ທ່າແຕງ ປ່ອຍສັດປ່າປະເພດຫວງຫ້າມ ຄືນສູ່ທໍາມະຊາດ ‎

Must read

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ເຊກອງ ຮ່ວມກັບເມືອງທ່າແຕງ ປ່ອຍສັດປ່າປະເພດຫວງຫ້າມ ບັນຊີ 1, ເປັນສັດປ່າປະເພດ ລີງກັງ 13 ໂຕ ຄືນສູ່ທຳມະຊາດ ທີ່ເຂດປ່າປ້ອງກັນແຫ່ງຊາດ ພູຈວມ ບ້ານຫ້ວຍຊາຍ ເມືອງທ່າແຕງ ໃນທ້າຍອາທິດຜ່ານມາ ໂດຍມີທ່ານ ໄພສະໝອນ ໄອແກ້ວ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງເຊກອງ, ທ່ານ ນາງ ໜູກອນ ໄຊສະຫງ່າ ປະທານແນວລາວສ້າງຊາດເມືອງທ່າແຕງ ພ້ອມດ້ວຍເຈົ້າໜ້າທີ່, ອົງການປົກຄອງບ້ານ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

‎ທ່ານ ໄພສີ ອາຍະວົງ ຮອງຫົວໜ້າກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງເຊກອງ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມຄຳສັ່ງເລກທີ 25/ນຍ, ລົງວັນທີ 17 ກັນຍາ 2025 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ສັດນໍ້າ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ ແລະ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ ກ່ຽວກັບການລ່າ, ລ້ຽງ, ຂະຫຍາຍພັນ, ມີໄວ້ໃນຄອບຄອງ, ຄ້າຂາຍ, ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ໃຫ້ສອດຄ່ອງຕາມກົດໝາຍ, ລະບຽບການ ທີ່ລັດຖະບານໄດ້ວາງອອກ ແລະ ສົນທິສັນຍາສາກົນ, ຊຶ່ງໃນວັນທີ 15 ກໍລະກົດ 2026 ເຈົ້າໜ້າທີ່ກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ໄດ້ຮັບແຈ້ງ ຈາກພົນລະເມືອງດີ ມີຄົນຕ່າງປະເທດ ສັນຊາດຈີນ ທີ່ມາເຊົ່າເຮືອນຕົນ ມີສັດປ່າຫວງຫ້າມ ໄວ້ໃນຄອບຄອງ, ລ້ຽງໄວ້ຢູ່ບ້ານເພຍໃໝ່ ເມືອງລະມາມ ແຂວງເຊກອງ. ສະນັ້ນ, ເຈົ້າໜ້າທີ່ກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈຶ່ງໄດ້ເຄື່ອນໄຫວກວດກາ ແລະ ໄດ້ພົບເຫັນແທ້ ຕາມການລາຍງານຂອງພົນລະເມືອງດີ, ຊຶ່ງພົບເຫັນສັດປ່າປະເພດ ລີງກັງ 13 ໂຕ, ເພດຜູ້ 6 ໂຕ, ເພດແມ່ 7 ໂຕ, ສັດດັ່ງກ່າວ ແມ່ນນອນໃນສັດປ່າຫວງຫ້າມ ບັນຊີ I, ຈາກນັ້ນເຈົ້າຂອງເຮືອນຜູ້ໃຫ້ຄົນຕ່າງປະເທດເຊົ່າເຮືອນ ໄດ້ປະສານຫາເຈົ້າຂອງສັດ ຈຶ່ງເຫັນດີຕົກລົງມອບສັດໃຫ້ເຈົ້າຂອງເຮືອນ ຫລັງຈາກນັ້ນ ເຈົ້າຂອງເຮືອນ ຈຶ່ງໄດ້ມອບຕໍ່ສັດດັ່ງກ່າວໃຫ້ກອງກວດກາ ມາຮັກສາໄວ້ເພື່ອເບິ່ງແຍງ, ຟື້ນຟູ, ບຳບັດ, ຮັກສາ ຕາມຫລັກການວິທະຍາສາດ ເພື່ອປ່ອຍຄືນສູ່ທຳມະຊາດ ທີ່ເໝາະສົມຕາມລະບົບນິເວດ. ‎

‎ໂອກາດນີ້, ທ່ານ ໄພສະໝອນ ໄອແກ້ວ ໄດ້ກ່າວວ່າ: ການປ່ອຍສັດປ່າຄືນສູ່ທຳມະຊາດຄັ້ງນີ້ ມີຄວາມສຳຄັນຢ່າງຍິ່ງ, ເປັນການຄືນຄວາມສົມດຸນໃຫ້ກັບປ່າ ແລະ ປົກປັກຮັກສາສັດປ່າທີ່ໃກ້ຈະສູນພັນໄວ້ຢູ່ໃນການຄຸ້ມຄອງ, ອະນຸລັກ ເພື່ອໃຫ້ມີການຂະຫຍາຍພັນຫລາຍຂຶ້ນ, ພ້ອມທັງເນັ້ນໃຫ້ອົງການປົກຄອງບ້ານຫ້ວຍຊາຍ ເອົາໃຈໃສ່ຕິດຕາມກວດກາ ການລັກລອບລ່າສັດປ່າຫວງຫ້າມ, ຖ້າພົບເຫັນໃຫ້ຮີບຮ້ອນແຈ້ງເຈົ້າໜ້າທີ່ກຽ່ວຂ້ອງ ເພື່ອປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ. ‎ ‎

ຂ່າວ-ພາບ: ອິນປອນ ອ່ອນພະຈັນ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article