ງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ປີນີ້ມີມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ

Must read

ວັນທີ່ 9 ກັນຍາ 2026 ນີ້, ຄະນະກຳມະການຈັດງານບຸນຫໍ່ເຂົ້າປະດັບດີນ ຊ່ວງເຮືອເດືອນ 9 ປະຈຳປີ ພສ 2569 ຄສ 2026 ຢູ່ນະຄອນ ຫຼວງພະບາງ ໄດ້ຈັດງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ, ໂດຍມີ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະ ເລຂາທິການສູນກາງພັກ, ພ້ອມດ້ວຍການນຳ-ອະດິດການນຳຂັ້ນສູນກາງ-ແຂວງ, ນະຄອນ ຫຼວງພະບາງ, ບັນດາເມືອງ, ແຂກຮັບເຊີນ, ລວມທັງມວນຊົນທັງພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.

ທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ປະທານຈັດງານບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນ 9 ປະຈຳປີ 2026 ຢູ່ນະຄອນ ຫຼວງພະບາງ ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ງານໂລະລາດໃນບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ເປັນບຸນປະເພນີທີ່ສືບທອດກັນມາຫຼາຍເຊັ່ນຄົນ ໂດຍມີບັນດາພໍ່ຄ້າ-ແມ່ຄ້າ ທັງພາຍໃນ ແລະຕ່າງແຂວງ ໄດ້ນຳເອົາສິນຄ້າຜະລິຕະພັນສີໄມ້ລາຍມື, ສິນຄ້າກະສິກຳ ແລະ ອາຫານ-ການກິນຫຼາຍຢ່າງ ມາວາງຂາຍ, ເພື່ອໃຫ້ມວນຊົນໄດ້ນຳໄປປະກອບພິທີທາງສາສະໜາ ແລະຮັບປະທານ ທັງໃຊ້ສອຍ, ນອກນັ້ນ ຈະໄດ້ຈັດງານບຸນຊ່ວງເຮືອປະເພນີ ຊຶ່ງໃນປີນີ້ ຄະນະກຳມະການຈັດງານບຸນ ໄດ້ເປີດກວ້າງການຈັດງານ ບົນພື້ນຖານການກຳນົດລະບຽບ-ຫຼັກການແຂ່ງຂັນ ເພື່ອເປັນການອານຸລັກປະເພນີອັນດີງາມ ທີ່ຊາວຫຼວງພະບາງໄດ້ສືບທອດກັນມາແຕ່ດົນນານ.

ການໂລະລາດຄັ້ງນີ້ ການນຳທີ່ເຂົ້າຮ່ວມ ໄດ້ຍ່າງຊົມການວາງຂາຍສິນຄ້າ ແລະ ຮ່ວມຕັດແຖບຜ້າ-ລັ່ນຄ້ອງ 9 ບາດ ເພື່ອເປີດງານຢ່າງເປັນທາງການ. ຊຶ່ງງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໂອກາດບຸນຫໍ່ເຂົ້າປະດັບດິນໃນປີນີ້ ຄະນະຮັບຜິດຊອບໄດ້ກຳນົດເອົາຖະໜົນສີ ສະຫວ່າງວົງ (ເສັ້ນທາງກາງເມືອງ) ເລີ່ມແຕ່ 3 ແຍກບ້ານຈູມຄ້ອງ (ໜ້າຫໍພະບາງ) ຫາ 3 ແຍກ ເດີ່ນທາດຫຼວງ, ໂດຍມີ ບັນດາພໍ່ຄ້າ, ແມ່ຄ້າ-ຊາວຂາຍ ທັງພາຍໃນ, ແຂວງອ້ອມຂ້າງ ແລະຕ່າງປະເທດ ພ້ອມດ້ວຍປະຊາຊົນພາຍໃນແຂວງຫຼວງພະບາງ ໄດ້ນຳເອົາສິນຄ້າກະສິກຳ ແລະຜະລິດຕະພັນ ສີໄມ້ລາຍມືຂອງຕົນ ມາວາງຂາຍ ເປັນຕົ້ນ ເຄື່ອງຫັດຖະກຳ, ອຸດສາຫະກຳ, ເຄື່ອງນຸ່ງຫົ່ມ, ເຄື່ອງປ່າຂອງດົງ, ເຄື່ອງອຸປະໂພ-ບໍລິໂພກ, ເຄື່ອງໃຊ້ໃນຄົວເຮືອນ, ອາຫານ-ເຄື່ອງກິນດື່ມ ແລະໝາກໄມ້ນາໆຊະນິດ ທີ່ນຳມາປະກອບເປັນເຂົ້າຫໍ່ໂປ້ ຫຼື ເຂົ້າປະດັບດິນ.

ພາຍຫຼັງສຳເລັດການໂລະລາດ ປະຊາຊົນບັນດາເຜົ່າ ຈະໄດ້ກະກຽມເຄື່ອງວັດຖຸທານ ເປັນຕົ້ນ ເຮັດເຂົ້າຕົ້ມ-ເຂົ້າໜົມ ພິເສດແມ່ນການເຮັດເຂົ້າຫໍ່ໂປ້ ຫຼື ຫໍ່ເຂົ້າປະດັບດິນ ເພື່ອປະກອບພິທີໃນມື້ບຸນຫໍ່ເຂົ້າປະດັບດິນ, ສ່ວນມື້ແຮມ 14 ຄໍ່າ ເດືອນ 9 ລາວ ກົງກັບ ວັນທີ່ 11 ກັນຍາ 2026 ຊຶ່ງເປັນມື້ບຸນຫໍ່ເຂົ້າປະດັບດິນ, ເລີ້ມແຕ່ ເວລາ 6 ໂມງເຊົ້າ ການນໍາພັກ-ລັດ ຈະໄດ້ຮ່ວມກັນໃສ່ບາດແດ່ພະສົງ ສາມະເນນ ທີ່ໜ້າວັດແສນສຸຂາຣາມ ແລະມວນຊົນຊາວພຸດທະສາສະນິກະຊົນ ຈະຮ່ວມໃສ່ບາດ ຖວາຍເຄື່ອງວັດຖຸທານຢູ່ຕາມວັດວາອາຣາມແຕ່ລະແຫ່ງ, ຈາກນັ້ນ ຈະໄດ້ເຕົ້າໂຮມແຂກ-ມວນຊົນ ແລະເຮືອຊ່ວງທີ່ເຂົ້າຮ່ວມແຂ່ງຂັນ ທີ່ຜາມໄຊເຮືອຊ່ວງແຄມນ້ຳຄານ ບ້ານຊຽງທອງ-ຄີລີ ເພື່ອຈັດງານບຸນຊ່ວງເຮືອປະເພນີ ແລະດຳເນີນການຊ່ວງເຮືອຕະຫຼອດວັນ.ຂ່າວ-ພາບ: ອາພຸດເດດ ບຸບຜາ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article