ເຈົ້າໜ້າທີ່ນຳທັນຈັບໂຈນລັກລົດກະບະ ຢູ່ ບ.ໜອງບຶກເໜືອ ມ.ສີໂຄດຕະບອງ ນວ.

Must read

ທ້າວ ປີຊາ ຫຼື ອ້າຍ ປັດຈຸບັນຢູ່ບ້ານຫຼັກຫີນ ຕາແສງໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນຄົນບໍ່ມີວຽກເຮັດງານທຳ ມັກຫຼິ້ນເກມ (ເຂົ້າຮ້ານເກມ) ອີກທັງມີການພົວພັນກັບຢາເສບຕິດ, ເຄີຍຕິດຄຸກມາແລ້ວຫຼາຍຄັ້ງ (ຂໍ້ຫາລັກຊັບ), ຫຼ້າສຸດໃນຄັ້ງວັນທີ 2 ກັນຍາ 2026 ກໍຖືກເຈົ້າໜ້າທີ່ວິຊາສະເພາະ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ສົມທົບກັບເຈົ້າໜ້າທີ່ວິຊາສະເພາະທີ່ກ່ຽວຈ້ອງ ຈັບຕົວໄດ້ຄາບ້ານພັກແຫ່ງໜຶ່ງ ເຂດບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ພາຍຫຼັງກໍ່ເຫດລັກລົດກະບະວີໂກ້ແຊັມ ສີປອນເງິນ ປ້າຍທະບຽນ ມດ 2232 ນະຄອນຫຼວງວຽງຈັນ ຢູ່ຫ້ອງພັກແຫ່ງໜຶ່ງ ເຂດບ້ານໜອງບຶກເໜືອ ຕາແສງໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນວັນທີ 27 ສິງຫາ 2026 ເວລາ 05:00 ໂມງ.

ວັນທີ 27 ສິງຫາ 2026, ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງ ສີໂຄດຕະບອງ ໄດ້ຮັບແຈ້ງຄວາມຈາກນາງ ວອນ ອາຍຸ 48 ປີ ອາຊີບຄ້າຂາຍ ຢູ່ບ້ານນໍ້າງຽບ ເມືອງປາກຊັນ ແຂວງບໍລິຄໍາໄຊ ວ່າ: ໃນວັນທີ 26 ສິງຫາ 2026 ເວລາປະມານ 23:50 ໂມງ ຜູ້ກ່ຽວ ແລະ ທ້າວ ບົວສອນ (ຜົວຂອງຜູ້ກ່ຽວ) ໄດ້ມາເປີດຫ້ອງພັກແຫ່ງໜຶ່ງ ຢູ່ເຂດບ້ານໜອງບຶກເໜືອ ຕາແສງໜອງດ້ວງ ແລະ ໄດ້ນອນຫຼັບບໍ່ຮູ້ເມື່ອ, ມາຮອດເວລາປະມານ 05:00ໂມງ ຂອງວັນທີ 27 ສິງຫາ 2026 ໄດ້ມີຄົນຮ້າຍ ບໍ່ຊາບຊື່ເປັນເພດຊາຍ, ໃສ່ໝວກໂມ້ງ (ເບິ່ງຈາກກ້ອງວົງຈອນ) ງັດປະຕູປ່ອງຢ້ຽມຫ້ອງພັກ ແລ້ວເຂົ້າມາລັກເອົາກຸນແຈລົດກະບະວີໂກ້ແຊັມ ສີປອນເງິນ ປ້າຍທະບຽນ ມດ 2232 ນະຄອນຫຼວງວຽງຈັນ ທີ່ວາງໄວ້ຢູ່ເທິງໂຕະ, ແລ້ວອອກມາຂັບຂີ່ເອົາລົດຄັນດັ່ງກ່າວທີ່ຈອດໄວ້ອອກໄປ, ເຊິ່ງມີວັດຖຸເຄື່ອງຂອງຢູ່ພາຍໃນລົດ ຄື: ໂທລະສັບ 2 ໜ່ວຍ, ບັດປະຈຳຕົວ, ໃບຂັບຂີ່, ເງິນບໍ່ຊາບຈໍານວນ ແລະ ເຄື່ອງຂອງສຳຄັນ ພ້ອມດ້ວຍເອກະສານລົດຄັນດັ່ງກ່າວຈຳນວນໜຶ່ງ.

ພາຍຫຼັງໄດ້ຮັບແຈ້ງຄວາມ ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງສີໂຄດຕະບອງ ໄດ້ລົງເກັບກໍາຂໍ້ມູນ ຈຶ່ງສາມາດກໍານົດເປົ້າໝາຍໄດ້ຊື່ທ້າວ ປີຊາ ຫຼື ອ້າຍ, ອາຍຸ 29 ປີ, ປັດຈຸບັນຢູ່ບ້ານຫຼັກຫີນ ຕາແສງໜອງດ້ວງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ, ມາຮອດວັນທີ 2 ກັນຍາ 2026 ເຈົ້າໜ້າທີ່ໄດ້ເຂົ້າກັກຕົວຜູ້ກ່ຽວ ຢູ່ເຮືອນພັກ ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ພ້ອມເຄື່ອງຂອງກາງ ຢາບ້າ 94 ເມັດ, ກ້ອນສີຂາວຄ້າຍຄືຢາໄອສ໌ 1 ຖົງຢາງນ້ອຍ, ລົດກະບະວີໂກແຊັມ ສີປອນເງິນ ປ້າຍທະບຽນ ມດ 2232 ນະຄອນຫຼວງວຽງຈັນ ຄັນທີ່ຜູ້ກ່ຽວລັກມາ, ໂທລະສັບ 2 ໜ່ວຍ, ຈາກນັ້ນເຈົ້າໜ້າທີ່ ຈຶ່ງນໍາຕົວຜູ້ກ່ຽວ ພ້ອມເຄື່ອງຂອງກາງຈໍານວນດັ່ງກ່າວມາສືບສວນ-ສອບສວນ.

