CATEGORY

ຂ່າວພາຍໃນ

ປກສ ແຂວງສະຫວັນນະເຂດ ຈັບຕົວແກ້ງຄໍເຊັນເຕີໄດ້ຕື່ມ 141 ຄົນ ມີ 4 ສັນຊາດ

ວັນທີ 15 ພຶດສະພາ 2026 ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ນຳສົ່ງ ຜູ້ຖືກຫາ (ແກ້ງຄໍເຊັນເຕີ), ຈຳນວນ 141 ຄົນ, ຍິງ 46 ຄົນ. ມີ 4 ສັນຊາດຄື: - ສັນຊາດໄທ 100 ຄົນ, ຍິງ 42...

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ພົບປະໂອ້ລົມນັກຮົບຫັດແອບຝຶກອົບຮົມຕີພິເສດໃຕ້ຝຸ່ນ

ວັນທີ 15 ພຶດສະພາ ຜ່ານມານີ້, ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຮອງຫົວໜ້າຄະນະຊີ້ນໍາລວມການຈັດຕັ້ງຫັດແອບຝຶກອົບຮົມຕີພິເສດ ແລະ ການຊ້ອມຮົບຮ່ວມ ລາວ-ຣັດເຊຍ 2026 ພ້ອມດ້ວຍຄະນະ ໄດ້ລົງພົບປະໂອ້ລົມ ແລະ ຢ້ຽມຢາມພະນັກງານ-ນັກຮົບ ທຸກພາກສ່ວນທີ່ເຂົ້າຮ່ວມການຝຶກຊ້ອມໃນຄັ້ງນີ້ຢ່າງໃກ້ຊິດ. ໃນໂອກາດລົງພົບປະຄັ້ງນີ້, ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ ໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາ...

ຄະນະນຳ ແຂວງໄຊຍະບູລີ ຊຸກຍູ້ໂຄງການກໍ່ສ້າງຕ້ານເຈື່ອນ ຢູ່ 2 ເມືອງ

ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 15-16 ພຶດສະພາ 2026, ທ່ານ ບຸດສະກອນ ອິນທະລັງສີ ຮອງປະທານຄະນະກໍາມະການປົກຄອງແຂວງ ໄຊຍະບູລີ ພ້ອມດ້ວຍຄະນະ ລົງຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງຕ້ານເຈື່ອນນໍ້າເຫືອງຢູ່ເມືອງແກ່ນທ້າວ ແລະ ເມືອງບໍ່ແຕນ ແຂວງໄຊຍະບູລີ. ການລົງຕິດຕາມ ແລະ ຊຸກຍູ້ໂຄງການດັ່ງກ່າວ ກໍເພື່ອເປັນການກະຕຸກຊຸກຍູ້ໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງແຕ່ລະເມືອງ ແລະ ບັນດາບໍລິສັດທີ່ຮັບເໝົາກໍ່ສ້າງ...

ປກສ ແຂວງບໍ່ແກ້ວ ສົ່ງຕົວຜູ້ຖືກຫາໃຫ້ທາງການຈີນ ໄປດຳເນີນຄະດີ

ໃນວັນທີ 15 ພຶດສະພາ 2026 ຢູ່ທີ່ດ່ານສາກົນບໍ່ເຕນ-ບໍ່ຫານ ສປປ ລາວ-ສປ ຈີນ ໄດ້ມີພິທີມອບ-ຮັບຜູ້ຖືກຫາຄະດີສໍ້ໂກງຊັບທາງໂທລະຄົມ ( ຄໍເຊັນເຕີ) ສັນຊາດຈີນ ຈຳນວນ 79 ຄົນ, ຍິງ 2 ຄົນ ລະຫວ່າງ ກອງບັນຊາການ ປກສ ແຂວງບໍ່ແກ້ວ ສປປ ລາວ...

ຫາລື ການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງດ່ວນວຽງຈັນ-ຮ່າໂນ້ຍຊ່ວງທີ 2

ກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງດ່ວນວຽງຈັນ-ຮ່າໂນ້ຍຊ່ວງທີ 2 ແຕ່ເມືອງປາກຊັນ ຫາຊາຍແດນລາວ-ຫວຽດນາມ (ແທ້ງຖຸຍ) ເມືອງໄຊຈໍາພອນ ຈັດຂຶ້ນໃນວັນທີ 16 ພຶດສະພາ ຜ່ານມາ, ທີ່ແຂວງບໍລິຄໍາໄຊ ໂດຍການເປັນປະທານຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ມີທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງບໍລິຄຳໄຊ, ມີຄະນະຊີ້ນໍາ ແລະ...

