ປກສ ເມືອງໂພນໂຮງຈັບເປົ້າໝາຍຊື້-ຂາຍຢາເສບຕິດ ໄດ້ 6 ຄົນ

Must read

ໃນເດືອນມີຖຸນາ 2026 ຜ່ານມາ, ເຈົ້າໜ້າທີ່ພະແນກຕໍາຫຼວດ ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ລົງກວດກາຕິດຕາມເປົ້າໝາຍຢູ່ຂອບເຂດເມືອງໂພນໂຮງ ແຂວງວຽງຈັນ ສາມາດຈັບຕົວເປົ້າໝາຍໄດ້ 6 ຄົນຄື: ທ້າວ ກະຕ່າຍ ອາຍຸ 39 ປີ ອາຊີບຊາວນາ ຢູ່ ບ້ານໜອງປຸ່ງ ພ້ອມຂອງກາງຢາບ້າຈໍານວນ 20 ເມັດ ແລະ ທ້າວ ແດງ ອາຍຸ 28 ປີ ອາຊີບຊາວນາ ຢູ່ບ້ານ ນາເລົາ ພ້ອມຂອງກາງຢາເສບຕິດ ຈໍານວນ 81 ເມັດ; ທ້າວ ຕຸ່ນ ອາຍຸ 41 ປີ ອາຊີບ ຊາວນາ ຢູ່ບ້ານວັງມົນ ພ້ອມຂອງກາງຢາບ້າ 72 ເມັດ, ທ້າວ ສອນນະພາ ອາຍຸ 39 ປີ ອາຊີບຊາວນາ ຢູ່ບ້ານ ໜອງຂອນ ພ້ອມຂອງກາງຢາເສບຕິດຈໍານວນ 7.161 ເມັດ ທັງ 4 ຄົນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ຖືກກັກຕົວໃນຄັ້ງວັນທີ 8 ມິຖຸນາ 2026 , ແລະ ວັນທີ 11 ມີຖຸນາ 2026 ໄດ້ກັກຕົວ ນາງ ປາ ອາຍຸ 36 ປີ ແລະ ນາງ ຊ້ອຍ ອາຍຸ 36 ປີ ທັງສອງຄົນຢູ່ບ້ານວັງມົນ ເມືອງໂພນໂຮງ ແຂວງວຽງຈັນ ໃນຂໍ້ກ່າວຫາທໍາລາຍຫຼັກຖານ ແລະ ປິດບັງການກະທໍາຜິດ ດັ່ງນັ້ນເຈົ້າໜ້າທີ່ຕໍາຫຼວດຈື່ງໄດ້ນໍາຕົວພວກກ່ຽວມາທໍາການສອບສວນ.

ຜ່ານການສືບສວນ-ສອບສວນ ພວກກ່ຽວໄດ້ຊັກທອດໄປຫາ ທ້າວ ຕຸ່ນ ຈາກນັ້ນເຈົ້າໜ້າທີ່ຕໍາຫຼວດຈຶ່ງໄດ້ລົງກວດກາຢູ່ບ້ານວັງມົນ ສາມາດກັກຕົວ ທ້າວ ຕຸ່ນ ພ້ອມຂອງກາງຢາເສບຕິດ ຈໍານວນ 72 ເມັດ ແລະ ປືນສັ້ນ ຫັນລີ ຈໍານວນ 1 ກະບອກ ພ້ອມລູກກະສູນຈໍານວນ 5 ລູກ, ຈາກນັ້ນ ເຈົ້າໜ້າທີ່ຕໍາຫຼວດໄດ້ສອບຖາມຂໍ້ມູນເບື້ອງຕົ້ນແລ້ວຂະຫຍາຍຜົນຈຶ່ງສາມາດກັກຕົວຜູ້ຖືກຫາໄດ້ອີກ 1 ຄົນ ຊື່ ທ້າວ ສອນນະພາ ພ້ອມຂອງກາງຢາເສບຕິດຈໍານວນ 7.161 ເມັດ ຈາກນັ້ນເຈົ້າໜ້າທີ່ຕໍາຫຼວດຈຶ່ງໄດ້ນໍາຕົວພວກກ່ຽວມາດໍາເນີນການ ສືບສວນ-ສອບສວນ.

ເຈົ້າໜ້າທີ່ຕໍາຫຼວດຍັງໃຫ້ຮູ້ຕື່ມອີກວ່າ ພວກກ່ຽວທັງ 6 ຄົນ ແມ່ນໄດ້ເຄື່ອນໄຫວຊື້-ຂາຍ ຢາເສບຕິດປະເພດຢາບ້າມາແລ້ວຫຼາຍຄັ້ງ ແຕ່ຄັ້ງນີ້ໄປບໍ່ລອດຖືກເຈົ້າໜ້າທີ່ຈັບໄດ້ໄລ່ທັນ ປັດຈຸບັນເຈົ້າໜ້າທີ່ຕໍາຫຼວດໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໂພນໂຮງ ແຂວງວຽງຈັນ ກໍາລັງດໍາເນີນການສືບສວນ-ສອບສວນ ພວກກ່ຽວທັງ 6 ຄົນເພື່ອຂະຫຍາຍຜົນຫາກຸ່ມແກ້ງ, ເຄືອຂ່າຍ, ຜູ້ຮ່ວມຂະບວນການ ມາລົງໂທດຕາມລະບຽບກົດໝາຍຂອງບ້ານເມືອງໃນຂັ້ນຕໍ່ໄປຕື່ມອີກ.

ພາບ-ຂ່າວ ປກສ ແຂວງວຽງຈັນ ຮຽບຮຽງໂດຍ ສາວນ້ອຍໂພນໂຮງ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article