ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແລະ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ໄດ້ລົງເຄື່ອນ ໄຫວວຽກງານຢູ່ແຂວງຈໍາປາສັກ ໂດຍໄດ້ໄປຢ້ຽມຢາມ ບໍລິສັດ ລາວຈຸນ ຢູ່ບ້ານຫຼັກ 19 ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ໃນວັນທີ 10 ມິຖຸນາ 2026 ຜ່ານມາ, ໂຮງງານດັ່ງກ່າວເປັນການລົງທຶນ 100% ຈາກຕ່າງ ປະເທດ ມູນຄ່າ 10 ລ້ານໂດລາສະຫະລັດ.

ທ່ານ Cai jun ຕາງໜ້າຂາຮຸ້ນ ໄດ້ລາຍງານກ່ຽວກັບ ບໍລິສັດ ລາວຈຸນ ເຊິ່ງຜະລິດເຄື່ອງຫຸ້ມຫໍ່ສິນຄ້າກະສິກຳ ຈຳກັດຜູ້ດຽວ ຕັ້ງຢູ່ບ້ານ ຫຼັກ 19 ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ເຊິ່ງທາງບໍລິສັດໄດ້ຊື້ດິນນໍາບຸກ ຄົນ, ມີເນື້ອທີ່ທັ້ງໝົດ 6,3 ເຮັກຕາ, ໃນນັ້ນ ເນື້ອທີ່ສ້າງຕັ້ງໂຮງງານ 2,4 ເຮັກຕາ ແລະ ໄດ້ລົງມືກໍ່ສ້າງໂຮງງານ ໃນວັນທີ 1 ມິຖຸນາ 2025, ຮອດວັນທີ 10 ທັນວາ 2025 ສໍາເລັດ, ມູນຄ່າການລົງທຶນທັງໝົດ 10,000,000 ໂດລາ, ເປັນການລົງທຶນຂອງຕ່າງປະເທດ 100% ເຊິ່ງມີຂາຮຸ້ນ 5 ທ່ານ. ປັດຈຸບັນ ມີພະນັກງານທັງໝົດ 80 ຄົນ, ໃນນັ້ນ ຄົນລາວ 60 ຄົນ ແລະ ວິຊາການຄົນຈີນ 20 ຄົນ ເຊິ່ງເຮັດວຽກ 8 ຊົ່ວໂມງ/ວັນ ແລະ ກຳມະກອນ ຄົນລາວຈະໄດ້ເງິນເດືອນ 4,2 ລ້ານກີບ/ເດືອນ. ແຮງງານສ່ວນໃຫຍ່ 90% ແມ່ນແຮງງານຢູ່ພາຍໃນທ້ອງຖິ່ນ, ສ່ວນວິຊາການສ່ວນໃຫຍ່ ແມ່ນມາຈາກຕ່າງແຂວງ ຫຼື ນະຄອນຫຼວງ ແລະ ຜູ້ບໍລິຫານແມ່ນຄົນຈີນມາບໍລິຫານ ເບື້ອງຕົ້ນ. ປັດຈຸບັນໂຮງງານກໍາລັງສ້າງວິຊາການໃໝ່ ໂດຍໃຫ້ວິຊາການຄົນຈີນຖ່າຍທອດບົດຮຽນກ່ຽວກັບ ເຕັກໂນໂລຊີ ໃໝ່, ໃນຕໍ່ໜ້າ ທາງໂຮງງານຈະໄດ້ສົ່ງພະນັກງານຜູ້ດີເດັ່ນໄປຝຶກອົບຮົມຢູ່ ສປ ຈີນ ເພື່ອມາພັດທະນາທ້ອງ ຖິ່ນຂອງຕົນເອງ.

