ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງຫຼວງພະບາງ

Must read

ໃນຕອນບ່າຍຂອງ ວັນທີ 22 ກໍລະກົດ ນີ້, ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ,ພ້ອມດ້ວຍຄະນະນຳຈາກສູນກາງ ແລະການນຳແຂວງຫຼວງພະບາງ ໄດ້ຢ້ຽມ ຢາມໂຄງການກໍ່ສ້າງ ເຂື່ອນໄຟຟ້ານຳຂອງຫຼວງພະບາງ, ໂດຍໄດ້ຮັບການຕ້ອນຮັບຈາກຄະນະຜູ້ບໍລິການໂຄງການ.

ໂອກາດນີ້, ໄດ້ຮັບຟັງການລາຍງານສະພາບການດຳ ເນີນການກໍ່ສ້າງວ່າ: ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງຫຼວງພະບາງ ຕັ້ງຢູ່ລະຫວ່າງເມືອງຈອມເພັດ ແລະເມືອງປາກອູ ແຂວງຫຼວງພະບາງ ເປັນໂຄງການພັດທະນາເຂື່ອນ ໄຟຟ້າ ພະລັງງານນ້ຳແບບຍືນຍົງໃນເຂດແມ່ນ້ຳຂອງຕອນລຸ່ມ ເຊີ່ງໄດ້ຖອດຖອນບົດຮຽນຈາກ ການພັດທະນາເຂື່ອນໄຟຟ້ານ້ຳຂອງໄຊຍະບູລີ, ມີມູນຄ່າການກໍ່ສ້າງປະມານ 5 ຕື້ ໂດລາ, ໄດ້ຜ່ານການວິເຄາະພັນປາເພື່ອອານຸລັກ, ສຳຫຼວດ- ອອກແບບໃຫ້ເໝາະສົມກັບພື້ນທີ່ ໂດຍບໍ່ສົ່ງຜົນກະທົບຕໍ່ເຂດມໍລະດົກໂລກຫຼວງພະບາງ, ຫຼີກລ້ຽງຜົນກະທົບໜັກ ຕໍ່ສີ່ງແວດລ້ອມ ແລະສັງຄົມ ໂດຍສະເພາະລະດັບນ້ຳທີ່ຍື່ງຂື້ນ ບໍ່ເກີນ 310 ແມັດ ຈາກລະດັບໜ້ານ້ຳທະເລ ຫຼື ເທົ່າ ກັບລະດັບນ້ຳ ທີ່ເຄີຍມີປະລິມານສູງຂື້ນ ໃນລະດູຝົນໄລ ຍະຜ່ານມາ, ມີສີ່ງອຳນວຍຄວາມສະດວກໃຫ້ກັບ ການຂື້ນ-ລົງຂອງເຮືອຂົນສົ່ງສີນຄ້າ ລະດັບ 500 ໂຕ່ນ ແລະເຮືອຂົນສົ່ງໂດຍສານ ໃຊ້ເວລາປະມານ 40 ນາທີ, ທັງອຳ ນວຍຄວາມສະດວກການຂື້ນລົງຂອງປາ, ຮອງຮັບແຮງສັ່ນສະເທືອນ ຈາກເຫດການແຜ່ນດີນໄຫວ ໃນລະດັບທີ່ແນ່ ນອນ, ໃນພື້ນທີ່ພັດທະນາມີຜົນກະທົບກວມ 22 ບ້ານ ມີປະຊາກອນປະມານ 7.000 ຄົນ, ເຊີ່ງໄດ້ມີການຍົກຍ້າຍຈັດສັນໄປຢູ່ບ່ອນໃໝ່ແລ້ວຈຳນວນໜື່ງ.

ເຊີ່ງຜູ້ພັດທະນາໂຄງການໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ຕາມນະໂຍ ບາຍຂອງລັດຖະ ບານ, ຮັບປະກັນໃຫ້ດີຂື້ນກວ່າເກົ່າ ພາຍ ຫລັງທີ່ໄດ້ຮັບການຍົກຍ້າຍ, ສຳລັບວຽກງານການກໍ່ສ້າງ ປັດຈຸບັນກຳລັງດຳເນີນການກໍ່ສ້າງຕາມແຜນການ ສາມາດປະເມີນຄວາມຄືບໜ້າສໍາເລັດແລ້ວ 72% ໂດຍສະເພາະການກໍ່ສ້າງໂຕເຂື່ອນ ເຊີ່ງໄດ້ອ່ວຍນ້ຳໃຫ້ເຮືອສາມາດຂື້ນລົງໄດ້ຕາມປົກ ກະຕິ ແລະກໍ່ສ້າງຮາກຖານຂອງໂຕເຂື່ອນ ພາຍຫຼັງສຳເລັດຈະສືບຕໍ່ປ່ຽນແລວນ້ຳ ເພື່ອດຳເນີນການກໍ່ສ້າງຮາກຖານຂອງເຄື່ອນອີກເບື້ອງ, ຄາດວ່າໂຄງການກໍ່ສ້າງຈະສຳເລັດພາຍໃນໄລຍະ 5 ປີ ຫຼື ປະມານປີ 2030 ຈະໄດ້ເລີ້ມຜະລິດໄຟຟ້າ.

ໂອກາດນີ້, ພົອ ວິໄລ ຫຼ້າຄຳຟອງ ໄດ້ມີຄຳເຫັນເຈາະ ຈີ້ມບາງບັນຫາ ເປັນຕົ້ນ ການປະຕິບັດນະໂຍບາຍຕໍ່ຜູ້ໄດ້ຮັບຜົນກະທົບ,ການລະບາຍຕະກອນຂອງເຂື່ອນ,ສະພາບ ການຮັກສາລະດັບນ້ຳໃນລະດູແລ້ງຢູ່ກ້ອງເຂື່ອນ, ການຈຳ ໜ່າຍໄຟຟ້າ ພາຍຫລັງການກໍ່ສ້າງສຳເລັດ ແລະການສ້າງຜົນປະໂຫຍດໃຫ້ລັດຖະບານ ກໍ່ຄືທ້ອງຖີ່ນຈຸດທີ່ຕັ້ງຂອງການພັດທະນາເຂື່ອນໄຟຟ້າ. ເຊີ່ງໄດ້ຮັບການຕອບແຕ່ລະບັນຫາຢ່າງລະອຽດ ແຕ່ລະບັນຫາຈາກຜູ້ບໍລິຫານໂຄງ ການ.

ຈາກນັ້ນ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ແລະຄະນະ ໄດ້ທ່ຽວຊົມເຂດພັດທະນາໂຕເຂື່ອນ ຕື່ມອີກ.

ພາບ: ທະນູສິນ ອິດທິພົນ

ຂ່າວ: ອາພຸດເດດ ບຸບຜາ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article