ຄະນະນຳແຂວງບໍລິຄຳໄຊ ລົງຊຸກຍູ້ການປູກໄມ້ໃຫ້ໝາກ ຂອງບໍລິສັດ ກິ່ງແກ້ວ ພັດທະນາຄົບວົງຈອນ

Must read

ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງ ແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ລົງພົບປະຢ້ຽມຢາມ ກວດກາຕິດຕາມ ການປູກໄມ້ໃຫ້ໝາກ ເພື່ອເປັນສິນຄ້າສົ່ງອອກ ຂອງ ບໍລິສັດ ກິ່ງແກ້ວ ພັດທະນາຄົບວົງຈອນ ໃນວັນທີ 26 ພຶດສະພາ 2026 ຢູ່ບ້ານສອງຄອນ ເມືອງບໍລິຄັນ ແຂວງບໍລິຄໍາໄຊ.

ທ່ານ ນາງ ກິ່ງແກ້ວ ຈັນທະລັງສີ ປະທານບໍລິສັດ ໄດ້ລາຍງານໃຫ້ຮູ້ວ່າ: ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ ບໍລິສັດ ແມ່ນໄດ້ລິເລີ່ມ ບຸກເບີກເນື້ອທີ່ 300 ກວ່າເຮັກຕາ ເພື່ອປູກໄມ້ໃຫ້ໝາກ. ກ່ອນອື່ນທາງບໍລິສັດ ແມ່ນໄດ້ປູກກ້ວຍເພື່ອເປັນສິນຄ້າສົ່ງອອກ, ພາຍຫລັງປູກມາໄດ້ 3 ປີ, ໃນປີທີ 4 ໄລຍະ ປີ 2018-2019 ສວນກ້ວຍແຫ່ງດັ່ງກ່າວ ແມ່ນໄດ້ພົບກັບການລະບາດຂອງເຊື້ອພະຍາດ ທາງບໍລິສັດຈຶ່ງໄດ້ຢຸດຕິການປູກກ້ວຍແບບຖາວອນ ແລະ ໄດ້ຫັນມາປູກເບ້ຍໄມ້ໃຫ້ໝາກ ໂດຍຖືເອົາການປູກໝາກມີ້ ແລະ ຖົ່ວລຽນ, ຊຶ່ງໃນປີ 2020 ບໍລິສັດໄດ້ລົງມືປູກໝາກມີ້ ສາຍພັນແດງສຸລິຍາ ແລະ ສາຍພັນ ຖວາຍປີດຽວ ລວມ 20 ພັນກວ່າຕົ້ນ ໃນເນື້ອທີ່ລວມປະມານ 200 ກວ່າເຮັກຕາ ແລະ ໃນປີ 2021 ໄດ້ມາປູກຖົ່ວລຽນ ສາຍພັນໝອນທອງ 10 ພັນກວ່າຕົ້ນ ໃນເນື້ອທີ່ 100 ກວ່າເຮັກຕາ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ລາຍງານຂັ້ນຕອນວິທີການປູກ-ການນໍາເຂົ້າສາຍພັນ ການນໍາໃຊ້ແຮງງານ ເຂົ້າໃນການບົວລະບັດຮັກເບ້ຍໄມ້ ຈົນກວ່າໄດ້ຮັບຜົນຜະລິດຕື່ມອີກ.

ໃນປັດຈຸບັນຖືໄດ້ວ່າໄມ້ໃຫ້ໝາກ ປະເພດ ໝາກມີ້ ແລະ ຖົ່ວລຽນ ເປັນໝາກໄມ້ທີ່ຫລາຍຄົນນິຍົມບໍລິໂພກ, ມີຕະຫລາດຮອງຮັບຫລາຍທັງພາຍໃນ ແລະ ຕ່າງປະເທດ. ມາ

ຮອດປັດຈຸບັນ ໝາກໄມ້ພາຍໃນສວນແຫ່ງດັ່ງກ່າວ ເປັນຕົ້ນແມ່ນໝາກມີ້ ໄດ້ເລີ່ມໃຫ້ຜົນຜະລິດມາແລ້ວ 5 ປີ ແລະ ໄດ້ສົ່ງອອກຂາຍທັງພາຍໃນ ແລະ ຕ່າງປະເທດຈໍານວນໜຶ່ງ. ສ່ວນຕົ້ນຖົ່ວລຽນ ແມ່ນໄດ້ເລີ່ມແຕກດອກອອກໝາກເປັນປີທີ 2 ແລະ ເລີ່ມໃຫ້ຜົນຜະລິດແລ້ວ ຫລາຍກວ່າ 500 ກວ່າຕົ້ນ ແລະ ໄດ້ສົ່ງອອກຂາຍຕາມທ້ອງຕະຫລາດພາຍໃນ ເຫັນວ່າບໍ່ພຽງພໍຕາມຄວາມຕ້ອງການຂອງສັງຄົມ.

ໂອກາດດັ່ງກ່າວ ທາງບໍລິສັດຍັງໄດ້ຮຽກຮ້ອງໃຫ້ ທັງພາກລັດ ແລະ ພະແນກການທີ່ກ່ຽວຂ້ອງ ເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ອໍານວຍຄວາມສະດວກຕໍ່ກັບ ວຽກງານສົ່ງເສີມກະສິກໍາ ປູກຝັງ ຂະໜາດນ້ອຍ-ໃຫຍ່ ຢູ່ແຕ່ລະຂົງເຂດໃຫ້ນັບມື້ນັບຫລາຍ ເພື່ອແນໃສ່ສົ່ງເສີມການປູກໄມ້ໃຫ້ໝາກສົ່ງອອກໃຫ້ນັບມື້ນັບຫລາຍຂຶ້ນໃນອະນາຄົດ. ເນື່ອງຈາກສະພາບການຂົນສົ່ງໃນປັດຈຸບັນ ມີຄວາມສະດວກສະບາຍ ແລະ ວ່ອງໄວກວ່າເກົ່າ.

ໂອກາດດັ່ງກ່າວ, ທ່ານ ຄໍາແຫວນ ປັນຍານຸວົງ ຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງບໍລິສັດທີ່ໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານຢ່າງມີຜົນສໍາເລັດຢ່າງຕັ້ງໜ້າ ທັງເປັນການສ້າງວຽກເຮັດງານທໍາ ໃຫ້ພໍ່ແມ່ປະຊາຊົນ ບໍລິເວນຂອບເຂດໃກ້ຄຽງ ໄດ້ເຂົ້າມາມີສ່ວນຮ່ວມໃນການສະໜອງແຮງງານໃຫ້ມີຄວາມພຽງພໍຕາມຄວາມຮຽກຮ້ອງຕ້ອງການ ເພື່ອພັດທະນາເສດຖະກິດ ພາຍໃນຄອບຄົວໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ.

ຂ່າວ-ພາບ: ສຸກທະວີ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article