ໃນວັນທີ 3 ກັນຍາ 2026, ເຈົ້າໜ້າທີ່ສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ລົງແກ້ກຸ່ມກໍ່ອາຊະກໍາທາງອິນເນັດ ແລະ ການພະນັນອອນລາຍ ຢູ່ບ້ານ ໂນນແສງຈັນ ແລະ ບ້ານນາທົ່ມ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ.

ຈຸດທີ 1 ບ້ານໂນນແສງຈັນ ໜ່ວຍ 38 ສາມາດກັກຕົວຜູ້ຖືກຫາໄດ້ ຈໍານວນ 25 ຄົນ ຍິງ 5 ຄົນ ລວມມີ 3 ສັນຊາດຄື: ຈີນ 15 ຄົນ, ມຽນມາ 6 ຄົນ ຍິງ 5 ຄົນ ແລະ ສັນຊາດ ຈີນ-ຮົງກົງ 4 ຄົນ ແລະ ຍຶດຂອງກາງໄດ້ຫຼາຍລາຍການຄື ຄອມພິວເຕີຕັ້ງໂຕະ 14 ໜ່ວຍ, ໂທລະສັບມືຖື 70 ໜ່ວຍ , ໄອແພັດ 21 ໜ່ວຍ, ລົດໃຫຍ່ 2 ຄັນ ແລະ ຢາເມັດສີແດງ (ຄ້າຍຄືຢາເສບຕິດ) ຈໍານວນ 129 ເມັດ.

ຈຸດທີ 2 ບ້ານນາທົ່ມ ສາມາດກັກຕົວຜູ້ຖືກຫາໄດ້ 14 ຄົນ ເປັນຄົນສັນຊາດຈີນ ແລະ ຍຶດຂອງກາງໄດ້ຄື: ຄອມພິວເຕີຕັ້ງໂຕະ 20 ໜ່ວຍ, ໂທລະສັບມືຖື 40 ໜ່ວຍ ແລະ ຢາສູບໄຟຟ້າ 4 ອັນ.




ປັດຈຸບັນ, ເຈົ້າໜ້າທີ່ພວມດໍາເນີນການສຶບສວນ-ສອບສວນຕໍ່ເປົ້າໝາຍດັ່ງກ່າວຕາມລະບຽບກົດໝາຍ.





