CATEGORY

ຂ່າວແນະນຳ

ເມືອງທຸລະຄົມ ອອກແຈ້ງການເຂັ້ມງວດ! ຫ້າມໂຮງແຮມ-ເຮືອນເຊົ່າ ອຳນວຍຄວາມສະດວກໃຫ້ກຸ່ມສະແກມເມີ ແລະ ພະນັນອອນລາຍເດັດຂາດ!

ອີງຕາມແຈ້ງການຂອງຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວ ເມືອງທຸລະຄົມ ລົງເມື່ອວັນທີ 1 ກັນຍາ 2026 ກ່ຽວກັບການເພີ່ມທະວີການສະກັດກັ້ນ ແລະ ແກ້ໄຂອາຊະຍາກຳທາງດ້ານອິນເຕີເນັດ, ການພະນັນອອນລາຍ ແລະ ບັນດາສະແກມເມີ. ເນື້ອໃນສຳຄັນຂອງແຈ້ງການ: ການກຳຊັບບັນດາທຸລະກິດ ແລະ ສະຖານທີ່ພັກເຊົ່າທຸກປະເພດ ບໍ່ວ່າຈະເປັນໂຮງແຮມ, ອາພາດເມັ້ນ, ຕຶກອາຄານ, ເຮືອນພັກ, ເຮືອນສ່ວນຕົວ, ເຮືອນເຊົ່າ, ຫ້ອງແຖວ...

ວັດພູຈຳປາສັກ ສິ້ນສຸດການສຳປະທານຂອງພາກເອກະຊົນ ຕໍ່ໄປພາກລັດເຂົ້າຄຸ້ມຄອງ ເຕັມຮູບແບບ ນັບແຕ່ວັນທີ 1 ກັນຍາ 2026 ເປັນຕົ້ນໄປ

ນັບຕັ້ງແຕ່ວັນທີ 1 ກັນຍາ 2026 ເປັນຕົ້ນໄປ, ພາກລັດໄດ້ເຂົ້າຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງທ່ອງທ່ຽວມໍລະດົກໂລກວັດພູຈຳປາສັກຢ່າງເຕັມຮູບແບບ. ທັງນີ້, ກໍຍ້ອນວ່າໂຄງການພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ ຂອງກຸ່ມບໍລິສັດ ຍິ່ງໂຊກໄຊ ຈຳກັດຜູ້ດຽວ ຕາມໃບອະນຸຍາດລົງທຶນ ສະບັບເລກທີ 014-11/ຈຂ.ຈສ, ລົງວັນທີ 22 ມິຖຸນາ 2011 ໄດ້ສິ້ນສຸດກຳນົດອະນຸຍາດລົງທຶນແລ້ວ ໃນວັນທີ 22 ມິຖຸນາ...

ເຝົ້າລະວັງຝົນຕົກປານກາງຫາຕົກໜັກໃນຫຼາຍພື້ນທີ່ ເນື້ອທີ່ຝົນຕົກກວມ 50-60% ຢູ່ພາກໃຕ້ ແລະ ນະຄອນຫຼວງວຽງຈັນ

ສະພາບອາກາດ ປະຈຳວັນທີ (3 ກັນຍາ 2026) ຮ່ອງຄວາມກົດອາກາດຕ່ຳ ຫຼື ຮ່ອງຝົນ ຍັງພາດຜ່ານຢູ່ພາກກາງຂອງປະເທດລາວ ສົມທົບກັບກຳລັງຂອງລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ສະພາບດັ່ງກ່າວຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ເກືອບທຸກພາກ, ແລະ ມີຝົນຕົກໃນລະດັບປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ. ສະພາບອາກາດຕາມແຕ່ລະພາກ: ພາກເໜືອ: ມີຝົນຕົກຄ່ອຍຫາປານກາງ, ເນື້ອທີ່ປົກຄຸມຂອງຝົນ 20% - 30%,...

ແຈ້ງການ ມອດໄຟ ວັນທີ 03,05,08,10/09/2026

ແຈ້ງການ ມອດໄຟ ວັນທີ 03,05,08,10/09/2026 ລາຍລະອຽດແຈ້ງການດັ່ງລຸ່ມນີ້:

ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມ SCO Plus ເປັນຄັ້ງທຳອິດ ໃນນາມ “ຄູ່ເຈລະຈາ” ຢ່າງເປັນທາງການ

ໃນວັນທີ 31 ສິງຫາ ຫາ 1 ກັນຍາ 2026 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus Meeting) ຢູ່ທີ່ ນະຄອນຫຼວງບິສະເກັກ, ສາທາລະນະລັດ ກຽກກິດສະຖານ. ການເຂົ້າຮ່ວມໃນຄັ້ງນີ້ຖືເປັນກ້າວໂດດເດັ່ນ...

