທັງໝົດ ຈໍານວນ 09 ຫຼັງ ລະອຽດດັ່ງນີ້:

+ ເຮືອນຖືກໄຟໄໝ້ໝົດທັງຫຼັງ ຈໍານວນ 06 ຫຼັງ ຄື:
1. ເຮືອນນາງ ສີບຸນເຮືອງ ສຸລະຈິດ ອາຍຸ 37 ປີ ປະຊາຊົນ ບ້ານພະບາດ ນະຄອນປາກເຊ (ເຮືອນຕົ້ນເພີງ) ເປັນເຮືອນ ໄມ້ ປູແປ້ນ ແອ້ມແປ້ນ ມຸງສັງກະສີ ຂະໜາດ 08 x 08 ແມັດ
2. ເຮືອນທ້າວ ອຸດຕະຄອນ ສິງທອງ ອາຍຸ 47 ປີ ອາຊີບ ພະນັກງານ ບ້ານ ພະບາດ ນະຄອນປາກເຊ ເປັນເຮືອນ ກໍ່ລຸ່ມ ເທິງໄມ້ ມຸງດ້ວຍກະເບື້ອງ ຂະໜາດ 16 x 16 ແມັດ.
3. ເຮືອນທ້າວ ວັນໄຊ ທຳມະລັງສີ ອາຍຸ 49 ປີ ອາຊີບ ພະນັກງານ ບ້ານ ພະບາດ ນະຄອນປາກເຊ ເປັນເຮືອນ ກໍ່ລຸ່ມ ເທິງໄມ້ ມຸງດ້ວຍສັງກະສີ ຂະໜາດ 08 x 12 ແມັດ.
4. ເຮືອນນາງ ໄພທູນ ຊາຍທົງເດດ ອາຍຸ 55 ປີ ອາຊີບ ຄໍາຂາຍ ບ້ານ ພະບາດ ນະຄອນປາກເຊ ເປັນເຮືອນ ກໍ່ລຸ່ມ ເທິງໄມ້ ຂະໜາດ 06 x 12 ແມັດ.
5. ເຮືອນນາງ ໂອໄລວັນ ສຸລະຈິດ ອາຍຸ 48 ປີ ອາຊີບກຳມະກອນ ບ້ານ ພະບາດ ນະຄອນປາກເຊ ເປັນເຮືອນ ໄມ້ ປູແປ້ນ ແອ້ມແປ້ນ ມຸງດ້ວຍສັງກະສີ ຂະໜາດ 08 x 08 ແມັດ.
6. ເຮືອນນາງ ມະໂນຮັກ ແດງກາຍະພິຈິດ ອາຍຸ 45 ປີ ອາຊີບ ພະນັກງານ ບ້ານ ພະບາດ ນະຄອນປາກເຊ ເປັນເຮືອນ ໄມ້ ປູແປ້ນ ແອ້ມແປ້ນ ມຸງດ້ວຍສັງກະສີ ຂະໜາດ 12 x 12 ແມັດ.
+ ເຮືອນຖືກໄຟລວກ ຈໍານວນ 03 ຫຼັງ ຄື:

1. ເຮືອນນາງ ມະນີໄຊ ສິດທິຈັນ ອາຍຸ 60 ປີ ປະຊາຊົນ ບ້ານ ພະບາດ (ຖືກໄຟລວກເສຍຫາຍບາງສ່ວນ)
2. ເຮືອນທ້າວ ສຸກສະຫັວນ ແກ້ວມຸງກຸດ ອາຍຸ 45 ປີ ອາຊີບ ກຳມະກອນ ບ້ານພະບາດ (ຖືກໄຟລວກເສຍຫາຍບາງ ສ່ວນ)
3. ເຮືອນນາງ ບຸນລ້ວນ ອາຍຸ 77 ປີ ປະຊາຊົນ ບ້ານ ພະບາດ ນະຄອນປາກເຊ (ຖືກໄຟລວກເສຍຫາຍບາງສ່ວນ)

ເຮືອນນາງ ສີບຸນເຮືອງ ສຸລະຈິດ ອາຍຸ 37 ປີ ປະຊາຊົນ ບ້ານພະບາດ ນະຄອນປາກເຊ (ເຮືອນຕົ້ນເພີງ)
ເປັນເຮືອນໄມ້ ປູແປ້ນ ແອ້ມແປ້ນ ມຸງສັງກະສີ ຂະໜາດ 08 x 08 ແມັດ.
ຜົນເສຍຫາຍ ເຮືອນນາງ ສີບຸນເຮືອງ ສຸລະຈິດ (ເຮືອນຕົ້ນເພີງ), ເຮືອນຖືກໄຟໄໝ້ໝົດ, ເຄື່ອງໃຊ້ພາຍໃນເຮືອນຖືກໄຟໄໝ້ໝົດ, ມູນຄ່າເສຍຫາຍ: 325.150.000 ກີບ (ສາມຮ້ອຍຊາວຫ້າລ້ານໜຶ່ງແສນຫ້າສິບພັນ).

