ລາຄານ້ຳມັນດິບຕະຫຼາດໂລກ ພຸ່ງຂຶ້ນກວ່າ 2% ຫຼັງກຸ່ມຮູຕີ (Houthi) ໂຈມຕີຊາອຸດິອາຣາບີ ຂະນະທີ່ເຮືອໃນຊ່ອງແຄບຮໍມຸຊ (Strait of Hormuz) ຖືກຍິງຊ້ຳ ເພີ່ມຄວາມກັງວົນວ່າອຸປະທານນ້ຳມັນໃນພູມິພາກອາດໄດ້ຮັບຜົນກະທົບ.
ວັນທີ 14 ກັນຍາ 2026, ລາຄານ້ຳມັນດິບໃນຕະຫຼາດໂລກພຸ່ງຂຶ້ນຫຼາຍກວ່າ 2% ຫຼັງເກີດການໂຈມຕີຄັ້ງໃໝ່ໃນຊາອຸດິອາຣາບີ ແລະ ການໂຈມຕີເຮືອໃນອ່າວເປີເຊຍ ສົ່ງຜົນໃຫ້ນັກລົງທຶນວິກິດຕະກັງວົນວ່າ ອຸປະທານນ້ຳມັນຈາກຕາເວັນອອກກາງອາດໄດ້ຮັບຜົນກະທົບເພີ່ມເຕີມ ຫຼັງທໍ່ສົ່ງນ້ຳມັນສາຍສຳຄັນຂອງຊາອຸດິອາຣາບີຖືກໂຈມຕີຈົນຕ້ອງປິດນຳໃຊ້.
ລາຍງານຂ່າວລະບຸວ່າ ຣາຄານ້ຳມັນດິບເບຣນ (Brent) ສົ່ງມອບລ່ວງໜ້າ ເພີ່ມຂຶ້ນ 2.90 ໂດລາ ຫຼື 2.77% ຢູ່ທີ່ 107.51 ໂດລາຕໍ່ບາເຣລ. ຂະນະທີ່ນ້ຳມັນດິບເວດເທັກຊັດ (WTI) ເພີ່ມຂຶ້ນ 2.27 ໂດລາ ຫຼື 2.27% ຢູ່ທີ່ 102.32 ໂດລາຕໍ່ບາເຣລ ໂດຍຊ່ວງເປີດຕະຫຼາດ ຣາຄານ້ຳມັນໄດ້ພຸ່ງຂຶ້ນຫຼາຍກວ່າ 3%.
ຄວາມເຄື່ອນໄຫວນີ້ເກີດຂຶ້ນຫຼັງຈາກກຸ່ມຮູຕີໃນເຢເມນ ໂຈມຕີເປົ້າໝາຍໃນຊາອຸດິອາຣາບີເພີ່ມເຕີມ ໂດຍສື່ຂອງທາງການຊາອຸດິອາຣາບີໄດ້ເຜີຍແຜ່ພາບຄວາມເສຍຫາຍຂອງເຮືອນຊານ ແລະ ມັດສະຍິດ ໃນແຂວງຍາຊານ (Jazan) ທາງພາກໃຕ້ຂອງປະເທດ ເຊິ່ງລະບຸວ່າເກີດຈາກການໂຈມຕີຂອງກຸ່ມຮູຕີ ຂະນະທີ່ກຸ່ມຮູຕີອ້າງວ່າໄດ້ໂຈມຕີຖານທັບຊາອຸດິອາຣາບີໃນແຂວງໃກ້ຄຽງອີກດ້ວຍ.
ຂະນະດຽວກັນ, ໜ່ວຍງານຄວາມໝັ້ນຄົງທາງທະເລຂອງອັງກິດ (UKMTO) ເປີດເຜີຍວ່າ ເຮືອສິນຄ້າໃນຊ່ອງແຄບຮໍມຸຊຖືກກະສຸນໂຈມຕີຈົນເກີດໄຟໄໝ້ ສົ່ງຜົນໃຫ້ລູກເຮືອຕ້ອງອົບພະຍົບອອກຈາກເຮືອ.





