ກົມພະລັງງານ (ກພງ), ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ສະບັບເລກທີ 1016/ກພງ ລົງວັນທີ 15 ພຶດສະພາ 2026 ເພື່ອການກຽມຄວາມພ້ອມຮັບມື ຕໍ່ວຽກງານການບໍລິຫານຈັດການນໍ້າ, ແຜນຮັບມືສຸກເສີນ, ຄວາມປອດໄພຂອງເຂື່ອນ, ການລາຍງານຂໍ້ມູນນໍ້າປະຈໍາວັນໃນແບບຟອມອອນລາຍ (Google sheet) ປະຈໍາປີ 2026. ຜູ້ພັດທະນາໂຄງການ ຈະຕ້ອງປະຕິບັດ ດັ່ງລາຍລະອຽດດັ່ງນີ້:

1. ກວດກາສະພາບໂຄງສ້າງ, ອຸປະກອນ, ລະບົບກົນໄກການປິດ-ເປີດປະຕູລະບາຍນໍ້າ, ອາຄານລະບາຍນໍ້າ, ລະບົບໄຟສຳຮອງ, ພາຫະນະ ແລະ ເຄື່ອງມືຕອບໂຕ້ເຫດສຸກເສີນ ມີຄວາມພ້ອມໃຊ້ງານໃນສະພາບ ປົກກະຕິ ແລະ ເກີດເຫດສຸກ ເສີນ;
2. ຈະຕ້ອງເຜີຍແຜ່, ຝຶກຊ້ອມ ແລະ ຈໍາລອງ ແຜນຮັບມືສຸກເສີນຂອງໂຄງການ ໃຫ້ສໍາເລັດ ພ້ອມທັງປັບປຸງ ກົນໄກ-ເຄື່ອງມືທີ່ໃຊ້ເຂົ້າໃນການແຈ້ງເຕືອນໃຫ້ປະຊາຊົນ, ບ້ານ ແລະ ອົງການປົກຄອງທ້ອງຖິ່ນ ທີ່ນອນໃນເຂດຄວາມ ສ່ຽງນໍ້າຖ້ວມ, ມີສ່ວນຮ່ວມ, ມີສະຕິ ແລະ ກະກຽມຄວາມພ້ອມຮັບມືໃນທຸກກໍລະນີ;
3. ເພີ່ມທະວີການເຝົ້າລະວັງ-ພະຍາກອນອາກາດ, ຕິດຕາມ-ກວດກາຄວາມປອດໄພຂອງເຂື່ອນ ເປັນປົກກະຕິ-ຕໍ່ເນື່ອງ ຕາມທີ່ກຳນົດໄວ້ໃນຄູ່ມື ເປັນຕົ້ນ: ກວດກາພຶດຕິກຳເຂື່ອນດ້ວຍຕາເປົ່າ (Visual inspection), ຜ່ານບັນດາອຸປະກອນ ຕິດຕາມ (Dam Instruments monitoring) ພ້ອມທັງວິເຄາະຜົນ ແລະ ສົມທຽບກັບຄ່າກໍານົດໄວ້ໃນຄູ່ມື ຂອງແຕ່ລະ ອຸປະ ກອນ. ແຕ່ງຕັ້ງທີມງານອຸທົກກະສາດ ແລະ ເຄື່ອງມື ເພື່ອຕິດຕາມການກໍ່ຕົວຂອງພະຍຸ, ທິດທາງຂອງພາຍຸທີ່ຈະ ພັດຜ່ານແຕ່ລະຄັ້ງ, ປະເມີນປະລິມານນໍ້າໄຫຼເຂົ້າອ່າງ ແລະ ການລະບາຍນໍ້າອອກຈາກອ່າງ. ໃນເວລານານອງສູງ. ບໍລິສັດໂຄງການ ຈະຕ້ອງຄວບຄຸມອັດຕາການປ່ອຍນໍ້າຄື: ປະລິ ມານນໍ້າທີ່ຈະປ່ອຍອອກ ຫຼາຍກວ່າ ( > ) ປະລິມານການໄຫຼເຂົ້າອ່າງ. ພ້ອມນີ້, ໃຫ້ ອົງການປົກຄອງທ້ອງຖິ່ນ ຊ່ວຍປະສານແຈ້ງເຕືອນ ທຸກພາກສ່ວນຮັບຊາບ, ເຝົ້າລະວັງ ແລະ ກຽມພ້ອມຮັບມື ຫຼຸດຜ່ອນຜົນກະທົບ ທີ່ອາດຈະເກີດຂຶ້ນຢູ່ບໍລິເວນທ້າຍເຂື່ອນ ແລະ ໜ້າເຂື່ອນ;
4. ກ່ອນການປ່ອຍນໍ້າ ແລະ/ຫຼື ເປີດປະຕູລະບາຍນໍ້າລົ້ນ, ບໍລິສັດໂຄງການ ຕ້ອງແຈ້ງເຖິງກົມພະລັງງານ ເພື່ອຂໍການອະນຸມັດການປ່ອຍນໍ້າກ່ອນ ຢ່າງໜ້ອຍ ເຈັດວັນ (07) ລ່ວງໜ້າ (ຕາມທີ່ກຳນົດໄວ້ໃນ ມາດຕາ 40 ຂອງກົດໝາຍວ່າດ້ວຍ ດ້ວຍຄວາມປອດໄພຂອງເຂື່ອນ, ມາດຕາ 54 ຂອງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ (ສະບັບປັບປຸງ)). ໃນ ເວລາທີ່ປ່ອຍນໍ້າ ແລະ ຫຼັງການປ່ອຍນໍ້າ ທີ່ເຮັດໃຫ້ລະດັບນໍ້າມີການປ່ຽນແປງ (ເພີ່ມຂຶ້ນ-ຫຼຸດລົງກະທັນຫັນ) ບໍລິສັດ,ໂຄງການຕ້ອງມີມາດຕະການ, ຂັ້ນຕອນລະອຽດ ແລະ ປະຕິດບັດຕາມລະບຽບການ ຂອງກະຊວງອຸດສະຫະກຳ ແລະ ການຄ້າ ໂດຍສະເພາະ ຄໍາແນະນໍາວ່າດ້ວຍຄວາມປອດໄພເຂື່ອນ ຢ່າງເຂັ້ມງວດ. ເພື່ອປ້ອງກັນ, ຕອບໂຕ້ເຫດການສຸກ ເສີນ ແລະ ຫຼີກລ້ຽງ ແລະ/ຫຼື ຫຼຸດຜ່ອນຜົນກະທົບທີ່ອາດຈະເກີດຂຶ້ນຢູ່ເຂດທ້າຍ ແລະ ໜ້າເຂື່ອນ ໃນໄລຍະທີ່ເປີດປະຕູລະບາຍນໍ້າ;
5. ຮັບປະກັນຄວາມປອດໄພ ແລະ ປ້ອງກັນຜົນກະທົບຕໍ່ປະຊາຊົນໃນເຂດທ້າຍເຂື່ອນ ແລະ ໜ້າເຂື່ອນ, ໃຫ້ບໍລິສັດ ໂຄງການ ເອົາໃຈໃສ່ປະສານສົມທົບ ອົງການປົກຄອງທ້ອງຖິ່ນ, ຄະນະຄຸ້ມຄອງໄພພິບັດແຕ່ລະຂັ້ນ (ບ້ານ, ເມືອງ, ແຂວງ ແລະ ສູນກາງ) ເພື່ອແຈ້ງເຕືອນປະຊາຊົນ, ຫົວໜ່ວຍທຸລະກິດ ແລະ ໂຄງການອື່ນໆ ໃຫ້ຮັບຊາບ ແລະ ຕໍ່ເນື່ອງ;
