ກໍລະນີ ເຫດການຊີງຊັບ ແລະ ຄາຕະກຳເຈົ້າຂອງຮ້ານມິນິມາກ ແຫ່ງໜຶ່ງ ຢູ່ບ້ານສະໜາມໄຊນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ຄືນວັນທີ 03 ກັນຍາ 2026 ແລ້ວເອົາຕົວຫຼົບໜີ.


ຫຼ້າສຸດໃນວັນທີ 04 ກັນຍາ 2026 ທາງເຈົ້າໜ້າທີ່ກໍສາມາດຈັບຕົວຄົນຮ້າຍໄດ້ແລ້ວ ທີ່ປ່າບ້ານທ່າສະໂນ ນະຄອນໄກສອນ ເນື່ອງຈາກມີພົນລະເມືອງດີພົບເຫັນຈຶ່ງແຈ້ງເຈົ້າໜ້າທີ່ລົງຈັບກຸມ ສ່ວນລາຍລະອຽດການສືບສວນຈະມາລາຍງານເພີ່ມເຕີມໃຫ້ຊາບພາຍຫຼັງ





