ອຸຕຸນິຍົມໂລກເຕືອນ “ເອລນີໂຢ” ແນວໂນ້ມຮຸນແຮງສຸດຂີດ-ຮ້ອນກວ່າເກົ່າທ້າຍປີ ຍາວຈົນເຖິງ ກຸມພາ 2027

Must read

ອົງການອຸຕຸນິຍົມໂລກ (WMO) ເຕືອນວ່າ ປະກົດການ “ເອລນີໂຢ” (El Niño) ໄດ້ກໍ່ຕົວຂຶ້ນຢ່າງສົມບູນແລ້ວ ແລະ ກໍາລັງເພີ່ມຄວາມຮຸນແຮງ ມີແນວໂນ້ມພັດທະນາໄປສູ່ລະດັບ “ຮຸນແຮງຫຼາຍ” ໃນອີກຫຼາຍເດືອນຂ້າງໜ້າ. ໂດຍຄາດວ່າມີໂອກາດສູງເກືອບ 100% ທີ່ຈະດໍາເນີນຕໍ່ເນື່ອງໄປເຖິງເດືອນກຸມພາ 2027 ເຊິ່ງອາດສົ່ງຜົນກະທົບຢ່າງຮຸນແຮງຕໍ່ຮູບແບບຝົນ ແລະ ອຸນຫະພູມທົ່ວໂລກ, ເພີ່ມຄວາມສ່ຽງນໍ້າທ່ວມ, ໄພແລ້ງ ແລະ ສະພາບອາກາດຮ້ອນຈັດ.

ພາບປະກອບ ( NOAA )

ອົງການອຸຕຸນິຍົມໂລກ (WMO) ຂອງສະຫະປະຊາຊາດ ເປີດເຜີຍວ່າ ປະກົດການເອລນີໂຢກໍາລັງເກີດຂຶ້ນຢ່າງຈະແຈ້ງ ແລະ ມີແນວໂນ້ມເພີ່ມຄວາມຮຸນແຮງຂຶ້ນຈົນຢູ່ໃນລະດັບ “ຮຸນແຮງຫຼາຍ” ໃນອີກຫຼາຍເດືອນຂ້າງໜ້າ ໂດຍຄາດວ່າຈະຂຶ້ນເຖິງຈຸດສູງສຸດໃນຊ່ວງທ້າຍປີ 2026 ຫຼັກໆ, ຂະນະທີ່ຜົນກະທົບຕໍ່ສະພາບພູມອາກາດອາດຕໍ່ເນື່ອງໄປຈົນເຖິງປີ 2027.

WMO ລະບຸວ່າ ແບບຈໍາລອງພະຍາກອນຊີ້ໃຫ້ເຫັນຄວາມເປັນໄປໄດ້ເກືອບ 100% ທີ່ຈະເກີດຕໍ່ເນື່ອງໄປເຖິງເດືອນກຸມພາ 2027. ນີ້ຖືເປັນຄັ້ງທໍາອິດທີ່ລາຍງານ “El Niño/La Niña Update” ສະແດງຄວາມເຊື່ອໝັ້ນຢ່າງຈະແຈ້ງໃນລະດັບນີ້, ສະທ້ອນເຖິງຄວາມສອດຄ່ອງຂອງຂໍ້ມູນຈາກເຄືອຂ່າຍອຸຕຸນິຍົມທົ່ວໂລກ.

