ຄື້ນຄວາມຮ້ອນທີ່ພັດຖົ່ມຢູຣົບຕາເວັນຕົກ ແລະ ຢູຣົບກາງຕັ້ງແຕ່ທ້າຍເດືອນມິຖຸນາ ສົ່ງຜົນກະທົບຮຸນແຮງກວ່າທີ່ສະຖິຕິເບື້ອງຕົ້ນບົ່ງຊີ້ໄວ້ຫຼາຍ.
ຈາກຂໍ້ມູນທີ່ເຜີຍແຜ່ໂດຍເຄືອຂ່າຍຕິດຕາມອັດຕາການເສຍຊີວິດ EuroMOMO ພົບວ່າ ຊ່ວງທີ່ຄື້ນຄວາມຮ້ອນຮຸນແຮງທີ່ສຸດ ມີຜູ້ເສຍຊີວິດຫຼາຍກວ່າປົກກະຕິປະມານ 10,000 ຄົນ ໂດຍຫຼາຍກວ່າ 90% ຂອງຜູ້ເສຍຊີວິດແມ່ນຜູ້ທີ່ມີອາຍຸ 65 ປີຂຶ້ນໄປ. ເອີຣົບກຳລັງປະສົບກັບສະພາບອາກາດຮ້ອນຜິດປົກກະຕິ

(ພາບ: Weatheronline.co.uk)
EuroMOMO ເຊິ່ງໄດ້ຮັບການສະໜັບສະໜູນຈາກສູນຄວບຄຸມ ແລະ ປ້ອງກັນໂລກແຫ່ງເອີຣົບ (ECDC) ແລະ ອົງການອະນາໄມໂລກ (WHO) ໄດ້ໃຊ້ດັດສະນີ “ອັດຕາການເສຍຊີວິດເກີນປົກກະຕິ” ເພື່ອວັດແທກຈຳນວນຜູ້ເສຍຊີວິດທີ່ສູງກວ່າຄ່າສະເລ່ຍຕາມລະດູການ. ດັດສະນີນີ້ຖືເປັນເຄື່ອງມືສຳຄັນໃນການປະເມີນຜົນກະທົບຂອງຄື້ນຄວາມຮ້ອນ, ໂລກລະບາດ ຫຼື ໄພພິບັດທາງທຳມະຊາດ ທີ່ມີຕໍ່ສຸຂະພາບຂອງປະຊາຊົນ.
ຜູ້ຊ່ຽວຊານເຊື່ອວ່າ ຄື້ນຄວາມຮ້ອນບໍ່ພຽງແຕ່ເຮັດໃຫ້ເກີດໂລກລົມແດດ (Heatstroke) ໂດຍກົງເທົ່ານັ້ນ ແຕ່ຍັງເຮັດໃຫ້ພາວະຫົວໃຈ ແລະ ຫຼອດເລືອດ, ລະບົບທາງເດີນຫາຍໃຈ ແລະ ໂລກປະຈຳຕົວອື່ນໆ ຮຸນແຮງຂຶ້ນ ເຮັດໃຫ້ຜູ້ສູງອາຍຸເປັນກຸ່ມທີ່ມີຄວາມສ່ຽງທີ່ສຸດ.
ໃນແບນຊິກ ແລະ ຝຣັ່ງ ຈຳນວນຜູ້ເສຍຊີວິດເກີນເກນ “ສູງຫຼາຍ” ໂດຍແບນຊິກບັນທຶກຈຳນວນຜູ້ເສຍຊີວິດຈາກຄວາມຮ້ອນສູງສຸດນັບຕັ້ງແຕ່ປີ 2000. ບໍ່ພຽງແຕ່ຈຳນວນຜູ້ເສຍຊີວິດຈະເພີ່ມສູງຂຶ້ນເທົ່ານັ້ນ ແຕ່ຄື້ນຄວາມຮ້ອນຍັງສົ່ງຜົນກະທົບຕໍ່ຊີວິດປະຈຳວັນໃນຫຼາຍປະເທດອີກດ້ວຍ. ຫຼາຍພື້ນທີ່ໃນຝຣັ່ງ, ສະເປນ, ສະຫະລາຊະອານາຈັກ (ອັງກິດ) ແລະ ແບນຊິກ ຕ້ອງປິດຕຶກໂຮງຮຽນ ແລະ ຈຳກັດກິດຈະກຳກາງແຈ້ງ ໃນຂະນະທີ່ລະບົບໄຟຟ້າ ແລະ ລະບົບສາທາລະນະສຸກກຳລັງປະສົບກັບແຮງກົດດັນຢ່າງມະຫາສານ. ໃນບາເຊໂລນາ ປະເທດສະເປນ ອຸນຫະພູມສູງເຖິງ 40.7 ອົງສາເຊວຊຽດ ເຊິ່ງສູງທີ່ສຸດໃນຮອບ 112 ປີ. ນອກຈາກນີ້, ໂຮງໄຟຟ້ານິວເຄຼຍແຫ່ງໜຶ່ງໃນຝຣັ່ງກໍຕ້ອງປິດຕົວລົງຊົ່ວຄາວ ເນື່ອງຈາກອຸນຫະພູມນ້ຳໃນແມ່ນ້ຳສູງເກີນໄປ ຈົນບໍ່ສາມາດລະບາຍຄວາມຮ້ອນໄດ້ຕາມຕ້ອງການ.
