
ອີກໜຶ່ງພາກສ່ວນທີ່ສຳຄັນ ໃນການປະຕິບັດພາລະກິດຄົ້ນຫາ-ຊ່ວຍເຫລືອ ປະຊາຊົນ 7 ຊີວິດ ທີ່ຕິດຢູ່ໃນຖ້ຳທີ່ ບ້ານພັນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ຄືພາກສ່ວນແມ່ຄົວທີ່ຕັ້ງໜ້າຕັ້ງຕາລຳລຽງສະບຽງອາຫານ ແລະ ແຕ່ງຢູ່ຄົວກິນໃຫ້ຜູ້ປະຕິບັດໜ້າທີ່ພາກສ່ວນຕ່າງໆ.

ວັນທີ 27 ພຶດສະພາ 2026 ບັນດາແມ່ຄົວໄດ້ແຕ່ງກິນຫລາຍເມນູ ເຊັ່ນ: ຕົ້ມໄກ່ລາດ, ຈືນຊີ້ນໝູ, ແຈວໝາກເພັດດິບຫອມໆ ແລະ ອາຫານຈານເດັດ “ ຕຳໝາກຫຸງ ” ເພື່ອຊ່ວຍເຕີມພະລັງໃຫ້ທີມງານກູ້ໄພກ່ອນ ແລະ ຫລັງປະຕິບັດໜ້າທີ່.







