36 C
Vientiane
ວັນທີ 5 April, 2026

ຄະນະຈັດຕັ້ງສູນກາງພັກ ສະເໜີຄົ້ນຄວ້າ ການປ່ຽນຊື່ນະຄອນປາກເຊ ເປັນຊື່ນະຄອນຄໍາໄຕສີພັນດອນ.

Must read

ອີງຕາມແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ເລກທີ 521/ຄຈສພ ນະຄອນຫຼວງວຽງຈັນ, ລົງວັນທີ 24 ມີນາ 2026

ເຖິງ: ສະຫາຍ ເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງແຂວງຈໍາປາສັກ.

ເລື່ອງ: ການຄົ້ນຄວ້າການປ່ຽນຊື່ນະຄອນປາກເຊ ເປັນ ນະຄອນຄໍາໄຕ ສີພັນດອນ.

– ອີງຕາມ ມະຕິຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະຈັດຕັ້ງສູນກາງພັກ ສະບັບເລກ ທີ 28/ຄຈສພ, ລົງວັນທີ 01 ຕຸລາ 2025.

– ອີງຕາມ ບົດບັນທຶກກອງປະຊຸມປຶກສາຫາລື ກ່ຽວກັບການຄົ້ນຄວ້າສິ່ງທີ່ຄວນກໍານົດອະນຸສອນສະຖານໃຫ້ ແກ່ ປະທານ ຄໍາໄຕ ສິພັນດອນ ໃນວັນທີ 20 ກຸມພາ 2026.

– ອີງຕາມ ບົດລາຍງານ ການຄົ້ນຄວ້າການປ່ຽນຊື່ນະຄອນປາກເຊເປັນນະຄອນຄໍາໄຕ ສີພັນດອນ ຂອງກົມ ການປົກຄອງທ້ອງຖິ່ນ ສະບັບເລກທີ 75/ປທ, ລົງວັນທີ 23 ມີນາ 2026.

ເພື່ອເຮັດໃຫ້ການປ່ຽນຊື່ນະຄອນ ດໍາເນີນໄປຢ່າງຖຶກຕ້ອງຕາມກົດໝາຍ ແລະ ສອດຄ່ອງກັບນິຕິກໍາທີ່ ກ່ຽວຂ້ອງ, ຄະນະຈັດຕັ້ງສູນກາງພັກ ຂໍຖືເປັນກຽດແຈ້ງມາຍັງ ສະຫາຍ ເລຂາຄະນະພັກ, ປະທານຄະນະກໍາມະການ ປົກຄອງແຂວງຈໍາປາສັກ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງລຸ່ມນີ້:

1. ປະທານຄະນະກໍາມະການປົກຄອງແຂວງຈໍາປາສັກ ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອກະກຽມ ຮອບດ້ານໃນການປ່ຽນຊື່ ນະຄອນປາກເຊ ເປັນ ນະຄອນ ຄໍາໄຕ ສີພັນດອນ

2. ກະກຽມເອກະສານ ແລະ ຂໍ້ມູນຕ່າງໆ ທີ່ຈໍາເປັນເພື່ອຮ່າງບົດວິພາກໃນການປ່ຽນຊື່ນະຄອນ

3. ປະທານຄະນະກໍາມະການປົກຄອງແຂວງຈໍາປາສັກ ສະເໜີການປ່ຽນຊື່ນະຄອນ ຕໍ່ສະພາປະຊາຊົນແຂວງ ຈໍາປາສັກ ເພື່ອພິຈາລະນາຮັບຮອງ

4. ພາຍຫຼັງສະພາປະຊາຊົນແຂວງຈໍາປາສັກ ຮັບຮອງແລ້ວ, ປະທານຄະນະກໍາມະການປົກຄອງແຂວງຈໍາປາສັກ ສະເໜີການປ່ຽນຊື່ນະຄອນ ຫາລັດຖະບານ ໂດຍຜ່ານຄະນະຈັດຕັ້ງສູນກາງພັກ ເພື່ອພິຈາລະນາ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article