ອິສລາແອລລະເບີດອຸໂມງ ຮິຊບານເລາະ ໃນເລບານອນ ເຮັດໃຫ້ເກີດແຮງສັ່ນສະເທືອນ 4.1

Must read

ອິສລາແອລ ປະກາດທຳລາຍໂຄງສ້າງໃຕ້ດິນ ແລະ ເຄືອຂ່າຍອຸໂມງສຳຄັນຂອງກຸ່ມຮິຊບານເລາະ (Hezbollah) ຢູ່ໃຕ້ສັນເຂົາ ອາລີ ອັນ-ທາເຮີ (Ali al-Taher) ທາງຕອນໃຕ້ຂອງເລບານອນ ພ້ອມອ້າງວ່າສາມາດຄວບຄຸມພື້ນທີ່ໄດ້ທັງເທິງດິນ ແລະ ໃຕ້ດິນ. ຂະນະທີ່ເລບານອນລາຍງານເກີດແຮງລະເບີດມະຫາສານ ແລະ ສຳນັກງານສຳຫຼວດທໍລະນີວິທະຍາສະຫະລັດ (USGS) ໄດ້ກວດພົບແຮງສັ່ນສະເທືອນຂະໜາດ 4.1.

ລາຍລະອຽດເນື້ອຫາຂ່າວ:

  • ການທຳລາຍໂຄງສ້າງໃຕ້ດິນ: ທ່ານ ເບນຈາມິນ ເນທັນຢາຮູ (Benjamin Netanyahu) ນາຍົກລັດຖະມົນຕີ ແລະ ທ່ານ ອິດສະຣາແອນ ຄັດຊ໌ (Israel Katz) ລັດຖະມົນຕີກະຊວງປ້ອງກັນປະເທດອິດສະຣາແອນ ໄດ້ອອກແຖລງການຮ່ວມວ່າ ກອງທັບໄດ້ສຳເລັດພາລະກິດທຳລາຍ “ໂຄງສ້າງພື້ນຖານກໍ່ການຮ້າຍເຊີງຍຸດທະສາດ” ຢູ່ແຂວງ ນາບາຕິເຍ (Nabatieh) ເຊິ່ງຖືກສ້າງຂຶ້ນມາຕະຫຼອດໄລຍະເວລາກວ່າ 20 ປີ ໂດຍໄດ້ຮັບເງິນທຶນ ແລະ ການວາງແຜນຈາກອິຣານ.
  • ຄັງອາວຸດ ແລະ ສູນບັນຊາການ: ກອງທັບອິດສະຣາແອນ ລະບຸວ່າ ເຄືອຂ່າຍອຸໂມງດັ່ງກ່າວມີຄວາມຍາວຫຼາຍກວ່າ 2 ກິໂລແມັດ. ພາຍໃນພົບຈະຫຼວດ, ຂີປະນາວຸດ, ໂດຣນ, ປືນກົນ, ຂີປະນາວຸດຕໍ່ຕ້ານລົດຖັງ, ທຸ່ນລະເບີດ, ພ້ອມທັງສູນບັນຊາການຫຼັກຂອງໜ່ວຍ “ບາດຣ໌” (Badr) ຂອງກຸ່ມຮິສໂບເລາະ ເຊິ່ງມີພື້ນທີ່ພັກອາໄສທີ່ເອື້ອໃຫ້ສາມາດຫຼົບຊ່ອນ ແລະ ປະຕິບັດການໃຕ້ດິນໄດ້ເປັນເວລານານ.
  • ແຮງສັ່ນສະເທືອນ 4.1: ສຳນັກງານຂ່າວແຫ່ງຊາດເລບານອນ (NNA) ລາຍງານວ່າ ແຮງລະເບີດມະຫາສານເຮັດໃຫ້ປະຊາຊົນໃນເມືອງນາບາຕິເຍ ແລະ ພື້ນທີ່ອ້ອມຂ້າງຮັບຮູ້ໄດ້ເຖິງແຮງສັ່ນສະເທືອນຢ່າງຮຸນແຮງ. ທາງດ້ານ USGS ໄດ້ກວດພົບຄື້ນສັ່ນສະເທືອນວັດແທກໄດ້ 4.1 ຕາມຣິກເຕີ (Richter scale) ເຊິ່ງສື່ຂອງອິດສະຣາແອນລະບຸວ່າ ໄດ້ໃຊ້ລະເບີດຫຼາຍກວ່າ 1,100 ໂຕນ ໃນການທຳລາຍຄັ້ງນີ້.
  • ສະຖານະການ ແລະ ຜົນກະທົບ: ສັນເຂົາ ອາລີ ອັນ-ທາເຮີ ຢູ່ຫ່າງຈາກຊາຍແດນອິດສະຣາແອນ ປະມານ 15 ກິໂລແມັດ. ຄວາມຂັດແຍ້ງໄດ້ປະທຸຮຸນແຮງຂຶ້ນອີກຄັ້ງຕັ້ງແຕ່ວັນທີ 2 ມາກອນ ຫຼັງຈາກອິດສະຣາແອນ ໄດ້ບຸກຄືບເຂົ້າໄປຍຶດຈຸດຍຸດທະສາດທາງຕອນໃຕ້ຂອງເລບານອນ. ທາງການເລບານອນລະບຸວ່າ ການໂຈມຕີຂອງອິດສະຣາແອນນັບຕັ້ງແຕ່ເດືອນມາກອນ ເຮັດໃຫ້ມີຜູ້ເສຍຊີວິດລວມແລ້ວຫຼາຍກວ່າ 4,300 ຄົນ.

ທີ່ມາ: AFP / Reuters

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article