ວິກິດພະລັງງານໂລກລາຄານໍ້າມັນພຸ່ງແຮງ 4.38%! ລະງັບການສົ່ງອອກ ເພາະຢ້ານເກີດວິກິດການສະໜອງຂາດເຂີນ

Must read

ຕະຫຼາດນໍ້າມັນໂລກໃນວັນອັງຄານ (15ກັນຍາ) ຮ້ອນລະອຸຂຶ້ນທັນທີ ຫຼັງຈາກມີລາຍງານວ່າ ການຂົນຖ່າຍນໍ້າມັນດິບທີ່ທ່າເຮືອ “ຍັນບູ” (Yanbu) ເຊິ່ງເປັນຈຸດຍຸດທະສາດການສົ່ງອອກນໍ້າມັນ ຕັ້ງຢູ່ແຄມຝັ່ງທະເລແດງຂອງປະເທດຊາອຸດິອາຣາເບຍ ໄດ້ຖືກ ລະງັບການດຳເນີນງານຊົ່ວຄາວ

ນອກຈາກນີ້, ທາງການຊາອຸດິອາຣາເບຍຍັງໄດ້ປະກາດ ຍົກເລີກການສົ່ງມອບນໍ້າມັນບາງຖ້ຽວເຮືອ ໃຫ້ແກ່ລູກຄ້າໃນຝັ່ງທະວີບເອີຣົບ ເຮັດໃຫ້ນັກລົງທຶນກັງວົນວ່າ ບັນຫາຄວາມຕິດຂັດໃນເສັ້ນທາງລຳລຽງສຳຄັນນີ້ ອາດຈະແກ່ຍາວເປັນເວລາຫຼາຍອາທິດ

ພາບລວມລາຄານໍ້າມັນປິດຕະຫຼາດ:

  • ນໍ້າມັນດິບ WTI (ສະຫະລັດອາເມລິກາ): ບວກເພີ່ມຂຶ້ນ 4.44 ໂດລາ (+4.38%) ປິດທີ່ 105.83 ໂດລາ/ບາເຣວ
  • ນໍ້າມັນດິບ BRENT (ທະເລເໜືອ): ບວກເພີ່ມຂຶ້ນ 3.07 ໂດລາ (+2.9%) ປິດທີ່ 108.75 ໂດລາ/ບາເຣວ
  • WTI ແຮງເກີນຕ້ານ: ລາຄາ WTI ພຸ່ງຂຶ້ນແຊງໜ້າ Brent ໃນມື້ນີ້ ເນື່ອງຈາກຄວາມກັງວົນເລື່ອງອຸທານ (Supply) ຂອງຊາອຸດິອາລະເບຍ ທີ່ຂະຫຍາຍວົງກົງກວ້າງຂຶ້ນ, ເຮັດໃຫ້ນັກລົງທຶນຫັນໄປແຫ່ຊື້ນໍ້າມັນ WTI ຂອງສະຫະລັດອາເມລິກາ ເພື່ອເປັນທາງເລືອກທົດແທນ.

ສູງສຸດໃນຮອບຫຼາຍເດືອນ WTI ແຮງເກີນຕ້ານ: ລາຄາ WTI ພຸ່ງຂຶ້ນແຊງໜ້າ Brent ໃນມື້ນີ້ ເນື່ອງຈາກຄວາມກັງວົນເລື່ອງອຸທານ (Supply) ຂອງຊາອຸດິອາລະເບຍ ທີ່ຂະຫຍາຍວົງກົງກວ້າງຂຶ້ນ, ເຮັດໃຫ້ນັກລົງທຶນຫັນໄປແຫ່ຊື້ນໍ້າມັນ WTI ຂອງສະຫະລັດອາເມລິກາ ເພື່ອເປັນທາງເລືອກທົດແທນ.

ຜົນກະທົບຈາກພູມສາດການເມືອງ: ບັນຫາດັ່ງກ່າວເກີດຂຶ້ນຕໍ່ເນື່ອງຈາກຄວາມສ່ຽງ ແລະ ການໂຈມຕີໂຄງສ້າງພື້ນຖານດ້ານພະລັງງານ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ປະລິມານນໍ້າມັນທີ່ປ້ອນສູ່ຕະຫຼາດໂລກ.

