ໂຮງໝໍມິດຕະພາບ ສໍາເລັດການຜ່າຕັດປູກຖ່າຍໄຂ່ຫຼັງ ຍົກລະດັບການບໍລິການສາທາລະນະສຸກ ຢູ່ ສປປ ລາວ

Must read

ໂຮງໝໍມິດຕະພາບ ໄດ້ປະສົບຜົນສໍາເລັດໃນການຜ່າຕັດປູກຖ່າຍໄຂ່ຫຼັງໃຫ້ກັບຄົນເຈັບ ຊຶ່ງຖືເປັນບາດກ້າວໂດດເດັ່ນໃນການພັດທະນາ ແລະ ຍົກສູງຄຸນນະພາບການບໍລິການທາງດ້ານການແພດຢູ່ ສປປ ລາວ. ການສໍາເລັດການຜ່າຕັດດັ່ງກ່າວ ຊ່ວຍໃຫ້ຄົນເຈັບ ທີ່ມີຄວາມຈໍາເປັນ ແລະ ມີເງື່ອນໄຂ ສາມາດເຂົ້າເຖິງການປ່ຽນຖ່າຍໄຂ່ຫຼັງຢູ່ພາຍໃນປະເທດ ໂດຍບໍ່ຈໍາເປັນຕ້ອງເດີນທາງໄປປິ່ນປົວຢູ່ຕ່າງປະເທດອີກຕໍ່ໄປ.

ທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ ໄດ້ໃຫ້ສໍາພາດກ່ຽວກັບການຈັດຕັ້ງປະຕິບັດການປູູກຖ່າຍໄຂ່ຫຼັງ ຕໍ່ສື່ມວນຊົນໃນວັນທີ 25 ກໍລະກົດຜ່ານມາ ທີ່ໂຮງໝໍດັ່ງກ່າວວ່າ: ໂຮງໝໍມິດຕະພາບ ເປັນແຫ່ງທໍາອິດ ໃນ ສປປ ລາວ ທີ່ໄດ້ປະຕິບັດພາລະບົດບາດປິ່ນປົວຄົນເຈັບພະຍາດໄຂ່ຫຼັງຊຸດໂຊມແບບກະທັນຫັນ ແລະ ຊໍ້າເຮື້ອ ໂດຍເລີ່ມໃຫ້ບໍລິການຟອກເລືອດ (ຟອກໄຂ່ຫຼັງ) ມາຕັ້ງແຕ່ປີ 1994 ເປັນຕົ້ນມາ. ເພື່ອເປັນການຍົກລະດັບການປິ່ນປົວໃຫ້ສູງຂຶ້ນ, ກະຊວງສາທາລະນະສຸກ ໄດ້ຮັບຮອງ ແລະ ອະນຸຍາດໃຫ້ 2 ໂຮງໝໍລັດຄື: ໂຮງໝໍມິດຕະພາບ ແລະ ໂຮງໝໍສູນກາງ 103 ກອງທັບ ເປັນສະຖານທີ່ດໍາເນີນການຜ່າຕັດປູກຖ່າຍໄຂ່ຫຼັງ. ການດໍາເນີນງານປູກຖ່າຍໄຂ່ຫຼັງ ຢູ່ໂຮງໝໍມິດຕະພາບ ແມ່ນເຕັກນິກຂັ້ນສູງສຸດ ໃນການປິ່ນປົວພະຍາດໄຂ່ຫຼັງຊຸດໂຊມ ຊໍາເຮື້ອ ໂດຍຢູ່ພາຍໃຕ້ການຮ່ວມມືທາງດ້ານວິຊາການ ແບບບໍ່ຫວັງຜົນກໍາໄລ ຮ່ວມກັບໂຮງໝໍລາມາທິບໍດີ ປະເທດໄທ ຕາມບົດບັນທຶກຄວາມເຂົ້າໃຈ (MOU) ທີ່ໄດ້ເຊັນຮ່ວມກັນໃນປີ 2023. ໂຄງການນີ້ໄດ້ເນັ້ນໃສ່ການຝຶກອົບຮົມບຸກຄະລາກອນຢ່າງເປັນລະບົບ ທັງຢູ່ສູນປູກຖ່າຍອະໄວຍະວະ ໂຮງໝໍລາມາທິບໍດີ ແລະ ຢູ່ພະແນກໄຂ່ຫຼັງ ໂຮງໝໍມິດຕະພາບ. ພ້ອມດຽວກັນນີ້, ໂຮງໝໍມິດຕະພາບ ໄດ້ສ້າງຕັ້ງ “ທີມງານປູກຖ່າຍໄຂ່ຫຼັງ” ໂດຍມີຂໍ້ຕົກລົງຂອງຜູ້ອໍານວຍການ ແລະ ພາຍໃຕ້ການຊີ້ນໍາໂດຍກົງຈາກຄະນະອໍານວຍໂຮງໝໍ ແລະ ທີມວິຊາການປະກອບດ້ວຍ: ທີມໝໍໄຂ່ຫຼັງ, ໝໍຜ່າຕັດ, ໝໍວາງຢາສະຫຼົບ, ໝໍຫົວໃຈ, ໝໍເບົາຫວານ, ໝໍຊຶມເຊື້ອ, ການຢາ, ໝໍສຸຂະພາບຈິດ, ທີມພະຍາບານໄຂ່ຫຼັງ, ພະຍາບານສົ່ງເຄື່ອງມື ແລະ ນັກໂພຊະນາການ. ໃນດ້ານຂະບວນການ ແລະ ກົດໝາຍ, ການກະກຽມຄົນເຈັບແມ່ນໄດ້ປະຕິບັດຕາມກົດໝາຍການປິ່ນປົວຂອງກະຊວງສາທາລະນະສຸກຢ່າງເຂັ້ມງວດ, ມີການສະເໜີຂໍອະນຸມັດຜ່ານກົມປິ່ນປົວ ແລະ ຫ້ອງການກະຊວງສາທາລະນະສຸກ. ນອກຈາກນີ້, ຍັງໄດ້ປະຕິບັດຕາມກົດໝາຍບ້ານເມືອງ (ມີໃບຢັ້ງຢືນຈາກອໍານາດການປົກຄອງບ້ານ ແລະ ເມືອງ) ເພື່ອປ້ອງກັນ ແລະ ຫຼີກລ່ຽງການຊື້-ຂາຍອະໄວຍະວະ. ຜູ້ບໍລິຈາກໄຂ່ຫຼັງຕ້ອງເປັນສາຍຍາດໂດຍຕົງ ທີ່ສະໝັກໃຈ ແລະ ສາມາດພິສູດໄດ້ທາງກົດໝາຍ ລວມທັງການພິສູດທາງວິທະຍາສາດ (DNA). ທັງນີ້, ກ່ອນການຜ່າຕັດ ທີມງານທັງສອງຝ່າຍ (ໂຮງໝໍມິດຕະພາບ ແລະ ໂຮງໝໍລາມາທິບໍດີ) ໄດ້ປະຊຸມກະກຽມຮ່ວມກັນຢ່າງໜ້ອຍ 4 ຄັ້ງ.

