ຍີ່ປຸ່ນຕົກໃຈ! ເຕືອນສ່ຽງເກີດແຜ່ນດິນໄຫວຄັ້ງໃຫຍ່ຊ້ຳໃນ 1 ອາທິດ ຫຼັງແຜ່ນດິນໄຫວ 7.7 ເມື່ອວານ

Must read

ອົງການອຸຕຸນິຍົມວິທະຍາຂອງຍີ່ປຸ່ນ ໄດ້ອອກຄຳເຕືອນວ່າມີຄວາມສ່ຽງສູງທີ່ຈະເກີດແຜ່ນດິນໄຫວຄັ້ງໃຫຍ່ກວ່າເກົ່າພາຍໃນ 1 ອາທິດຂ້າງໜ້າ ເຖິງແມ່ນວ່າຈະຫາກໍຍົກເລີກຄຳເຕືອນສຶນາມິໄປແລ້ວ ຫຼັງເກີດເຫດແຜ່ນດິນໄຫວຂະໜາດ 7.7 ເມື່ອວານນີ້

ອົງການອຸຕຸນິຍົມວິທະຍາຂອງຍີ່ປຸ່ນ ຫຼື Japan Meteorological Agency (JMA) ລະບຸວ່າ ມີຄວາມເປັນໄປໄດ້ສູງກວ່າປົກກະຕິທີ່ຈະເກີດແຜ່ນດິນໄຫວຂະໜາດ 8.0 ແມັກນິຈູດຂຶ້ນໄປໃນຊ່ວງອາທິດໜ້າ ແລະ ອາດທຳໃຫ້ເກີດແຮງສັ່ນສະເທືອນຮຸນແຮງ ລວມທັງຄື້ນສຶນາມິທີ່ໃຫຍ່ກວ່າເດີມ

ໂດຍແຮງສັ່ນສະເທືອນທີ່ເກີດຂຶ້ນໃນທະເລນອກຊາຍຝັ່ງຈັງຫວັດອິວາເຕະເມື່ອວານນີ້ ສົ່ງຜົນໃຫ້ມີການປະກາດອົບພະຍົບປະຊາຊົນກວ່າ 170,000 ຄົນ ໃນຫຼາຍພື້ນທີ່ ລວມທັງບໍລິເວນຊາຍຝັ່ງຂອງເກາະຮອນຊູ ແລະ ຮອກໄກໂດ ໂດຍມີການແຈ້ງເຕືອນຄື້ນສຶນາມິສູງສຸດປະມານ 3 ແມັດ ເຖິງແມ່ນວ່າຄື້ນທີ່ເກີດຂຶ້ນຈິງຈະວັດໄດ້ປະມານ 80 ຊັງຕີແມັດ

ແຮງສັ່ນສະເທືອນສາມາດຮັບຮູ້ໄດ້ໄກຈົນເຖິງນະຄອນຫຼວງໂຕກຽວ ຂະນະທີ່ລະບົບຂົນສົ່ງບາງສ່ວນໄດ້ຮັບຜົນກະທົບ ແລະ ບ້ານເຮືອນບາງພື້ນທີ່ໄຟຟ້າດັບ ຢ່າງໃດກໍຕາມ ຍັງບໍ່ມີລາຍງານຜູ້ເສຍຊີວິດ ຫຼື ຄວາມເສຍຫາຍຮ້າຍແຮງ

ທາງການຍີ່ປຸ່ນຍັງຄົງຂໍໃຫ້ປະຊາຊົນຕິດຕາມສະຖານະການຢ່າງໃກ້ຊິດ ແລະ ຫຼີກເວັ້ນພື້ນທີ່ສ່ຽງ ໂດຍສະເພາະບໍລິເວນຊາຍຝັ່ງ ຈົນກວ່າຈະໝັ້ນໃຈວ່າປອດໄພ

ເຫດການຄັ້ງນີ້ເຮັດໃຫ້ຫຼາຍຄົນຫວນຄືນຄວາມຊົງຈຳເຖິງໂສກນາດຕະກຳປີ 2011 ແຜ່ນດິນໄຫວ ແລະ ສຶນາມິໂທໂຮກຸ ເຊິ່ງເປັນແຜ່ນດິນໄຫວຂະໜາດ 9.0 ແມັກນິຈູດ ທີ່ຄ່າຊີວິດຜູ້ຄົນກວ່າ 18,000 ຄົນ ແລະ ນຳໄປສູ່ວິກິດການນິວເຄລຍທີ່ໂຮງໄຟຟ້າຟຸກຸຊິມະ ຊຶ່ງນັບເປັນໜຶ່ງໃນໄພພິບັດທາງນິວເຄລຍທີ່ຮ້າຍແຮງທີ່ສຸດໃນໂລກ

ທັງນີ້ ຍີ່ປຸ່ນຕັ້ງຢູ່ເທິງວົງແຫວນແຫ່ງໄຟ ເຊິ່ງເປັນເຂດທີ່ເກີດແຜ່ນດິນໄຫວເລື້ອຍໆ ເຮັດໃຫ້ປະເທດຕ້ອງເຜີຊີກັບຄວາມສ່ຽງຈາກໄພທຳມະຊາດຢ່າງຕໍ່ເນື່ອງ.
ທີ່ມາ: BBC

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article