CATEGORY

ເຫດການ

ເຈົ້າໜ້າທີ່ ຈັບຕົວຜູ້ຄ້າຂາຍຢາເສບຕິດ 3 ຄົນ ພ້ອມຂອງກາງ ແລະ ອາວຸດປືນ

ຫ້ອງຂ່າວ ປກສ ແຂວງຈໍາປາສັກ ລາຍງານວ່າ: ວັນທີ 02 ເມສາ 2026 ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ປະສານສົມທົບກັບເຈົ້າໜ້າທີ່ ປກສ ກຸ່ມ1 ແລະ ອຳນາດການປົກຄອງບ້ານລາດບົກ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ເຂົ້າກັກຕົວທ້າວ ໝ້ຽງ ອາຍຸ 24 ປີ ບ້ານທົ່ງທີງ...

ເກີດເຫດລົດບັນທຸກຕໍາກັນ ຢູ່ທາງໂຄ້ງບ້ານຊົ່ງຈ່າ ເມືອງນໍ້າບາກ ແຂວງຫລວງພະບາງ

ວັນທີ 6 ເມສາ 2026 ເກີດອຸປະຕິເຫດລົດບັນທຸຕໍາກັບລົດບັນທຸກ ຢູ່ລະຫວ່າງບ້ານກະເຈັດ-ບ້ານຊົ່ງຈ່າ ເມືອງນໍ້າບາກ ແຂວງຫລວງພະບາງ ບໍ່ມີຜູ້ໄດ້ຮັບບາດເຈັບ. ເຮັດໃຫ້ມີລົດຕິດຍາວ ຫລາຍຄັນ ຢູ່ບໍລິເວນດັ່ງກ່າວ. ພາບ: Mimee Seemoun

ຈັບຜູ້ກໍ່ເຫດຄາຕະກຳຍິງສາວ ແລ້ວຖິ້ມໄວ້ແຄມທາງທີ່ບ້ານບຶງວະ ນະຄອນໄກສອນ ແຂວງສະຫວັນນະເຂດ.

ຈາກເຫດການຄາຕະກຳສຸດສະເທືອນຂວັນທີ່ເກີດຂຶ້ນໃນວັນທີ ວັນທີ 21 ມີນາ 2026 ຜ່ານມາ, ໄດ້ມີປະຊາຊົນພົບສົບຍິງສາວ (ນາງ ວາດສະໜາ) ອາຍຸ 19 ປີ ເສຍຊີວິດຢູ່ປ່າຂ້າງທາງ ເຂດບ້ານບຶງວະ ນະຄອນໄກສອນ ພົມວິຫານ ຄາດວ່າຖືກຄາຕະກຳ. ຫຼັງຈາກນັ້ນເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ ຈຶ່ງເປີດປະຕິບັດການຊອກຈັບຜູ້ກໍ່ເຫດ ແລະ ຄັດຈ້ອນເປົ້າໝາຍ ຈຶ່ງສາມາດກັກຕົວຜູ້ກໍ່ເຫດ ຊື່ທ້າວ...

ກັກຕົວ ແລະ ປັບໃໝກຸ່ມລັກລອບຂຸດຄົ້ນແຮ່ຄໍາ ແລະ ນໍາໃຊ້ເຄື່ອງມືຫາປາທີ່ຜິດກົດໝາຍ

ຂ່າວສານອອນລາຍ ແຂວງອັດຕະປື ລາຍງານວ່າ: ເລີ່ມແຕ່ວັນທີ 16 ກຸມພາ ຫາ ວັນທີ 24 ກຸມພາ 2026, ຄະນະສະເພາະກິດ ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ປາບປາມກຸ່ມຜູ້ລັກລອບຂຸດຄົ້ນແຮ່ຄໍາ ແລະ ນໍາໃຊ້ເຄື່ອງມືຫາປາທີ່ຜິດກົດໝາຍ ສາມາດທັບມ້າງເປົ້າໝາຍ ແລະ ຢຶດເຄື່ອງຂອງກາງໄດ້ຫຼາຍລາຍການ ຄື: - ຢຶດຜ້າພົມປູຮ່ອນແຮ່ຄໍາ 8 ຜືນ...

ຈັບໄດ້ແລ້ວ! ໂຈນກໍ່ເຫດພະຍາຍາມຊີງຊັບ ຢູ່ຮ້ານມິນິມາກ ບ້ານສຸນັນທາ ນະຄອນໄກສອນ

ວັນທີ 29 ມີນາ 2026 ເວລາປະມານ 20:12 ນາທີ ມີຊາຍໜຸ່ມໃສ່ໝວກກັນນັອກ ຂັບຂີ່ລົດຈັກມາຈອດຢູ່ໜ້າຮ້ານລີມາດ ສາຂາ 2 ຢູ່ບ້ານສຸນັນທາ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ມືຖືອາວຸດປືນ ຍ່າງເຂົ້າມາໃນຮ້ານ ແລ້ວພະຍາຍາມຈະຊີງຊັບ ປຸ້ນເງິນນໍາ ພະນັກງານໜ້າເຄົ້າເຕີ ແຕ່ໂຊກດີມີລູກຄ້າຢູ່ໃນຮ້ານ ພະນັກງານອີກຄົນຈຶ່ງເອີ້ນຫາຜູ້ທີ່ເປັນຜູ້ຊາຍມາ ໂຈນຈຶ່ງບໍ່ສາມາດຊີງເອົາຊັບ ແລະ...

