
ຄວາມຄືບໜ້າເຫດໄພພິບັດນ້ຳຖ້ວມຊຸມ ແລະດິນເຈື່ອນຢູ່ເຂດທາງຕອນເໜືອຂອງເນປານ ທີ່ມີຊາຍແດນຕິດກັບເຂດປົກຄອງຕົນເອງທິເບດຂອງຈີນ. ລ່າສຸດ, ທາງການເນປານໄດ້ແຖລອງໃນວັນທີ 2 ກັນຍາວ່ານີ້ວ່າ: ຈຳເປັນຕ້ອງໄດ້ສ້າງເຮືອນຢູ່ອາໄສຂຶ້ນມາໃໝ່ປະມານ 20,000 ຫຼັງ ໃນພື້ນທີ່ທີ່ໄດ້ຮັບຄວາມເສຍຫາຍຈາກເຫດໄພພິບັດດັ່ງກ່າວ. ໃນຂະນະທີ່ທີມກູ້ໄພຍັງຄົງເດີນໜ້າຄົ້ນຫາຄົນງານທີ່ຕິດຢູ່ພາຍໃນອຸໂມງຂອງໂຄງການໂຮງໄຟຟ້າພະລັງນ້ຳຂອງເນປານ ເຊິ່ງເຊື່ອວ່າມີຮວມກັນປະມານ 900 ຄົນ. ທ່າມກາງຍອດຜູ້ເສຍຊີວິດຢູ່ເນປານເພີ່ມຂຶ້ນເປັນຢ່າງໜ້ອຍ 1,252 ລາຍ ແລະຢູ່ທິເບດ 21 ລາຍ, ໂດຍຍັງມີຜູ້ສູນຫາຍຮວມກັນຫຼາຍກວ່າ 4,200 ລາຍ.
ທ່ານ ທຳມະລາດ ອຸປະເລຕິ (Dharma Raj Upreti) ຫົວໜ້າ ສຳນັກງານຈັດການ ແລະຫຼຸດຄວາມສ່ຽງຈາກໄພພິບັດແຫ່ງຊາດຂອງເນປານ ໄດ້ໃຫ້ສຳພາດກັບສຳນັກຂ່າວຣອຍເຕີ (Reuters) ວ່າ: ຈາກການປະເມິນເບື້ອງຕົ້ນ, ເຮືອນຢູ່ອາໄສໃນພື້ນທີ່ປະສົບໄພດັ່ງກ່າວປະມານ 7,500 ຫຼັງ ຖືກທຳລາຍຢ່າງຮາບຄາບ, ທັງຖືກມວນນ້ຳພັດໄຫຼໄປ ແລະຖືກເສດຊາກດິນເຈື່ອນທັບຖົມ. ສ່ວນເຮືອນທີ່ຍັງເຫຼືອກໍ່ບໍ່ສາມາດໃຊ້ອາຍໄສໄດ້ອີກຕໍ່ໄປ, ຄາດວ່າຈຳເປັນຕ້ອງໄດ້ສ້າງເຮືອນຂຶ້ນມາໃໝ່ປະມານ 20,000 ຫຼັງ ໃນພື້ນທີ່ທີ່ມີຄວາມປອດໄພກວ່າ.
ດ້ານກອງທັບເນປານໄດ້ແຖລອງວ່າ: ກຳລັງພົນຫຼາຍກວ່າ 9,000 ນາຍ ຍັງຄົງປະຕິບັດໜ້າທີ່ຢູ່ໃນພື້ນທີ່ທີ່ໄດ້ຮັບຜົນກະທົບ ເຊັ່ນ: ເຂດຕິມູເຣ ໃນເມືອງຣາຊູວາ (Rasuwa), ນູວາໂກດ (Nuwakot), ດາດິງ (Dhading), ຈິດວັນ (Chitwan) ແລະ ນາວາລພາຣາຊີຕາເວັນອອກ (East Nawalparasi) ເພື່ອຮ່ວມກັນຄົ້ນຫາ ແລະກູ້ໄພ, ຊ່ວຍເຫຼືອຜູ້ໄດ້ຮັບບາດເຈັບ, ຈັດການສົບຜູ້ເສຍຊີວິດ, ອະນາໄມສິ່ງກີດຂວາງເທິງເສັ້ນທາງ ແລະໃຫ້ການປົວປ່ຽນສຸກເສີນ.

ເຈົ້າໜ້າທີ່ກອງທັບເນປານທ່ານໜຶ່ງເປີດເຜີຍວ່າ: ການຄົ້ນຫາຄົນງານໃນໂຄງການໂຮງໄຟຟ້າພະລັງນ້ຳຢ່າງໜ້ອຍ 900 ຄົນ ທີ່ເຊື່ອວ່າຕິດຢູ່ໃນອຸໂມງ ຍັງຄົງດຳເນີນຕໍ່ໄປ ໂດຍມີຜູ້ຊ່ຽວຊານຈາກ ອິນເດຍ, ເກົາຫຼີໃຕ້ ແລະຈີນ ເຂົ້າມາສົມທົບ.
“ປະຕິບັດການຄົ້ນຫາ ແລະກູ້ໄພ ຈະດຳເນີນຕໍ່ໄປຕາບໃດທີ່ຍັງມີຄວາມຫວັງວ່າຈະພົບຜູ້ຮອດຊີວິດ. ແລະເຖິງວ່າຈະບໍ່ພົບຜູ້ຮອດຊີວິດ, ພວກເຮົາກໍ່ຈະກູ້ຮ່າງຜູ້ເສຍຊີວິດກັບຄືນມາ” ເຈົ້າໜ້າທີ່ກ່າວ.
ໃນຂະນະທີ່ ທ່ານ ຣາຈາ ຣາມ ບາສເນັດ (Raja Ram Basnet) ໂຄສົກກອງທັບເນປານ ກ່າວວ່າ: ໄດ້ມີການກູ້ຮ່າງຜູ້ເສຍຊີວິດ 2 ລາຍ ຂຶ້ນມາຈາກອຸໂມງຂອງໂຮງໄຟຟ້າພະລັງນ້ຳ ລັງຕັງໂຄລາ (Langtang Khola) ແລ້ວ.
ດ້ານກະຊວງການຕ່າງປະເທດຈີນ ໄດ້ແຖລອງໃນວັນດຽວກັນວ່າ: ຈີນໄດ້ສົ່ງຄວາມຊ່ວຍເຫຼືອຊຸດທີ 3 ໄປຍັງເນປານ ເຊິ່ງປະກອບມີ ເຕັນ, ຜ້າຫົ່ມ, ຊຸດປ້ອງກັນທາງການແພດ ແລະອຸປະກອນສື່ສານຜ່ານດາວທຽມ. ພ້ອມທັງລະບຸວ່າ ໜ່ວຍງານດ້ານອຸຕຸນິຍົມວິທະຍາຂອງທັງສອງປະເທດກຳລັງຕິດຕໍ່ປະສານງານກັນຢູ່.
“ຈີນຈະຍັງຄົງໃຫ້ຄວາມຊ່ວຍເຫຼືອສຸກເສີນ ໂດຍພິຈາລະນາຈາກຄວາມຕ້ອງການຂອງເນປານ ແລະດຳເນີນຄວາມຮ່ວມມືດ້ານການກູ້ໄພໃນລະດັບສາກົນຕໍ່ໄປ” ທ່ານ ກົວ ເຈຍຄຸນ (Guo Jiakun) ໂຄສົກກະຊວງການຕ່າງປະເທດຈີນ ກ່າວ.





