ຢ່າເອົາຊີວິດໄປສ່ຽງກັບຄໍາວ່າຢາກລອງ ເພື່ອຄວາມມ່ວນຊົ່ວຄາວ

Must read

ຖືເປັນເລື່ອງທີ່ໜ້າເປັນຫ່ວງ ແລະ ອັນຕະລາຍທີ່ສຸດໃນປັດຈຸບັນ ກັບກະແສການນຳໃຊ້ ” ຄໍລະເຈນ ” ທີ່ບໍ່ແມ່ນອາ ຫານເສີມເພື່ອຄວາມງາມທຳມະດາ ແຕ່ພັດມີການປະ ສົມສານເສບຕິດ (ຫຼື ທີ່ມັກເອີ້ນກັນວ່າ “ຢາເຄນ້ຳ”, “ຄໍລະເຈນສາຍປາຕີ້”).ນີ້ຄື ຂໍ້ຄວາມເຕືອນສະຕິສຳລັບໄວລຸ້ນ ແລະ ຊາວໜຸ່ມທັງຫຼາຍ ໃຫ້ຮູ້ເທົ່າທັນໄພອັນຕະລາຍນີ້, ຢ່າເອົາຊີວິດໄປສ່ຽງກັບຄວາມມ່ວນຊົ່ວຄາວ.

ສິ່ງທີ່ກ່າວມານີ້ ມັນບໍ່ແມ່ນຄໍລະເຈນ ແຕ່ມັນຄືຢາພິດ ຫຼື ທີ່ເອີ້ນວ່າຄໍລະເຈນປະສົມສານເສບຕິດນັ້ນ ສ່ວນໃຫຍ່ແມ່ນການເອົາຢາອີ (Ecstasy), ຢາເຄ (Ketamine) ຫຼື ສານກົດປະສາດອື່ນໆ ມາບົດເປັນຜົງແລ້ວບັນຈຸໃສ່ຊອງຄໍລະເຈນເພື່ອຕົບຕາເຈົ້າໜ້າທີ່.ເມື່ອກິນເຂົ້າໄປ ມັນຈະອອກລິດທຳລາຍລະບົບປະສາດໂດຍກົງ ເຊັ່ນ: ເຮັດໃຫ້ເສຍສະ ຕິ, ເຮັດໃຫ້ເກີດອາການປະສາດຫຼອນ, ຄວບຄຸມຕົນເອງບໍ່ໄດ້,ເສຍອະນາຄົດ ແລະ ອາດຕົກເປັນເຫຍື່ອຂອງອາດຊະຍາກຳອື່ນໆ; ເຮັດໃຫ້ເສຍເງິນ ເສຍສຸຂະພາບເສຍອະນາ ຄົດ ຄື: ດ້ານຮ່າງກາຍ ໜ້າຕາຊຸດໂຊມ ( ກົງກັນຂ້າມກັບສັບພະຄຸນຄໍລະເຈນ),ສະໝອງເສື່ອມ,ຄວາມຈຳສັ້ນ.ຮ້າຍ ແຮງໄປກວ່ານັ້ນເປັນອັນຕະລາຍເຖິງຂັ້ນເສຍຊີວິດ ເຊັ່ນ: ເຮັດໃຫ້ຫົວໃຈລົ້ມເຫຼວ,ສານເສບຕິດເຫຼົ່ານີ້ເຮັດໃຫ້ຫົວໃຈເຕັ້ນຜິດຈັງຫວະຢ່າງຮຸນແຮງ; ເຮັດໃຫ້ລະບົບຫາຍໃຈຊຸດ ໂຊມ: ຫາກໃຊ້ເກີນຂະໜາດ ຫຼື ຮ່າງກາຍຮັບບໍ່ໄຫວ ອາດເຮັດໃຫ້ຢຸດຫາຍໃຈໄດ້ທັນທີ; ເຊິ່ງຄໍລະເຈນປະສົມສານເສບຕິດ ແມ່ນຜິດຕໍ່ລະບຽບກົດໝາຍ ຖ້າມີການຄອບຄອງ ຫຼື ເສບສານເຫຼົ່ານີ້ມີໂທດທາງອາຍາ.

ວິທີປ້ອງກັນ: ຢ່າຫຼົງເຊື່ອຄຳຊັກຊວນຂອງໝູ່ເພື່ອນທີ່ຊັກຊວນໃຫ້ລອງ “ຂອງແປກ” ຫຼື ບອກວ່າ “ກິນແລ້ວມີຄວາມສຸກ, ດີດ, ມ່ວນ” ໃຫ້ຟ້າວຖອຍຫ່າງທັນທີ.

ຊີວິດມີຄ່າກວ່າຄວາມມ່ວນຊົ່ວຄັ້ງຊົ່ວຄາວ, ຢ່າໃຫ້ຄຳວ່າ ‘ຢາກລອງ’ ກາຍເປັນຈຸດຈົບຂອງອະນາຄົດທີ່ສົດໃສ; ຢາກໃຫ້ໄວລຸ້ນລາວທຸກຄົນມີສະຕິ ແລະ ຫ່າງໄກຈາກຢາເສບຕິດທຸກຊະນິດ.

ໂດຍ: ບ່າວດອນຂຽວ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article