ກອງຕຳຫລວດຈະລາຈອນ ເມືອງຈັນທະບູລີ ເອົາໃຈໃສ່ລະບາຍການສັນຈອນ ໃຫ້ມີຄວາມໂລ່ງລ່ຽນ

ກອງຕຳຫລວດຈະລາຈອນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ເພີ່ມທະວີ ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ ລະບາຍການສັນຈອນ ໃຫ້ຜູ້ໃຊ້ລົດໃຊ້ຖະໜົນ ໂດຍເນັ້ນໜັກໃນຈຸດທີ່ມີການຈະລາຈອນແອອັດ, ໜາແໜ້ນ ແລະ ຈຸດສຳຄັນຕ່າງໆພາຍໃນເມືອງ ໂດຍສະເພາະ ຈຸດເສັ້ນທາງສາມແຍກຫ້ວຍຫົງ (ຈຸດຕະຫລາດຫ້ວຍຫົງ) ໃຫ້ມີຄວາມໂລ່ງລ່ຽນ ໂດຍໄດ້ຈັດກຳລັງເຈົ້າໜ້າທີ່ ປະ ຈຳການໃນທຸກໆມື້ (ໃນໂມງລັດຖະການ) ນັບແຕ່ວັນຈັນເຖິງວັນສຸກ ໃນຊົ່ວໂມງຮີບດ່ວນ ທັງໃນຊ່ວງເຊົ້າ ແລະ ຊ່ວງແລງ...

ລາວ-ນິວຊີແລນ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວິນສ໌ຕັນ ປີເຕີ້ (Right Honorable Winston Peters) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ນິວຊີແລນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ...

ສະຫາຍ ອາດສະພັງທອງ ສີພັນດອນຢ້ຽມຂໍ່ານັບການນໍາຂັ້ນສູງ ສສ ຫວຽດນາມ ໄດ້ຮັບການຕ້ອນຮັບອັນອົບອຸ່ນ

ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງວຽງຈັນ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ ວັນທີ 12 ພຶດສະພາ ຜ່ານມາ ຢູ່ຫ້ອງວ່າການສູນກາງພັກ ສສ ຫວຽດ ນາມ ເນື່ອງໃນໂອກາດທີ່ນໍາພາຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ເດີນທາງມາຢ້ຽມຢາມ...

ປກສ ແຂວງອຸດົມໄຊ ກັກຕົວເປົ້າໝາຍຄົນເຂົ້າ-ອອກເມືອງ ຜິດກົດໝາຍ 50 ຄົນ.

ໃນເວລາ 15 ໂມງ 00 ນາທີ ຂອງວັນທີ 13 ພຶດສະພາ 2026 ໜ່ວຍສະເພາະກິດຫ້ອງສັນຕິບານ ແລະ ຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງອຸດົມໄຊ ລົງກວດກາຄົນຕ່າງປະເທດທີ່ມາພັກເຊົາຢູ່ 02 ຈຸດໂຮງແຮມເຂດບ້ານວັງໄຮ ເມືອງໄຊ ແຂວງອຸດົມໄຊ. ຜ່ານການລົງກວດກາຕົວຈິງພົບເຫັນຄົນຕ່າງປະເທດ ທີ່ມາພັກເຊົາລີ້ຊ້ອນບໍ່ຖືກຕ້ອງ ຈໍານວນ 50 ຄົນ,...

ເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ ມ້າງກຸ່ມແກ້ງຄໍເຊັນເຕີ.

ໃນວັນທີ 13 ພຶດສະພາ 2026 ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງສະຫວັນນະເຂດ,ສົມທົບກັບ ໄອຍະການປະຊາຊົນແຂວງ, ໄດ້ທຳການກວດຄົ້ນເຄຫະສະຖານເຊິ່ງເປັນປະເພດ ໂຮງແຮມ ຢູ່ບ້ານໜອງຜື ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ເຊິ່ງມີຂໍ້ມູນສົງໃສວ່າມີການເຄືອນໄຫວກໍ່ອາດສະຍາກຳ ທາງດ້ານຄອບພິວເຕີ ໃນນີ້ມີຄົນຕ່າງປະເທດທັງໜົດທີ່ເປັນຄົນສັນຊາດໄທຈຳນວນ 101 ຄົນ,ຍິງ 42 ຄົນ ແລະ ຢຶດເຄື່ອງຂອງກາງປະເພດຄອມພິວເຕີ,ໂທລະສັບມືຖື ຈຳນວນຫຼາຍລາຍການ. ປັດຈຸບັນແມ່ນຢູ່ໃນຂັ້ນຕອນການສືບສວນ-ສອບສວນ...

ຂ່າວລ່າສຸດ