ປກສ ເຂດບໍ່ເຕ່ນ ກວດຢຶດຢາສູບໄຟຟ້າລັອດໃຫຍ່ 35,600 ອັນ ກັກຕົວກຸ່ມເປົ້າໝາຍໄດ້ 9 ຄົນ

Must read

ຕາມການໃຫ້ຂໍ້ມູນເບື້ອງຕົ້ນຂອງເຈົ້າໜ້າທີ່ຕໍາຫຼວດ ກອງບັນຊາການ ປກສ ເຂດບໍ່ເຕ່ນ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ໃນເວລາປະມານ 18 ໂມງ ຂອງວັນທີ 12 ກັນຍາ 2026 ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າ ພົບເຫັນກຸ່ມຄົນບໍ່ດີຈໍານວນໜື່ງມີພຶດຕິກໍາສົງໄສວ່າຂົນສົ່ງວັດຖຸອອກລິດຕໍ່ຈິດປະສາດ ປະເພດຢາສູບໄຟຟ້າ.

ດັ່ງນັ້ນ, ທາງເຈົ້າໜ້າທີ່ຈຶ່ງໄດ້ແຕ່ງຕັ້ງວິຊາສະເພາະ ລົງກວດກາພື້ນທີ່ ພົບເຫັນກຸ່ມເປົ້າໝາຍ ຈໍານວນ 09 ຄົນ, ຍີງ 01 ຄົນ. ໃນນີ້, ມີຄົນລາວ 04 ຄົນ, ຄົນຈີນ 05 ຄົນ, ຍີງ 01 ຄົນ ກໍາລັງເຄື່ອນຍ້າຍສິນຄ້າທີ່ສົງໄສ ຈາກລົດບັນທຸກ 06 ລໍ້ ທະບຽນ K135114 (ປ້າຍຈີນ) ໄປໃສ່ລົດບັນທຸກ 06 ລໍ້ ທະບຽນ ຫຼວງພະບາງ ບກ 3859 ເຈົ້າໜ້າທີ່ຈຶ່ງຂໍອະນຸຍາດກວດເບີ່ງສີນຄ້າ. ຈາກການກວດຄົ້ນພົບວັດຖຸຂອງກາງເປັນຢາສູບໄຟຟ້າ ແກັດໃຫຍ່ ຈໍານວນ 110 ແກັດ, ແກັດນ້ອຍ 13 ແກັດ ຊຸກເຊື່ອງມາກັບສິນຄ້າປະເພດອື່ນ ເພື່ອອຳພາງຕໍ່ເຈົ້າໜ້າທີ່ ບັນຈຸຢູ່ໃນແກັດທັງໝົດລວມມີຢາສູບໄຟຟ້າ ຈໍານວນ 35,600 ອັນ. ການກະທໍາດັ່ງກ່າວ, ແມ່ນການກະທໍາຜິດໃນຂໍ້ຫາ ຂົນສົ່ງວັດຖຸອອກລິດຕໍ່ຈິດປະສາດ (ປະເພດຢາສູບໄຟຟ້າ) ມາດຕາ 315 ຂອງປະມວນກົດໝາຍອາຍາ ແຫ່ງ ສປປ ລາວ.

ປັດຈຸບັນ, ກອງບັນຊາການ ປກສ ເຂດບໍ່ເຕ່ນ ໄດ້ມອບໃຫ້ພະແນກກຽວຂ້ອງ ຂອງກອງບັນຊາການ ປກສ ແຂວງຫຼວງນໍ້າທາ ເພື່ອນໍາໄປສືບສວນ-ສອບສວນ ຂະຫຍາຍຜົນຫາຕົ້ນຕໍຂອງຂະບວນການ ພ້ອມທັງຢຶດຂອງກາງທັງໝົດເພື່ອດຳເນີນຄະດີຕາມລະບຽບກົດໝາຍຢ່າງເດັດຂາດ. ທາງການຍັງໄດ້ເນັ້ນວ່າ ຢາສູບໄຟຟ້າເປັນສິ່ງທີ່ຜິດກົດໝາຍ ແລະ ສົ່ງຜົນເສຍຫາຍອັນຮ້າຍແຮງຕໍ່ສຸຂະພາບຂອງຜູ້ເສບ ຫຼື ນຳໃຊ້.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article