ເກີດເຫດໄຟໄໝ້ຕະຫຼາດ ແລະ ຊຸມຊົນບ້ານບາໂປອູດາ ເຂດປາເນຍຕາເວັນອອກ ແຂວງປາປົວກາງ ປະເທດອິນໂດເນເຊຍ ເສຍຊີວິດ 11 ຄົນ

Must read

ເກີດເຫດໄຟໄໝ້ ຢ່າງຮຸນແຮງໃນ ບໍລິເວນຕະຫຼາດ ແລະ ຊຸມຊົນບ້ານບາໂປອູດາ ເຂດປາເນຍຕາເວັນອອກ ແຂວງປາເນຍ ປາປົວຕາເວັນາງ, ໃນຊ່ວງເຊົ້າມືດຂອງວັນທີ 7 ກັນຍາ 2026. ຕຳຫຼວດລະບຸວ່າ ໄຟໄດ້ເລີ່ມລຸກໄໝ້ ໃນເວລາປະມານ 00:25 ນາທີ ຕາມເວລາທ້ອງຖິ່ນ, ລາມຢ່າງວ່ອງໄວໄປສູ່ ເຮືອນຊານ ແລະ ຮ້ານຄ້າທີ່ປູກຕິດພັນກັນຢ່າງໜາແໜ້ນ

ເຫດການດັ່ງກ່າວ ເຮັດໃຫ້ມີຜູ້ເສຍຊີວິດ 11 ຄົນ ແບ່ງເປັນຜູ້ໃຫຍ່ 5 ຄົນ ແລະ ເດັກນ້ອຍ 6 ຄົນ, ຂະນະທີ່ມີຜູ້ໄດ້ຮັບບາດເຈັບອີກປະມານ 20 ຄົນ. ເຮືອນຊານ ແລະ ຮ້ານຄ້າຖືກໄຟໄໝ້ເສຍຫາຍວອດປະມານ 40 ຫຼັງ, ເຊິ່ງພື້ນທີ່ດັ່ງກ່າວ ເປັນຊຸມຊົນຕະຫຼາດ ທີ່ມີຮ້ານຄ້າ ແລະ ບ່ອນພັກອາໄສຢູ່ລວມກັນເປັນຈຳນວນຫຼາຍ. ເຈົ້າໜ້າທີ່ໄດ້ລະດົມກຳລັງເຂົ້າຄວບຄຸມ ໄຟ ແລະ ໃຊ້ລົດຍົນສີດນ້ຳຂອງຕຳຫຼວດ, ກ່ອນຈະສາມາດຄວບຄຸມສະຖານະການໄດ້ ໃນເວລາປະມານ 03:30 ນາທີ. ຜູ້ເສຍຊີວິດຖືກນຳສົ່ງໂຮງໝໍ RSUD Paniai, ຂະນະທີ່ຜູ້ໄດ້ຮັບບາດເຈັບໄດ້ຮັບການປິ່ນປົວຢູ່ໃນພື້ນທີ່.

ສື່ທ້ອງຖິ່ນລາຍງານວ່າ ໃນຈຳນວນຜູ້ເສຍຊີວິດມີເດັກນ້ອຍອາຍຸພຽງ 2 ປີ, ລວມທັງຍິງອາຍຸປະມານ 30 ປີ ທີ່ຖືພາ 8 ເດືອນ. ຜູ້ທີ່ສູນເສຍບ້ານເຮືອນ ຕ້ອງຍ້າຍໄປພັກເຊົາຊົ່ວຄາວ ຕາມສະຖານີຕຳຫຼວດ ແລະ ສູນສາທາລະນະສຸກໃກ້ຄຽງ. ມູນຄ່າຄວາມເສຍຫາຍເບື້ອງຕົ້ນ ປະເມີນໄວ້ປະມານ 2 ພັນລ້ານຣູເປຍ ຫຼື ປະມານ 4 ລ້ານບາດ.

ຕຳຫຼວດປາເນຍ ຍັງຢູ່ໃນລະຫວ່າງການສືບສວນ ຫາສາເຫດ, ໂດຍມີພະຍານໃຫ້ຂໍ້ມູນວ່າ ເຫັນບຸກຄົນ 2 ຄົນຢູ່ໃກ້ເຮືອນຫຼັງໜຶ່ງ ກ່ອນເກີດເຫດໄຟໄໝ້, ແຕ່ເຈົ້າໜ້າຍັງບໍ່ຢືນຢັນເທື່ອວ່າເປັນການວາງເພີງ ຫຼື ອຸບັດເຫດກັນແທ້. ຂະນະນີ້ ຍັງບໍ່ມີຂໍ້ສະຫຼຸບຢ່າງເປັນທາງການ ກ່ຽວກັບຈຸດຕົ້ນເພີງໄຫມ້ ແລະ ສາເຫດທີ່ແທ້ຈິງ. ຂໍ້ມູນຫຼ້າສຸດໃນເຊົ້າວັນທີ 8 ກັນຍາ 2026, ການສືບສວນຍັງຢູ່ໃນຂັ້ນຕອນດຳເນີນຕໍ່ໄປ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article