ໃນວັນທີ 08 ກັນຍາ 2026 ທາງເຈົ້າໜ້າທີ່ ພະແນກຈະລາຈອນ ຫອ້ງຕຳຫຼວດ ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ມອບລົດຈັກ ຈຳນວນ 05 ຄັນ ທີ່ບໍ່ມີເອກກະສານ(ດັດແປງສະພາບ
ເຕັກນິກ) ໃຫ້ແກ່ກອງພາສີປະຈຳແຂວງບໍ່ແກ້ວລາຍລະອຽດມີດັ່ງນີ້: ລົດຈັກເວບ 110 ໄອ ຍີ່ຫໍ້ ຮອນດ້າ ຈຳນວນ 03 ຄັນ, ລົດຈັກເວບ 125 ຍີ່ຫໍ້ ຮອນດ້າ ຈຳນວນ 02 ຄັນ. ຕ່າງໜ້າມອບໂດຍທ່ານ ພັຕ ພອນມະນີ ມະນີຫວ່າງ ຮອງຫົວໜ້າພະແນກຈະລາຈອນ ປກສ ແຂວງບໍ່ແກ້ວ ຕ່າງໜ້າກອງພາສີແຂວງບໍ່ແກ້ວ ຮັບໂດຍທ່ານ ຊຸບເປີ ວົງສາທອນ.