ຜ່ານການສືບສວນ-ສອບສວນທ້າວ ປີຊາ ຫຼື ອ້າຍ ຍອມຮັບສາລະພາບວ່າ: ຕົນໄດ້ອອກຈາກຮ້ານເກມບ້ານດົງນາໂຊກເໜືອ ແລ້ວຫາໝູ່ຂັບຂີ່ລົດຈັກໄປສົ່ງຢູ່ເຮືອນພັກແຫ່ງໜຶ່ງ ເຂດບ້ານໜອງບຶກເໜືອ (ສະຖານທີ່ເກີດເຫດ) ເຊິ່ງຜູ້ກ່ຽວເຄີຍມາພັກ ແລະ ຄິດວ່າຈະມີລູກຄ້າຫຼາຍຈຶ່ງຢາກມາຊອກລັກເຄື່ອງ, ຈົນຮອດເວລາປະມານ 3:00 ໂມງ ຜູ້ກ່ຽວໄດ້ສັງເກດການ ແລ້ວລົງມືໄຂປະຕູປ່ອງຢ້ຽມ (ບໍ່ໄດ້ລ໋ອກໄລກອນ) ແລະ ໃຊ້ໂຕລະບິດງັດຕາໜ່າງກັນຂະໂມຍ ເພື່ອເຂົ້າໄປລັກເອົາລູກກຸນແຈລົດກະບະວີໂກແຊັມ ສີປອນເງິນ ແລະ ໂທລະສັບ 2 ໜ່ວຍ, ແລ້ວຜູ້ກ່ຽວກໍກັບອອກມາທາງເກົ່າ, ຈາກນັ້ນ ກໍໄດ້ເອົາລົດຄັນດັ່ງກ່າວໄປຈອດໄວ້ຢູ່ເດີ່ນຈອດລົດໂຮງໝໍ 150 ຕຽງ ເພາະຢ້ານລົດຕິດຈີພີເອັສ ຈາກນັ້ນຜູ້ກ່ຽວກໍຍ່າງໄປເຊົ່າເຮືອນພັກບໍ່ຮູ້ຊື່ຢູ່ໃກ້ກັບໂຮງໝໍ 150 ຕຽງ ເພື່ອຍ່າງທຽວມາຈອບເບິ່ງລົດວ່າ ຈະມີຄົນມາເອົາບໍ, ແຕ່ບໍ່ມີໃຜມາເອົາແລ້ວຜູ້ກ່ຽວກໍກັບໄປນອນພັກ.

ຕໍ່ມາຜູ້ກ່ຽວຈຶ່ງຂັບຂີ່ລົດຄັນດັ່ງກ່າວໄປເຂດບ້ານຫ້ວຍແດນເມືອງ ເມືອງໄຊທານີ ແລ້ວຜູ້ກ່ຽວຈຶ່ງເອົາເຄື່ອງຂອງສຳຄັນຂອງຜູ້ເສຍຫາຍ, ໃບຂັບຂີ່ ແລະ ບັດປະຈໍາຕົວ ຖິ້ມລົງຮ່ອງນໍ້າ ແລ້ວກໍຂັບຂີ່ລົດເລາະໄປເລື້ອຍໆ ແລະ ໄດ້ໄປພັກຢູ່ບ້ານພັກຫຼາຍບ່ອນບໍ່ຈື່ຊື່ ໃນໄລຍະທີ່ຢູ່ບ້ານພັກນັ້ນ ຜູ້ກ່ຽວໄດ້ຖິ້ມເອກະສານລົົດລົງໃນຊັກໂຄກຫ້ອງນໍ້າ. ສ່ວນໂທລະສັບມືຖືຈໍານວນ 1 ໜ່ວຍ ຜູ້ກ່ຽວໄດ້ຂາຍໃຫ້ຄົນບໍ່ຮູ້ຊື່ທີ່ຕິດຕໍ່ກັນທາງເຟສ໌ບຸກ ໃນລາຄາ 300.000 ກີບ, ຈົນມາຮອດວັນທີ 2 ກັນຍາ 2026 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວໄດ້.

ປັດຈຸບັນ, ເຈົ້າໜ້າທີ່ວິຊາສະເພາະ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ໄດ້ດໍາເນີນຄະດີຜູ້ກ່ຽວຕາມລະບຽບກົດໝາຍ ແລະ ໄດ້ມອບລົດກະບະວີໂກແຊັມ ຄືນໃຫ້ເຈົ້າຂອງເດີມ ເປັນທີ່ຮຽບຮ້ອຍ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article