ທ່ານ Cai jun ກ່າວໃຫ້ຮູ້ຕື່ມວ່າ: ກໍາລັງການຜະລິດຂອງໂຮງງານສາມາດຜະລິດແກັດເຈ້ຍສົ່ງອອກໄດ້ 200,000 ຊຸດ/ມື້ ຫຼື 6 ລ້ານຊຸດ/ເດືອນ, 72 ລ້ານຊຸດຕໍ່ປີ, ສາມາດຫຼຸດຜ່ອນການນໍາເຂົ້າແກັດເຈ້ຍຈາກຕ່າງປະເທດ. ດ້ານວັດຖຸດິບ, ກໍ້ເຈ້ຍ ແມ່ນຮັບຊື້ຈາກ ໂຮງງານ ຢູ່ແຂວງສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ສ່ວນເຈ້ຍຂາວ ແລະ ສານທີ່ປະກອບສ່ວນໃນການຜະລິດ ແມ່ນນໍາເຂົ້າຈາກຕ່າງປະເທດ. ສ່ວນຕະຫຼາດ ປັດຈຸບັນ ທາງໂຮງງານໄດ້ຜະລິດສົ່ງໃຫ້ຕາມສັນຍາຄື: ຜະລິດສົ່ງໃຫ້ໂຄງການປູກກ້ວຍ ຢູ່ແຂວງອັດຕະປື, ໂຄງການປູກກ້ວຍ ຢູ່ແຂວງສາລະວັນ, ໂຄງການປູກໝາກເງາະ ຢູ່ເມືອງປາກຊ່ອງ, ໂຮງງານ ຜະລິດເຫຼັກຕາປູ ແຂວງ ຈຳປາສັກ. ປັດຈຸບັນກໍາລັງມີແຜນຈະເຊັນສັນຍາຜະລິດແກັດເຈ້ຍ ໃຫ້ຫຼາຍໂຮງງານພາຍໃນແຂວງ ແລະ ຕ່າງແຂວງ ເປັນຕົ້ນແມ່ນໂຮງງານ ເບຍລາວ, ໂຮງງານກາເຟດາວ ແລະ ອື່ນໆ ຕາມການຕົກລົງເຫັນດີຂອງ ບັນດາໂຮງງານ ຫຼື ໂຄງການ ທັງພາຍໃນແຂວງ ແລະ ຕ່າງແຂວງ. ຖ້າເປັນໄປໄດ້ ກໍສະເໜີໃຫ້ການນໍາສູນກາງ ແລະ ແຂວງ ຊ່ວຍກະຕຸກຊຸກຍູ້ ບັນດາບໍລິສັດເຫຼົ່ານັ້ນຕື່ມ. ນອກຈາກໂຮງງານແກັດເຈ້ຍແລ້ວ, ບໍລິສັດ ລາວຈຸນ ຍັງເກັບຊື້ເຄື່ອງປ່າຂອງດົງ, ໂດຍສະເພາະແມ່ນໝາກຈອງ ເຊິ່ງເປັນພືດເສດຖະກິດ ແລະ ມີຄຸນຄ່າ ໂພຊະນາການສູງ ທີ່ຫາຍາກ ເຊິ່ງບໍລິສັດ ໄດ້ຮ່ວມກັບພາກລັດ ໃນການຄຸ້ມຄອງ ແລະ ຈໍາໜ່າຍໝາກຈອງ ໂດຍມີສະພາບໍລິຫານເປັນຜູ້ຄຸ້ມຄອງ. ຜ່ານມາ, ການນໍາແຂວງຈໍາປາສັກ ກໍໄດ້ອໍານວຍຄວາມສະດວກ ແລະ ຊີ້ນໍາໃຫ້ບໍລິສັດ ສຸມໃສ່ສົ່ງເສີມການອະນຸລັກຮັກສາ ຕົ້ນໝາກຈອງ ໂດຍການມີສ່ວນຮ່ວມຂອງປະຊາຊົນ, ປັບປຸງການຫຸ້ມຫໍ່ໝາກຈອງ ໃຫ້ໄດ້ມາດຕະຖານສາກົນ ທັງສາມາດສ້າງມູນຄ່າເພີ່ມໃຫ້ແກ່ໝາກຈອງ.
ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ໂດຍໄດ້ແນະນໍາໃຫ້ບໍລິສັດ ສູ້ຊົນຊອກເອົາວັດຖຸດິບພາຍໃນ ມາປະກອບສ່ວນໃນການຜະລິດແກັດເຈ້ຍ ເພື່ອຫຼຸດຜ່ອນການນໍາເຂົ້າວັດຖຸດິບຈາກຕ່າງປະເທດ ຕິດພັນ ກັບການຊຸກຍູ້ສົ່ງເສີມໃຫ້ປະຊາຊົນໃນທ້ອງຖິ່ນມີວຽກເຮັດງານທໍາ, ຜະລິດແກັດເຈ້ຍຮັບໃຊ້ສັງຄົມໃຫ້ນັບມື້ ກວ້າງຂວາງ ເພື່ອປະກອບສ່ວນເຮັດໃຫ້ແຂວງຈໍາປາສັກ ກໍຄືປະເທດລາວ ປອດຈາກປາສະຕິກຕ່າງໆ. ພ້ອມນີ້, ກໍສືບຕໍ່ຊຸກຍູ້ສົ່ງເສີມປະຊາຊົນປະກອບສ່ວນໃນການອະນຸລັກຮັກສາຕົ້ນໝາກຈອງບານໃຫ້ຍືນຍົງ ປະກອບ ສ່ວນໃນການພັດທະນາເສດຖະກິດຂອງຊາດ ແລະ ຂອງແຂວງ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງ ບໍ່ຢຸດຢັ້ງ.
ຂ່າວ-ພາບ: ຫນັງສືພິມ ປະຊາຊົນ