ແຈ້ງເຕືອນສັນຈອນ ເສັ້ນທາງ 28A ນ້ຳຖ້ວມສູງ ລົດບໍ່ສາມາດຜ່ານໄດ້

ອັບເດດ ແລະ ເຕືອນການສັນຈອນເສັ້ນທາງ ໃນເວລາ 07:20 ໂມງ ຂອງວັນທີ (02/09/2026) 28A ແຕ່ເທດສະບານເມືອງວິລະບູລີ ຫາ ບ້ານນາບໍ ເມືອງເຊໂປນ ຢູ່ຈຸດຫ້ວຍແຢງ ເຂດບ້ານໜອງກະແດ້ງ ເມືອງວິລະບູລີ ແຂວງສະຫວັນນະເຂດ ລະດັບນ້ຳຖ້ວມສູງ 80 ຊັງຕີແມັດ ລົດບໍ່ຍັງສາມາດສັນຈອນໄປມາໄດ້. ຂ່າວ:​ຊ່ອງຂ່າວເມືອງວິລະບູລີ

ສະພາບອາກາດປະຈຳວັນທີ 02 ກັນຍາ 2026

ສະພາບອາກາດປະຈຳວັນທີ 02 ກັນຍາ 2026 ຮ່ອງຄວາມກົດອາກາດຕ່ຳ (ຮ່ອງຝົນ) ຍັງຄົງພາດຜ່ານຢູ່ພາກກາງຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເຊິ່ງລັກສະນະນີ້ ຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ມີຝົນຕົກປານກາງຫາຕົກໜັກ ພ້ອມມີລົມພັດແຮງຢູ່ບາງເຂດໃນພາກກາງ ແລະ ພາກໃຕ້. ສະພາບອາກາດຕາມແຕ່ລະພາກດັ່ງນີ້:

ອຸຕຸ ເຕືອນຝົນຕົກເປັນບໍລິເວນກວ້າງ ກວມເອົາ 60-70% ຂອງເນື້ອທີ່ຊ່ວງຕອນແລງ ເວລາ 18:00 ຫາ 07:00 ໂມງ (ປະຈໍາວັນທີ 01 ກັນຍາ 2026)

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນສະພາບອາກາດ ປະຈຳວັນທີ 01 ກັນຍາ 2026 (ເວລາ 18:00 ຫາ 07:00 ໂມງ) ໃຫ້ຮູ້ວ່າ: ຮ່ອງຄວາມກົດອາກາດຕ່ຳ (ຮ່ອງຝົນ) ຍັງສືບຕໍ່ພັດຜ່ານຢູ່ເຂດພາກກາງ ແລະ ພາກໃຕ້ຂອງລາວ, ສົມທົບກັບລົມມໍລະຊຸມຕາເວັນຕົກທ່ຽງໃຕ້ ທີ່ມີກຳລັງປານກາງຫາແຮງ ປົກຫຸ້ມຢູ່ເກືອບທົ່ວໄປ. ສະພາບການດັ່ງກ່າວ ຈະສົ່ງຜົນໃຫ້ມີຝົນຕົກ ຟ້າຮ້ອງ...

ລາຄານ້ຳມັນໂລກເພີ່ມຂຶ້ນຫຼາຍກວ່າ 2.7% ຫຼັງຈາກສະຫະລັດ ແລະ ອີຣານ ເປີດສາກປະທະກັນຮອບໃໝ່

ລາຄານ້ຳມັນໂລກເພີ່ມຂຶ້ນຫຼາຍກວ່າ 2.7% ຫຼັງຈາກສະຫະລັດ ແລະ ອີຣານ ໄດ້ເປີດສາກໂຈມຕີຕອບໂຕ້ກັນຄັ້ງໃໝ່ໃນຮອບກວ່າ 1 ເດືອນ, ໃນຂະນະທີ່ ປະທານາທິບໍດີ ໂດນັລ ທຣຳ ຂູ່ວ່າຈะຕອບໂຕ້ການໂຈມຕີຂອງອີຣານຢ່າງຮຸນແຮງ. ເມື່ອວັນຈັນ ທີ 31 ສິງຫາ 2026, ລາຄານ້ຳມັນດິບປິດປັບຕົວສູງຂຶ້ນຫຼາຍກວ່າ 2.5% ຫຼັງຈາກການເປີດສາກໂຈມຕີທາງທະຫານຮອບໃໝ່ລະຫວ່າງສະຫະລັດອາເມລິກາ ແລະ ອີຣານ ໄດ້ຈຸດຊະນວນຄວາມກັງວົນກ່ຽວກັບພາວະອຸປະທານນ້ຳມັນຕຶງຕົວທົ່ວໂລກອີກຄັ້ງ, ໃນຂະນະທີ່ຄວາມຂັດແຍ້ງຍືດເຍື້ອເຂົ້າສູ່ເດືອນທີ...

ພາບຄວາມເສຍຫາຍ ຈາກໄພນ້ຳຖ້ວມຢູ່ 5 ບ້ານ ໃນເມືອງໄຊ ແຂວງອຸດົມໄຊ

ວັນທີ 31 ສິງຫາ 2026 ທ່ານ ສົມຈັນ ເທບພາລີ ຮອງເລຂາພັກເມືອງ,ປະທານຄະນະກຳມະການປົກຄອງເມືອງ ແລະ ທ່ານ ສຸລິວັດ ລັດຕະນະສິດທິ, ກຳມະການພັກເມືອງ ຫົວໜ້າຫ້ອງການກະສີກຳ ແລະ ສິງແວດລ້ອມເມືອງ ລົງຕິດຕາມຜົນກະທົບ ໄພນ້ຳຖ້ວມ ຢູ່ເຂດບ້ານບໍ່, ບ້ານແຟນ, ບ້ານກັດ, ບ້ານແສນລາດ ແລະ ບ້ານຫົວນ້ຳບາກ...

ຂ່າວລ່າສຸດ