ກອງປະຊຸມການບໍລິຫານຈັດການນ້ຳ ແລະ ແຜນຮັບມືສຸກເສີນຂອງບັນດາໂຄງການເຂື່ອນໄຟຟ້າ ກະກຽມຄວາມພ້ອມກ່ອນເຂົ້າລະດູຝົນປະຈໍາປີ 2026

Must read

ວັນທີ 7 ພຶດສະພາ 2026 ກົມພະລັງງານ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈັດກອງປະຊຸມບໍລິຫານຈັດການນໍ້າ ແລະ ແຜນຮັບມືສຸກເສີນຂອງບັນດາໂຄງການເຂື່ອນໄຟຟ້າ ໂດຍການປະທານຂອງທ່ານ ເພັດສະຫວັນ ລັດຕະນະທົງໄຊ ຫົວໜ້າກົມພະລັງງານ, ມີຜູ້ເຂົ້າຮ່ວມຈາກຫ້ອງການ, ກົມ, ບັນດາພາກສ່ວນທີ່ກ່ຽວຂ້ອງ, ຊ່ຽວຊານສະເພາະດ້ານ, ກອງເລຂາຄະນະກຳມະທິການແມ່ນໍ້າຂອງສາກົນ, ສະມາຄົມເຂື່ອນ ແລະ ບັນດາໂຄງການເຂື່ອນໄຟຟ້າທົ່ວປະເທດເຂົ້າຮ່ວມ.

ວຽກງານການບໍລິຫານຈັດການນໍ້າ ເປັນວຽກງານໜຶ່ງທີ່ສຳຄັນ ຕໍ່ກັບ ການພັດທະນາເຂື່ອນໄຟຟ້າ ໃນ ສປປ ລາວ ເຊັ່ນ: ການບໍລິຫານຈັດການນ້ຳ ສຳລັບ ການຜະລິດພະລັງງານໄຟຟ້າ ແລະ ການບໍລິຫານຈັດການນໍ້າເພື່ອຕ້ານຖ້ວມ-ຕ້ານແລ້ງ, ແຜນຮັບມືສຸກເສີນ ແລະ ການຄຸ້ມຄອງຄວາມປອດໄພຂອງບັນດາເຂື່ອນໄຟຟ້າໃນທົ່ວປະເທດ ເປັນຕົ້ນແມ່ນ: ການກະກຽມຄວາມພ້ອມຮັບມືເຫດການສຸກເສີນຂອງໂຄງການ, ການຕິດຕາມສະພາບອາກາດໃນການເຂົ້າມາຂອງພາຍຸຝົນ, ການປ່ຽນແປງລະດັບນໍ້າຢູ່ທ້າຍເຂື່ອນ-ໜ້າເຂື່ອນ ແລະ ກົນໄກເຄື່ອງມືທີ່ນໍາໃຊ້ເຂົ້າໃນການແຈ້ງເຕືອນ, ເພື່ອຫຼຸດຜົນກະທົບທີ່ອາດຈະເກີດຂຶ້ນ ຕໍ່ກັບ ສິ່ງແວດລ້ອມ-ສັງຄົມ, ຊີວິດ ແລະ ຊັບສິນ ຂອງປະຊາຊົນທີ່ອາໄສຢູ່ລຸ່ມເຂື່ອນ ແລະ ໜ້າເຂື່ອນ.

ກົມພະລັງງານ, ກະຊວງ ອຄ ມີໜ້າທີ່ເປັນຈຸດໃຈກາງໃນການປະສານງານວຽກງານການບໍລິຫານຈັດການນ້ຳ, ແຜນຮັບມືສຸກເສີນ ແລະ ວຽກງານຄວາມປອດໄພຂອງເຂື່ອນ ໃນການສ້າງ ແລະ ປັບປຸງ ບັນດາກົດໝາຍ, ນິຕິກໍາ ແລະ ມາດຕະຖານ ກ່ຽວກັບ ເຕັກນິກໃນການບໍລິຫານຈັດການນໍ້າ, ແຜນຮັບມືສຸກເສີນ ແລະ ວຽກງານຄວາມປອດໄພຂອງເຂື່ອນໄຟຟ້າ ແລະ ສົມທົບກັບ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດແຜນຮັບມືສຸກຂອງໂຄງການພັດທະນາເຂື່ອນໄຟຟ້າ.

ກົດໝາຍຄວາມປອດໄພຂອງເຂື່ອນ, ມາດຕະຖານເຕັກນີກໄຟຟ້າຂອງລາວ, ລະບຽບການຄຸ້ມຄອງຄວາມປອດໄພຂອງເຂື່ອນ, ກອບໜ້າວຽກໃນການສ້າງແຜນຮັບມືສຸກເສີນ ແລະ ຂໍ້ຕົກລົງຕ່າງໆ ທີ່ມີ ແລະ ກໍາລັງປັບປຸງ ຫຼື ສ້າງໃໝ່ ແມ່ນມີຄວາມສໍາຄັນເປັນຢ່າງຍິ່ງ ຕໍ່ກັບ ການພັດທະນາພະລັງງານໄຟຟ້ານ້ຳຕົກຢູ່ ສປປ ລາວ.

ສະນັ້ນ, ກອງປະຊຸມໃນຄັ້ງນີ້ ຈຶ່ງໄດ້ເຕົ້າໂຮມບັນດາພາກສ່ວນທີ່ກ່ຽວຂ້ອງມາປະຊຸມປືກສາຫາລື, ແລກປ່ຽນຂໍ້ມູນ ແລະ ກະກຽມຄວາມພ້ອມກ່ອນເຂົ້າລະດູຝົນປະຈໍາປີ 2026 ນີ້ ເພື່ອເຮັດໃຫ້ການບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າໃຫ້ມີຄວາມປອດໄພ, ມີປະສິດທິຜົນ ແລະ ທັນຕໍ່ເຫດການນໍ້ານອງຕ່າງໆທີ່ອາດຈະເກີດຂຶ້ນ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article