ໃນວັນທີ 10 ກັນຍາ 2026, ເຈົ້າໜ້າທີ່ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບ ຄະນະສູນຮ່ວມມືວຽກງານຕຳຫຼວດ ລາວ-ຈີນ ໄດ້ດຳເນີນການນຳສົ່ງຜູ້ຖືກຫາສັນຊາດຈີນ ຈຳນວນ 142 ຄົນ ຍິງ 5 ຄົນ ໃຫ້ເຈົ້າໜ້າທີ່ຕຳຫຼວດ ສປ ຈີນ ເພື່ອສືບຕໍ່ດຳເນີນການສືບສວນ-ສອບສວນໂດຍຜ່ານດ່ານສາກົນບໍ່ເຕ່ນ ແຂວງຫຼວງນ້ຳທາ.
ຜູ້ຖືກຫາຈຳນວນດັ່ງກ່າວຖືກເຈົ້າໜ້າທີ່ ກັກຕົວໄດ້ ຫຼັງຈາກເຈົ້າໜ້າທີ່ວິຊາສະເພາະກະຊວງປ້ອງກັນຄວາມສະຫງົບລາວ ໄດ້ຕິດຕາມ ກວດກາ ແລະ ແກ້ໄຂ ເປົ້າໝາຍສົງໄສວ່າກຸ່ມຄົນດັ່ງກ່າວ ມີການເຄື່ອນໄຫວ ລະເມີດຕໍ່ກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ຕາມຂໍ້ກ່າວຫາ ບໍ່ເຂົ້າ-ອອກຕາມດ່ານທີ່ທາງການກຳນົດ, ເຮັດວຽກບໍ່ຖືກເປົ້າໝາຍ , ດຳເນີນທຸລະກິດ, ປະກອບອາຊີບ ໂດຍບໍ່ໄດ້ຮັບອານຸຍາດ ແລະ ລັກລີ້ຊ່ອນຢູ່ ສປປ ລາວ. ນອກຈາກນັ້ນແລ້ວກຸ່ມຄົນດັ່ງກ່າວສົງໃສອາດມີການເຄື່ອນໄຫວທີ່ຕິດພັນກັບການກໍ່ອາຊະຍາກຳ ທາງອິນເຕີເນັດ. ຜູ້ຖືກຫາໄດ້ຖືກຂຶ້ນບັນຊີ ແລະ ຈັດສົ່ງມາຈາກຫຼາຍພາກສ່ວນຄື: ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ.
ພ້ອມນັ້ນ, ກໍໄດ້ມອບເຄື່ອງຂອງກາງການກະທຳຜິດຈຳນວນຫຼາຍລາຍການເປັນຕົ້ນແມ່ນ ຄອມພິວເຕີ ແລະ ໂທລະສັບມືຖື ເພື່ອເປັນຂໍ້ມູນຫຼັກຖານ ໃຫ້ແກ່ການສືບຕໍ່ດຳເນີນການສືບສວນ-ສອບສວນຂອງເຈົ້າໜ້າທີ່ ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ສປ ຈີນ.
ໃນພິທີມອບ-ຮັບຕົວຜູ້ຖືກຫາຄັ້ງນີ້, ຕາງໜ້າຝ່າຍລາວເຊັນມອບໂດຍ ພັຕ ວິ້ກຕໍ້ ຫຼ້າບັນດິດ ຮອງຫົວໜ້າພະແນກ ຮັບແຈ້ງຄວາມ ແລະ ປະສານງານກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ.
ທີ່ມາ: ຄວາມສະຫງົບ Lao Security News