ນັກວິເຄາະຈາກ Lipow Oil Associates ໄດ້ວິເຄາະວ່າ ການທີ່ຊາອຸດິອາຣາເບຍຍົກເລີກການສົ່ງມອບນໍ້າມັນໃຫ້ເອີຣົບ ຍິ່ງເປັນການເນັ້ນຢ້ຳໃຫ້ເຫັນຊັດເຈນວ່າ ໂຮງກັ່ນນ້ຳມັນໃນເອີຣົບຈຳເປັນຕ້ອງຫັນໄປເພິ່ງພາອຸທານຈາກສະຫະລັດອາເມລິກາ ແທນ. ສິ່ງດັ່ງກ່າວເຮັດໃຫ້ນັກຄ້ານໍ້າມັນ (Trader) ແຫ່ກັນຊື້ສັນຍາ WTI ເພາະເຊື່ອໝั่ນວ່າການຢຸດຊະງັກນີ້ອາດຈະດຶງຍາວດົນກວ່າທີ່ຄາດຄິດ, ເຊິ່ງເປັນເຫດຜົນຫຼັກທີ່ເຮັດໃຫ້ລາຄາ WTI ຖີບຕົວສູງຂຶ້ນແຊງໜ້າ Brent ໃນຕອນນີ້.

ປັດໄຈສຳຄັນຂອງວິກິດ:

  • ຄວາມສຳຄັນຂອງທ່າເຮືອຍັນບູ: ທ່າເຮືອນີ້ກາຍເປັນຈຸດຍຸດທະສາດສຳຄັນຍິ່ງຂຶ້ນນັບຕັ້ງແຕ່ ຊ່ອງແຄບຮໍມຸສ (Strait of Hormuz) ຕ້ອງປິດລົງ ຫຼັງຈາກເກີດສົງຄາມລະຫວ່າງ ສະຫະລັດ-ອິດສະຣາເອນ ກັບ ອີຣ່ານ (ໂດຍປົກກະຕິແລ້ວ ຊ່ອງແຄບນີ້ເຄີຍເປັນເສັ້ນທາງຂົນສົ່ງນໍ້າມັນ ແລະ ກັສທຳມະຊາດ LNG ສູງເຖິງ 1 ໃນ 5 ຂອງອຸທານທົ່ວໂລກ).
  • ເສັ້ນທາງສຳຮອງຖືກຕັດຂາດ: ພາວະສົງຄາມໄດ້ບີບໃຫ້ຊາອຸດິອາລະເບຍ ຕ້ອງຫັນໄປໃຊ້ ທໍ່ສົ່ງນໍ້າມັນ East-West Pipeline ເພື່ອລຳລຽງນໍ້າມັນໄປທາງທິດຕາເວັນຕົກ (ລີ້ໄພຈາກຊ່ອງແຄບຮໍມຸສ). ແຕ່ໂຊກບໍ່ດີ, ທໍ່ສົ່ງນໍ້າມັນດັ່ງກ່າວ ຖືກໂຈມຕີຈົນເສຍຫາຍໃນຊ່ວງທ້າຍອາທິດທີ່ຜ່ານມາ, ເຮັດໃຫ້ຊາອຸດິອາລະເບຍ ຕ້ອງຕັດສິນໃຈປິດທໍ່ສົ່ງດັ່ງກ່າວຊົ່ວຄາວ.

(ໂດຍການປະເມີນນີ້ຄິດໄລ່ຈາກກຳລັງສົ່ງອອກປົກກະຕິທີ່ປະມານ 4.5 ລ້ານບາເຣວຕໍ່ວັນ ບວກກັບນໍ້າມັນສຳຮອງປະມານ 15 ລ້ານບາເຣວທີ່ເກັບໄວ້ໃນຄັງ ຫຼື ທີ່ທ່າເຮືອຍັນບູ).

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article