“ນ້ອງຄິວ” ຮີໂຣໂຕນ້ອຍໄວ 15 ປີ ຜູ້ເສຍສະຫຼະລຸຍດ່ານໜ້າ ຢ່ອນໂຕເຂົ້າຊ່ອງແຄບ ພ້ອມທີມກູ້ໄພນານາຊາດ ໃນພາລະກິດຄົ້ນຫາຜູ້ຕິດຖ້ຳ ຢູ່ໄຊສົມບູນ

Must read

ທ່າມກາງພາລະກິດການຄົ້ນຫາຜູ້ປະສົບໄພທີ່ຕິດຄ້າງຢູ່ພາຍໃນຖ້ຳ ທີ່ເຕັມໄປດ້ວຍຄວາມກົດດັນ ແລະ ຄວາມຍາກລຳບາກ, ຫຼ້າສຸດໄດ້ມີພາບຄວາມປະທັບໃຈທີ່ສັງຄົມອອນລາຍ ແລະ ປະຊາຊົນລາວ ຕ່າງພາກັນຍົກຍ້ອງ ແລະ ກ່າວເຖິງຢ່າງຫຼວງຫຼາຍ ກ່ຽວກັບເລື່ອງລາວຂອງໄວຮຸ່ນອາສາກະຕັນຍູຄົນໜຶ່ງ ທີ່ຖືກຂະໜານນາມໃຫ້ເປັນ “ຮີໂຣໂຕນ້ອຍ ຜູ້ຢູ່ດ່ານໜ້າ”ຮີໂຣໂຕນ້ອຍ ຜູ້ບໍ່ຮູ້ອິດຮູ້ເມື່ອຍ

ບຸກຄົນທີ່ກຳລັງເປັນກະແສຊື່ນຊົມໃນຂະນະນີ້ຄື “ນ້ອງຄິວ” ໄວຮຸ່ນອາຍຸ 15 ປີ ເຊິ່ງເປັນຄົນທ້ອງຖິ່ນ ທີ່ໄດ້ເຂົ້າຮ່ວມປະຕິບັດໜ້າທີ່ໃນພາລະກິດກູ້ໄພຄັ້ງປະຫວັດສາດ ຢູ່ທີ່ຖ້ຳ ບ້ານພັນໄຊ, ເມືອງລ້ອງແຈ້ງ, ແຂວງໄຊສົມບູນ

ຕະຫຼອດໄລຍະເວລາການດຳເນີນພາລະກິດ, ຈະເຫັນພາບນ້ອງຄິວຢູ່ຮ່ວມກັບທີມງານກູ້ໄພລາວ-ໄທ ແລະ ຜູ້ຊ່ຽວຊານດ້ານການດຳນ້ຳ-ປີນຖ້ຳຈາກຕ່າງປະເທດ ຢ່າງບໍ່ຮູ້ອິດຮູ້ເມື່ອຍ. ດ້ວຍຄວາມທີ່ນ້ອງເປັນຄົນ “ຕົວນ້ອຍ ແລະ ຈ່ອຍກວ່າໝູ່” ເຮັດໃຫ້ນ້ອງກາຍເປັນກຳລັງສຳຄັນ ທີ່ອາສາຢ່ອນຕົວ ແລະ ຄານມຸດເຂົ້າໄປໃນຊ່ອງຫຼີບຫີນ ຫຼື ໂພງຖ້ຳທີ່ມີຄວາມຄັບແຄບຫຼາຍໆຈຸດ ເຊິ່ງຜູ້ໃຫຍ່ຮູບຮ່າງໃຫຍ່ບໍ່ສາມາດເຂົ້າໄປໄດ້ ເພື່ອເຂົ້າໄປສຳຫຼວດ ແລະ ປູທາງໃນການຄົ້ນຫາສັນຍານຊີວິດ

ຄວາມກ້າຫານ, ຄວາມຕັ້ງໃຈ ແລະ ຈິດໃຈອາສາຂອງນ້ອງຄິວໃນໄວພຽງ 15 ປີ ໄດ້ສ້າງຄວາມປະທັບໃຈໃຫ້ກັບທີມກູ້ໄພນານາຊາດ ແລະ ປະຊາຊົນທີ່ຕິດຕາມຂ່າວສານຢ່າງສຸດຊຶ້ງ. ຫຼາຍຄົນຕ່າງເຂົ້າມາສະແດງຄວາມຂອບໃຈ ແລະ ອວຍພອນໃຫ້ນ້ອງປອດໄພໃນທຸກໆຍ່າງກ້າຂອງການປະຕິບັດງານ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article