ສຽງເຕືອນຈາກຜູ້ນໍາ ແລະ ຜູ້ຊ່ຽວຊານ

  • ອັນໂຕນິໂອ ກູເຕີເຣສ (ເລຂາທິການໃຫຍ່ສະຫະປະຊາຊາດ): “ເອລນີໂຢກໍາລັງຂະຫຍາຍໂຕຕໍ່ໜ້າຕໍ່ຕາພວກເຮົາ. ວິທະຍາສາດບໍ່ມີຂໍ້ສົງໄສ, ໂລກກໍາລັງກ້າວເຂົ້າສູ່ເຂດນໍ້າທີ່ບໍ່ເຄີຍປະເຊີນມາກ່ອນ ແລະ ນໍ້າເຫຼົ່ານັ້ນກໍາລັງຮ້ອນຂຶ້ນ. ອຸນຫະພູມຜິວນໍ້າທະເລເພີ່ມສູງຂຶ້ນ, ອຸນຫະພູມໂດຍລວມຍັງໄຕ່ລະດັບ ແລະ ໂລກກໍາລັງຢູ່ໃນເຂດອັນຕະລາຍຂອງສະພາບອາກາດສຸດຂີດ.”
  • ເຊເລສເຕ ຊາອູໂລ (ເລຂາທິການໃຫຍ່ WMO): ລະບຸວ່າປະກົດການຄັ້ງນີ້ມີສັກກະຍະພາບທີ່ຈະສ້າງ “ຜົນກະທົບຄັ້ງໃຫຍ່ຕໍ່ຊຸມຊົນ ແລະ ເສດຖະກິດທົ່ວໂລກ”. ທ່ານຮຽກຮ້ອງໃຫ້ຂະແໜງການທີ່ອ່ອນໄຫວ ເຊັ່ນ: ກະສິກໍາ, ສາທາລະນະສຸກ, ພະລັງງານ ແລະ ທະພະຍາກອນນໍ້າ ເລັ່ງກະກຽມຮັບມືໂດຍ “ບໍ່ມີເວລາໃຫ້ສູນເສຍອີກແລ້ວ”.

ສາເຫດ ແລະ ຕົວຊີ້ວັດທາງວິທະຍາສາດ

ເອລນີໂຢເປັນປະກົດການທໍາມະຊາດ (ເກີດທຸກໆ 2-7 ປີ, ດົນປະມານ 9-12 ເດືອນ ສັບປ່ຽນກັບ ລານີຢາ) ທີ່ເກີດຈາກອຸນຫະພູມຜິວນໍ້າທະເລໃນມະຫາສະໝຸດປາຊີຟິກເຂດຮ້ອນຕອນກາງ ແລະ ຕາເວັນອອກ ສູງກວ່າປົກກະຕິ. ເຖິງບໍ່ໄດ້ເກີດຈາກການປ່ຽນແປງສະພາບອາກາດໂດຍກົງ, ແຕ່ໂລກຮ້ອນຈາກຝີມືມະນຸດຈະຍິ່ງຊໍ້າເຕີມໃຫ້ຄວາມຮ້ອນ ແລະ ສະພາບອາກາດສຸດຂີດຮຸນແຮງຂຶ້ນ.

  • ດັດຊະນີ Niño 3.4: ໃນຊ່ວງເດືອນພຶດສະພາ-ກໍລະກົດ 2026 ອຸນຫະພູມສະເລ່ຍສູງກວ່າປົກກະຕິ 1.5°C, ເດືອນກໍລະກົດສູງກວ່າ 2.0°C ແລະ ທ້າຍກໍລະກົດຫາປານກາງອໍໂກດ ພຸ່ງສູງເຖິງ 2.2-2.6°C.
  • ຄວາມຮ້ອນໃຕ້ຜິວນໍ້າ: ພົບຄວາມຮ້ອນຜິດປົກກະຕິຢູ່ໃຕ້ຜິວນໍ້າທະເລ ໂດຍບາງພື້ນທີ່ສູງກວ່າຄ່າສະເລ່ຍເກີນ 8°C.

ແນວໂນ້ມຜົນກະທົບທົ່ວໂລກ (ກັນຍາ – ພະຈິກ 2026)

  • ອຸນຫະພູມ: ພື້ນທີ່ແຜ່ນດິນເກືອບທົ່ວໂລກມີແນວໂນ້ມປະເຊີນອຸນຫະພູມສູງກວ່າຄ່າປົກກະຕິ.
  • ຝົນ ແລະ ໄພແລ້ງ: ເຂດລຸ່ມນໍ້າອາມາຊອນ, ອິນໂດເນເຊຍ ແລະ ອົດສະຕຣາລີ ອາດປະເຊີນໄພແລ້ງ, ຂະນະທີ່ລະດູມໍລະສຸມໃນອິນເດຍ ແລະ ຮູບແບບຝົນໃນເຂດຮ້ອນຈະປ່ຽນແປງໄປ.
  • ປັດໄຈແຊກຊ້ອນ: ເກີດປະກົດການ Indian Ocean Dipole (IOD) ໄລຍະບວກໃນມະຫາສະໝຸດອິນເດຍ ແລະ ອຸນຫະພູມທີ່ສູງຜິດປົກກະຕິໃນມະຫາສະໝຸດແອດແລນຕິກ ເຊິ່ງອາດສົ່ງຜົນໃຫ້ຜົນກະທົບໃນແຕ່ລະພູມິພາກມີຄວາມຊັບຊ້ອນຫຼາຍຂຶ້ນ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article