ເກີດອຸປະຕິເຫດ ລົດ 6 ລໍ້ປີ້ນ ຢູ່ເສັ້ນທາງບ້ານນ້ຳມອງ ເມືອງນໍ້າບາກ ເສຍຊີວິດ 2 ຄົນ

ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງຫຼວງພະບາງ ລາຍງານວ່າ: ວັນທີ 27 ມີນາ 2026 ເວລາ 08:32 ນາທີ ເກີດອຸປະຕິເຫດ ລົດ 6 ລໍ້ປີ້ນ ຢູ່ເສັ້ນທາງບ້ານນ້ຳມອງ ເມືອງນໍ້າບາກ ແຂວງຫລວງພະບາງ ພົບຜູ້ເສຍຊີວິດ 2 ຄົນ, ເພດຍິງ 1ຄົນ, ສັນຊາດລາວ. ຕາມການລາຍງານເບື້ອງຕົ້ນ: ລົດຄັນດັ່ງກ່າວເດີນທາງມາຈາກແຂວງອຸດົມໄຊ ເພື່ອໄປແຂວງຫລວງພະບາງ,...

ລາຍງານຈຳນວນຄວາມເສຍຫາຍ ຈາກພະຍຸໝາກເຫັບ ຢູ່ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ລວມ 17 ບ້ານ 5,490 ຫຼັງຄາເຮືອນ

ຄະນະກຳມະການຄຸ້ມຄອງ ໄພພິບັດ ນະຄອນຫຼວງວຽງຈັນ ໄດ້ລາຍງານ ວັນທີ 26 ມີນາ 2026 ນີ້ວ່າ: ສະພາບຄວາມເສຍຫາຍ ຈາກພະຍຸລະດູຮ້ອນທີ່ເກີດຂຶ້ນ ວັນທີ 22 ມີນາ 2026 ຢູ່ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ຈໍານວນ 17 ບ້ານ, 5,490 ຫຼັງຄາເຮືອນ, ໂຮງຮຽນ...

ຂ່າວຕ່າງປະເທດ ເຄື່ອງບິນ Air Canada Express ຕຳກັບລົດດັບເພີງ ໃນຂະນະທີ່ກຳລັງລົງຈອດຢູ່ນິວຢອກປິດສະໜາມບິນຊົ່ວຄາວ

ລາຍງານດ່ວນ: ເຄື່ອງບິນສາຍການບິນ Air Canada ປະສົບອຸບັດຕິເຫດຕຳກັບລົດດັບເພີງ ຢູ່ສະໜາມບິນໃນນິວຢອກ ມື້ນີ້ (ວັນທີ 23 ມີນາ 2026) ເວລາ 11:00 ນາທີ ຕາມເວລາປະເທດໄທ, ມີລາຍງານຂ່າວວ່າ: ເຄື່ອງບິນໂດຍສານແບບ Bombardier CRJ-900 ຖ້ຽວບິນ 646 ຂອງ Air Canada Express...

ຈັບຕົວກຸ່ມແກ້ງໄວລຸ້ນ 29 ຄົນ ນັດອາລະວາດ ຕີກັນ ແລະ ມົ້ວສຸມດື່ມຄໍລາເຈັນ, ກະທ່ອມ ມາສຶກສາອົບຮົມ

ປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ ລາຍງານວ່າ: ວັນທີ 12 ມີນາ 2026 ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ໄດ້ຮັບແຈ້ງຄວາມຈາກອໍານາດການປົກຄອງ ບ້ານໜອງໜ່ຽງ ເລື່ອງກຸ່ມຊາວໜຸ່ມ ໄວໜຸ່ມຈໍານວນໜຶ່ງ ນັດກັນອາລະວາດ ຕີກັນ ຢູ່ເຂດຄອງນໍ້າ ບ້ານໜອງໜ່ອງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ. ຈຶ່ງໄດ້ກວດກາສະຖານທີ່ຕົວຈິງ ພົບເຫັນກຸ່ມຊາວໜຸ່ມ ນັດພົບອາລະວາດຕີກັນ. ເຈົ້າໜ້າທີ່ສາມາດຈັບຕົວກຸ່ມແກ້ງໄດ້ 11...

ອ້າງວ່າອາລົມບໍ່ດີ !! ເອົາພ້າຟັນຄົນອື່ນຈົນເສຍຊີວິດ

ເວລາປະມານ 9 ໂມງ 50 ນາທີ 16 ມີນາ 2026 ເຈົ້າໜ້າທີ່ວິຊາສະເພາະ ກອງບັນຊາການ ປກສ ເມືອງ ບໍລິຄັນ ແຂວງບໍລິຄໍາໄຊ ໄດ້ຮັບແຈ້ງຄວາມທາງໂທລະສັບ ຈາກອໍານາດການປົກຄອງ ບ້ານ ນາແຫນ ວ່າ: ໄດ້ມີເຫດການປະຊາຊົນ ພາຍໃນບ້ານ ນາແຫນ ເມືອງບໍລິຄັນ ຊື່...

ຂ່າວລ່າສຸດ