ໃນເຢຍລະມັນ ຜົນກະທົບຈາກຄື້ນຄວາມຮ້ອນສະທ້ອນໃຫ້ເຫັນໃນສະຖິຕິທີ່ໜ້າຕົກໃຈເຊັ່ນກັນ. ສະຖາບັນ ໂຣເບີດ ໂຄຊ (Robert Koch Institute) ປະເມີນວ່າ ມີຜູ້ເສຍຊີວິດຈາກຄວາມຮ້ອນຫຼາຍກວ່າ 5,100 ລາຍໃນຊ່ວງທ້າຍເດືອນມິຖຸນາ ສ່ວນໃຫຍ່ເປັນຜູ້ທີ່ມີອາຍຸ 75 ປີຂຶ້ນໄປ. ໃນຊ່ວງເວລາດຽວກັນນັ້ນ, ມີຜູ້ເສຍຊີວິດຈາກການຈົມນ້ຳເກືອບ 100 ລາຍ ເນື່ອງຈາກພາກັນແຫ່ໄປແມ່ນ້ຳ ແລະ ທະເລສາບເພື່ອຄາຍຄວາມຮ້ອນ ເຊິ່ງເປັນຈຳນວນທີ່ສູງທີ່ສຸດໃນຮອບກວ່າສອງທົດສະວັດ.
ໃນຂະນະດຽວກັນ, ໃນອັງກິດ ແລະ ເວນ (Wales) ງານວິໄຈຈາກ ອິມພີຣຽວ ຄໍເລຈ ລອນດອນ (Imperial College London), ສຳນັກງານອຸຕຸນິຍົມວິທະຍາແຫ່ງສະຫະລາຊະອານາຈັກ ແລະ ໂຮງຮຽນສຸຂານາໄມ ແລະ ເວດຊະສາດເຂດຮ້ອນແຫ່ງລອນດອນ ປະເມີນວ່າ ມີຜູ້ເສຍຊີວິດຫຼາຍກວ່າ 2,700 ຄົນຈາກຜົນກະທົບຂອງຄື້ນຄວາມຮ້ອນໃນເດືອນພຶດສະພາ ແລະ ມິຖຸນາປີນີ້. ໂຮງໝໍຕ້ອງເປີດໃຊ້ງານມາດຕະການສຸກເສີນ ແລະ ການຜ່າຕັດຫຼາຍຄັ້ງຖືກເລື່ອນອອກໄປ ເນື່ອງຈາກໂຄງສ້າງພື້ນຖານບໍ່ສາມາດຮັບມືກັບສະພາບອາກາດທີ່ຮຸນແຮງໄດ້.
ອົງກອນດ້ານສະພາບພູມອາກາດໄດ້ສັງເກດເຫັນສັນຍານຜິດປົກກະຕິໃນລະດັບທະວີບເຊັ່ນກັນ. ຈາກຂໍ້ມູນຂອງບໍລິການການປ່ຽນແປງສະພາບພູມອາກາດ ໂຄເປີນິກັດ (Copernicus Climate Change Service) ຂອງສະຫະພາບເອີຣົບ, ເດືອນມິຖຸນາ ປີ 2026 ຈະເປັນເດືອນມິຖຸນາທີ່ຮ້ອນທີ່ສຸດເທົ່າທີ່ເຄີຍບັນທຶກໄວ້ໃນເອີຣົບຕາເວັນຕົກ ແລະ ຮ້ອນເປັນອັນດັບສອງຂອງໂລກ. ໃນຊ່ວງເຄິ່ງຫຼັງຂອງເດືອນ, ຫຼາຍປະເທດໄດ້ທຳລາຍສະຖິຕິອຸນຫະພູມໃນເດືອນມິຖຸນາ ໂດຍບາງແຫ່ງທຳລາຍສະຖິຕິສູງສຸດຕະຫຼອດການນຳອີກ.
ນັກວິທະຍາສາດເຊື່ອວ່າ ການປ່ຽນແປງສະພາບພູມອາກາດທີ່ເກີດຈາກຝີມືມະນຸດ ໄດ້ເພີ່ມໂອກາດ ແລະ ຄວາມຮຸນແຮງຂອງຄື້ນຄວາມຮ້ອນຢ່າງມີໄນສຳຄັນ. ຈາກການປະເມີນເບື້ອງຕົ້ນ ຫາກບໍ່ມີພາວະໂລກຮ້ອນ ຄື້ນຄວາມຮ້ອນທີ່ມີຄວາມຮຸນແຮງຄືກັບທີ່ເກີດຂຶ້ນໃນຊ່ວງທ້າຍເດືອນມິຖຸນານັ້ນ ແທບຈະເປັນໄປບໍ່ໄດ້ເລີຍ.
ຜູ້ຊ່ຽວຊານເຕືອນວ່າ ເອີຣົບກຳລັງປັບຕົວເຂົ້າກັບ “ພາວະປົກກະຕິໃໝ່” (New Normal) ເຊິ່ງຄື້ນຄວາມຮ້ອນທີ່ຍາວນານຈະເກີດຂຶ້ນເລື້ອຍໆ, ຮຸນແຮງຂຶ້ນ ແລະ ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ສຸຂະພາບຂອງປະຊາຊົນຫຼາຍຂຶ້ນ. ເຖິງແມ່ນວ່າຫຼາຍປະເທດຈະພັດທະນາແຜນຮັບມືແລ້ວ ແຕ່ໂຄງສ້າງພື້ນຖານ, ທີ່ຢູ່ອາໄສ ແລະ ລະບົບສາທາລະນະສຸກໃນຫຼາຍພື້ນທີ່ ຍັງບໍ່ສາມາດນຳທັນຄວາມຖີ່ທີ່ເພີ່ມຂຶ້ນຂອງເຫດການສະພາບອາກາດຮຸນແຮງນີ້ໄດ້.
ທີ່ມາ:https://hanoimoi.vn/lan-song-nhiet-cuop-di-hon-10-000-sinh-mang-o-chau-au-1211831.html