ທ່ານ ສອນໄຊ ລາດຊະວົງ ກ່າວຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດ, ໂຮງໝໍມິດຕະພາບ ສາມາດຜ່າຕັດປູກຖ່າຍໄຂ່ຫຼັງ ປະສົບຜົນສໍາເລັດແລ້ວ 2 ກໍລະນີຄື: ກໍລະນີທີ 1: ຜ່າຕັດສໍາເລັດໃນວັນທີ 18 ພະຈິກ 2024 (ຕິດຕາມຜົນແລ້ວ 18 ເດືອນ); ກໍລະນີທີ 2: ຜ່າຕັດສໍາເລັດໃນວັນທີ 6 ຕຸລາ 2025 (ຕິດຕາມຜົນແລ້ວ 10 ເດືອນ) ປັດຈຸບັນ, ທັງສອງກໍລະນີ ແມ່ນມີສຸຂະພາບແຂງແຮງດີ, ມີຊີວິດໃໝ່ ແລະ ສາມາດກັບຄືນມາໃຊ້ຊີວິດໄດ້ຕາມປົກກະຕິ ໂດຍໄດ້ຮັບການຕິດຕາມສຸຂະພາບຕາມນັດຢູ່ໂຮງໝໍມິດຕະພາບຢ່າງເປັນລະບົບ. ຜົນສໍາເລັດນີ້ ບໍ່ພຽງແຕ່ຊ່ວຍຫຼຸດຜ່ອນພາລະ ແລະ ຄວາມຫຍຸ້ງຍາກຂອງຄົນເຈັບໃນການເດີນທາງໄປຕ່າງປະເທດເທົ່ານັ້ນ, ແຕ່ຍັງເປັນສິ່ງຢັ້ງຢືນເຖິງສັກກະຍາພາບ, ຄວາມພ້ອມທາງດ້ານວິຊາການ ແລະ ພື້ນຖານໂຄ່ງລ່າງ ຂອງໂຮງໝໍມິດຕະພາບ ໃນການກ້າວສູ່ມາດຕະຖານໃໝ່ຂອງການບໍລິການສາທາລະນະສຸກຢູ່ ສປປ ລາວ.

ໂດຍ: ວັນເພັງ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article