6. ຖ້າມີກໍລະນີເກີດເຫດສຸກເສີນ ບໍລິສັດໂຄງການ ຕ້ອງເປັນເຈົ້າການຈັດຕັ້ງປະຕິບັດແຜນຮັບມີສຸກເສີນຢ່າງຮີບດ່ວນ ປະສານສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າແຂວງ, ຄະນະຄຸ້ມຄອງໄພພິບັດ ເພື່ອຫຼຸດຜ່ອນ ຜົນກະທົບ ຕາມລໍາດັບຂອງເຫດການສຸກເສີນ ແລະ ລາຍງານຜົນການປະຕິບັດວຽກງານດັ່ງກ່າວ ໃຫ້ ກພງ ແລະ ພາກສ່ວນທີ່ ກ່ຽວຂ້ອງ ຮັບຊາບຢ່າງຮີບດ່ວນ. ຕິດຕໍ່ປະສານ ຫາ ກົມພະລັງງານ. ທ່ານ ເພັດສະຫວັນ ລັດຕະນະທົງໄຊ, ຫົວ ໜ້າກົມ ເບີໂທ 020 9999 3388, ທ່ານ ວິທູນລະບັນດິດ ທຸມມະບຸດ, ຮອງຫົວໜ້າກົມ ເບີໂທ 020 5569 6556, ທ່ານ ແຫຼ້ ພິມພິສານ, ຫົວໜ້າພະແນກ, ເບີໂທ 020 5588 6161, ທ່ານ ຈັນທະພອນ ປັນຍາທອງ, ຫົວໜ້າພະແນກ, ເບີໂທ 020 9995 8235 ແລະ ທ່ານ ສຸກສັນ ຈັນທະລັງສີ, ຫົວໜ້າພະແນກ, ເບີໂທ 020 5663 5514 ຕະຫຼອດ 24 ຊົ່ວໂມງ;
7. ບໍລິສັດໂຄງການ ທີ່ສູນກາງຄຸ້ມຄອງ ຕ້ອງລາຍງານຂໍ້ມູນນໍ້າແບບລາຍວັນ ລົງໃນກຸ່ມ What’sApp, ປະກອບຂໍ້ມູນແບບ ອອນລາຍໃນ Google sheet ໃຫ້ຄົບຖ້ວນ ແລະ ສໍາເລັດກ່ອນເວລາ 09:00 ໂມງເຊົ້າ. ກໍລະນີເກີດສະພາບນໍ້ານອງສູງ ບໍລິສັດໂຄງການ ຕ້ອງເພີ່ມການລາຍງານນໍ້າເປັນລາຍຊົ່ວໂມງ (ຕາມຄວາມຮຽກຮ້ອງຂອງພາກລັດ) ຜ່ານຊ່ອງທາງ ຕ່າງໆທີ່ມີ ໃຫ້ທັນຕໍ່ສະພາບການ;
8. ສະເໜີ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຊ່ວຍອອກແຈ້ງການໃຫ້ ໂຄງການເຂື່ອນໄຟຟ້າ ພາຍໃຕ້ການຄຸ້ມ ຄອງຂັ້ນແຂວງ ຈັດຕັ້ງປະຕິບັດຕາມທີ່ກຳນົດໄວ້ໃນຂໍ້ 01 ຫາ ຂໍ້ 07 ຂອງແຈ້ງການສະບັບນີ້ ແລະ ມອບໃຫ້ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ ຊ່ວຍຈັດຕັ້ງປະຕິບັດ ຮ່ວມກັບຂະແໜງການທີ່ກ່ຽວຂ້ອງເປັນປົກກະຕິ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພີ່ມທະວີຕິດຕາມ-ກວດກາ, ເຝົ້າລະວັງ ແລະ ລາຍງານ ດ້ວຍຄວາມຮັບຜິດຊອບສູງ.