-ເຮືອນທ້າວ ອຸດຕະຄອນ ສິງທອງ, ເຮືອນຖືກໄຟໄໝ້ໝົດ, ເຄື່ອງໃຊ້ພາຍໃນເຮືອນຖືກໄຟໄໝ້ໝົດ
ມູນຄ່າເສຍຫາຍ: 1.602.800.000 ກີບ (ໜຶ່ງຕື້ຫົກຮ້ອຍສອງລ້ານແປດແສນກີບ)
– ເຮືອນທ້າວ ວັນໄຊ ທຳມະລັງສີ ເຮືອນຖືກໄຟໄໝ້ໝົດ ເຄື່ອງໃຊ້ພາຍໃນເຮືອນຖືກໄຟໄໝ້ໝົດ
ມູນຄ່າເສຍຫາຍ: 1.354.000.000 ກີບ (ໜຶ່ງຕື້ສາມຮ້ອຍຫ້າສິບສີ່ລ້ານກີບ)
-ເຮືອນນາງ ໄພທູນ ຊາຍທົງເດດ ເຮືອນຖືກໄຟໄໝ້ໝົດ ເຄື່ອງໃຊ້ພາຍໃນເຮືອນຖືກໄຟໄໝ້ໝົດ ເງິນກີບຖືກໄຟໄໝ້ ຈໍານວນ 5.000.000 ກີບ ມູນຄ່າເສຍຫາຍ: 911.950.000 ກີບ (ເກົ້າຮ້ອຍສິບເອັດລ້ານເກົ້າແສນຫ້າສິບພັນ)

-ເຮືອນນາງ ໂອໄລວັນ ສຸລະຈິດ, ເຮືອນຖືກໄຟໄໝ້ໝົດ ເຄື່ອງໃຊ້ພາຍໃນເຮືອນຖືກໄຟໄໝ້ໝົດ
ມູນຄ່າເສຍຫາຍ: 340.900.000 ກີບ (ສາມຮ້ອຍສີ່ສິບລ້ານເກົ້າແສນກີບ)
– ເຮືອນນາງ ມະໂນຮັກ ກາຍະພິຈິດ
ເຮືອນຖືກໄຟໄໝ້ໝົດ ເຄື່ອງໃຊ້ພາຍໃນເຮືອນຖືກໄຟໄໝ້ໝົດ ເງິນໂດລາ ຖືກໄຟໄໝ້ ຈໍານວນ 1000 ໂດລາ ມູນຄ່າເສຍຫາຍ: 3.174.700.000 ກີບ(ສາມຕື້ໜຶ່ງຮ້ອຍເຈັດສິບສີ່ລ້ານເຈັດແສນກີບ)
-ເຮືອນນາງ ມະນີໄຊ ສິທິຈັນ(ເຮືອນຖືກໄຟລວກ)
ມູນຄ່າເສຍຫາຍ: 1.200.000 ກີບ
-ເຮືອນທ້າວ ສຸກສະຫັວນ ແກ້ວມຸງກຸດ (ເຮືອນຖືກໄຟລວກ) ມູນຄ່າເສຍຫາຍ: 1.500.000 ກີບ
-ເຮືອນນາງ ບຸນລ້ວນ (ເຮືອນຖືກໄຟລວກ)
ມູນຄ່າເສຍຫາຍ: 7.200.000 ກີບ (ເຈັດລ້ານສອງແສນກີບ)
ລວມມູນຄ່າເສຍຫາຍທັງໝົດ: 7.719.400.000 ກີບ (ເຈັດຕື້ເຈັດຮ້ອຍສິບເກົ້າລ້ານສີ່ແສນກີບ)
+ໝາຍບອກ ເງິນຖືກໄຟໄໝ້ ຈໍານວນ 5.000.000 ກີບ, ເງິນໂດລາ 1000 ໂດລາສະຫະລັດ.
ສໍາລັບສາເຫດຂອງການພາໃຫ້ເກີດອັກຄີໄພຄັ້ງນີ້ : ຍັງຢູ່ໃນຂັ້ນຕອນການເກັບກຳຂໍ້ມູນຂອງເຈົ້າໜ້າທີ່ວິຊາສະເພາະລະອຽດຈະລາຍງານ ໃຫ້ຮູ້ຕາມພາຍຫຼັງ.
ຂ່າວ-ພາບ: ຈັນທະວີສັກ



