ໃນອາທິດຜ່ານມາ, ເຈົ້າໜ້າທີ່ສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ເຂົ້າມ້າງກຸ່ມແກ້ງກໍ່ອາຊະຍາກໍາທາງອິດເຕີເນັດ ຢູ່ໂຮງແຮມຫົວເຢ້ ເຂດຊັງຈຽງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ກັກຕົວໄດ້ 16 ຄົນ, ໃນນີ້ ສັນຊາດຈີນ 14 ຄົນ, ສັນຊາດໄທ 2 ຄົນ.

ພ້ອມນີ້ ຍັງສາດມາດຢຶດເຄື່ອງຂອງກາງໄດ້ ຄອມພິວເຕີຕັ້ງໂຕະ ຈໍານວນ 23 ເຄື່ອງ, ຄອມພິວເຕີ້ໂນດບຸກ ຈໍານວນ 3 ເຄື່ອງ, ຜົງສີເຫຼືອງຄ້າຍຄືສານເສບຕິດ ຈໍານວນ 2 ຖົງ, ຜົງສີຂາວຄ້າຍຄືສານເສບຕິດ ຈໍານວນ 3 ຖົງ, ຜົງສີເທົາຄ້າຍຄືສານເສບຕິດ ຈໍານວນ 1 ຖົງ, ຊອງສີແດງ, ຊອງສີຟ້າ, ຊອງສີສົ້ມ, ຊອງສີຂາວ ທີ່ມີຜົງຂາວຄ້າຍຄືສານເສບຕິດ ຈໍານວນ 132 ຊອງ, ຫົວນ໋ອດບັນຈຸນໍ້າສີແດງຄ້າຍຄືສານເສບຕິດ ຈໍານວນ 4 ຫົວ, ຫົວນ໋ອດທີ່ມີນໍ້າສີຂາວຄ້າຍຄືສານເສບຕິດ ຈໍານວນ 3 ຫົວ.

ປັດຈຸບັນ, ເຈົ້າໜ້າທີ່ກໍາລັງດໍາເນີນການສືບສວນ-ສອບສວນຜູ້ຖືກຫາ ເພື່ອຂະຫຍາຍຜົນຊອກຫາພັກພວກກຸ່ມແກ້ງມາດໍາເນີນຄະດີຕາມລະບຽບກົດໝາຍ.





ຂ່າວ: ຄໍາໂຖ





