ອີຣ່ານປະກາດປິດຊ່ອງແຄບຮໍມຸດສົມບູນ ຕອບໂຕ້ສະຫະລັດໂຈມຕີຮອບໃໝ່

Must read

ສະຖານະການຕຶງຕຽດໃນຕາເວັນອອກກາງກັບມາຮຸນແຮງອີກ ຫຼັງອີຣ່ານປະກາດປິດຊ່ອງແຄບຮໍໂມດ ເສັ້ນທາງຂົນສົ່ງນ້ຳມັນຂອງໂລກ ເພື່ອຕອບໂຕ້ການໂຈມຕີທາງອາກາດລະລອກໃໝ່ຂອງສະຫະລັດ ທີ່ຖຼ່ມເປົ້າໝາຍຫຼາຍແຫ່ງໃນອີຣ່ານ.

ກອງທັບເຮືອອີຣ່ານປະກາດວ່າ ຈະໂຈມຕີເຮືອທຸກລຳທີ່ພະຍາຍາມຜ່ານຊ່ອງແຄບຮໍໂມດ ພ້ອມລະບຸວ່າເສັ້ນທາງດິນເຮືອດັ່ງກ່າວຖືກປິດໂດຍສົມບູນສຳລັບເຮືອທຸກປະເພດ ໂດຍການຕັດສິນໃຈລ່າສຸດເກີດຂຶ້ນຫຼັງຈາກສະຫະລັດໄດ້ເປີດສະໜາມໂຈມຕີຖານປ້ອງກັນໄພທາງອາກາດ ລະບົບເຣດາ ແລະ ພື້ນທີ່ທາງທະຫານຂອງອີຣ່ານໃນວັນກ່ອນ ໂດຍມີລາຍງານວ່າເກີດລະເບີດຫຼາຍຈຸດທາງໃຕ້ຂອງປະເທດ ໃກ້ຊ່ອງແຄບຮໍໂມດ ແລະ ໄດ້ເລີ່ມປະຕິບັດການໂຈມຕີເພື່ອປ້ອງກັນຕົນເອງຕໍ່ເປົ້າໝາຍຫຼາຍຈຸດໃນອີຣ່ານ ຫຼັງກ່າວໂທດເຕຫຣານວ່າເປັນຝ່າຍຍົວຍຸ ແລະ ມີພຶດຕິກຳກ້າວຮ້າວຢ່າງຕໍ່ເນື່ອງ.

ອີຣ່ານຍັງອ້າງວ່າໄດ້ໂຈມຕີເຮືອ 2 ລຳທີ່ພະຍາຍາມແລ່ນຜ່ານຊ່ອງແຄບ ລວມທັງໂຈມຕີຖານທັບເຮືອສະຫະລັດໃນບາຣ໌ຮ໌ເຣນ ຊຶ່ງເປັນທີ່ຕັ້ງຂອງກອງເຮືອທີ 5 ຂອງສະຫະລັດ.

ຢ່າງໃດກໍ່ຕາມ ກອງທັບສະຫະລັດອອກມາປະຕິເສດວ່າ ຊ່ອງແຄບຮໍໂມດຍັງຄົງເປີດໃຊ້ງານ ແລະ ເຮືອພານິດຍັງສາມາດດິນທາງເຂົ້າອອກໄດ້ຕາມປົກກະຕິ.

ດ້ານປະທານາທິບໍດີ ດໍໂນລ ທຣຳ ລະບຸວ່າ ສະຫະລັດຍິງຂີປນາວຸດ ໂທມາຮ໌ວ໌ 49 ລູກໂຈມຕີເປົ້າໝາຍໃນອີຣ່ານ ພ້ອມເຕືອນວ່າ ຫາກອີຣ່ານບໍ່ຍອມຮັບເງື່ອນໄຂຢຸດສົງຄາມ ການໂຈມຕີຈະຮຸນແຮງຂຶ້ນ.

ຄວາມຂັດແຍ່ງຄັ້ງນີ້ສ້າງຄວາມກັງວົນໄປທົ່ວໂລກ ເນື່ອງຈາກຊ່ອງແຄບຮໍໂມດເປັນເສັ້ນທາງທີ່ນ້ຳມັນດິບປະມານ 1 ໃນ 5 ຂອງໂລກຕ້ອງຜ່ານ ຫາກສະຖານະການຍົກລະດັບ ອາດກະທົບລາຄາພະລັງງານ ແລະ ເສດຖະກິດໂລກ.

ຂ່າວຈາກ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article