CATEGORY

ເສດຖະກິດ-ສັງຄົມ

“ຍີ່ປຸ່ນ” ຂຶ້ນພາສີທ່ອງທ່ຽວ 3 ເທົ່າ ຊ້ຳເຕີມຄ່າປີ້ພຸ່ງ-ພິດສົງຄາມ

ລັດຖະບານຍີ່ປຸ່ນກຽມປັບຂຶ້ນພາສີທ່ອງທ່ຽວລະຫວ່າງຊາດ ຫຼື ທີ່ເອີ້ນກັນວ່າ "ພາສີຊາໂຍນາຣະ" ຈາກເດີມ 1,000 ເຢນ ເປັນ 3,000 ເຢນຕໍ່ຄົນ ເລີ່ມມີຜົນຕັ້ງແຕ່ວັນທີ 1 ກໍລະກົດ 2026 ສົ່ງຜົນໃຫ້ຕົ້ນທຶນການເດີນທາງເຂົ້າ-ອອກປະເທດເພີ່ມຂຶ້ນ ທ່າມກາງແຮງກົດດັນຈາກຄ່າປີ້ຍົນທີ່ປັບຕົວສູງຂຶ້ນຢູ່ແລ້ວ ການປັບຂຶ້ນພາສີຄັ້ງນີ້ມີເປົ້າໝາຍເພື່ອຮັບມືບັນຫາໂອເວີທູຣິສຶມ ຫຼື ສະພາວະນັກທ່ອງທ່ຽວລົ້ນເມືອງ ແລະ ເພື່ອເພີ່ມງົບປະມານໃນການພັດທະນາໂຄງລ່າງພື້ນຖານດ້ານການທ່ອງທ່ຽວ ໂດຍລັດຖະບານປະເມີນວ່າຈະສ້າງລາຍຮັບເພີ່ມປະມານ 130,000 ລ້ານເຢນໃນສົກງົບປະມານ 2026 ພາສີດັ່ງກ່າວຈະຖືກເກັບຈາກຜູ້ໂດຍສານທຸກຄົນທີ່ເດີນທາງອອກຈາກຍີ່ປຸ່ນ...

ຜູ້ໃຫ້ທຶນ ຈາກທະນາຄານລົງທຶນເອີຣົບ ຕິດຕາມກວດກາໂຄງການກໍ່ສ້າງເສັ້ນທາງ ນໍາໃຊ້ເງິນກູ້ ຈາກ EIB

ໃນວັນທີ 23-27 ກຸມພາ 2026 ຜູ້ໃຫ້ທຶນຈາກ ທະນາຄານລົງທຶນເອີຣົບ (EIB) ໄດ້ມາເຄື່ອນໄຫວເຮັດວຽກກັບກົມຂົວທາງ ເພື່ອຕິດຕາມ ການຈັດຕັ້ງປະຕິບັດ ບັນດາໂຄງການທີ່ ນໍາໃຊ້ ເງິນກູ້ ຈາກ EIB. ໃຫ້ກຽດຕ້ອນຮັບໂດຍ ທ່ານ ວັນທອງ ບຸດຕະນະວົງ ຫົວໜ້າກົມຂົວທາງແລະ ໄດ້ ນຳພາ ຄະນະຜູ້ໃຫ້ທຶນຈາກ ທະນາຄານລົງທຶນເອີຣົບ (EIB)...

ກອງປະຊຸມ ຄະນະສະເພາະກິດແກ້ໄຂບັນຫານໍ້າມັນເຊື້ອໄຟ ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ

ຂປລ. ກອງປະຊຸມຄະນະສະເພາະກິດແກ້ໄຂບັນຫານໍ້າມັນເຊື້ອໄຟ ຈັດຂຶ້ນໃນວັນທີ 26 ມີນາ 2026 ທີ່ສໍານັກ ງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາ ວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ, ຫົວໜ້າຄະນະສະເພາະກິດ, ມີບັນດາທ່ານ ໃນຄະນະ, ກອງເລຂາຄະນະສະເພາະກິດ, ຜູ້ຕາງໜ້າຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ...

ລາຄາຄຳໂລກປັບຕົວຫຼຸດລົງຢ່າງຕໍ່ເນື່ອງ ທ່າມກາງຄວາມກັງວົນຕໍ່ສົງຄາມອີຣານ ແລະ ສະພາວະຕະຫຼາດຜັນຜວນ

ລອຍເຕີ (Reuters) ແລະ ຊີເອັນບີຊີ (CNBC) ລາຍງານວ່າ: ນັກວິເຄາະເບິ່ງວ່າຄວາມຜັນຜວນຢ່າງຮຸນແຮງຂອງລາຄາຄຳມີທ່າອ່ຽງທີ່ຈະດຳເນີນຕໍ່ໄປໃນໄລຍະສັ້ນ ເນື່ອງຈາກນັກລົງທຶນພະຍາຍາມຫຼຸດຄວາມສ່ຽງ. ສົງຄາມໃນອີຣານໄດ້ກະຕຸ້ນຄວາມກັງວົນເລື່ອງເງິນເຟີ້, ເຮັດໃຫ້ການຄາດການກ່ຽວກັບການຫຼຸດອັດຕາເບ້ຍຫຼຸດລົງ ແລະ ສ້າງແຮງກົດດັນຕໍ່ການເຕີບໂຕຂອງເສດຖະກິດໂລກ. ຢ່າງໃດກໍຕາມ, ໃນໄລຍະຍາວ ບົດບາດຂອງຄຳໃນຖານະເປັນແຫຼ່ງສະສົມຄວາມຮັ່ງມີຈະກັບມາມີຄວາມສຳຄັນອີກຄັ້ງ. ສະຖານະການລາຄາຄຳໃນປັດຈຸບັນ ດ້ວຍຄວາມຂັດແຍ່ງໃນອີຣານທີ່ກ້າວເຂົ້າສູ່ອາທິດທີສີ່, ລາຄາຄຳໃນຕະຫຼາດສະປອດ (Spot Gold) ໄດ້ຫຼຸດລົງແລ້ວ 15% ນັບຕັ້ງແຕ່ເລີ່ມການສູ້ຮົບໃນວັນທີ 28 ກຸມພາ ແລະ...

ຄະນະທີມງານ ຂອງໂຄງການກະສິກຳ ແລະ ໂພສະນາການ ໄລຍະ 2 ລົງຕິດຕາມປະເມີນຜົນຢູ່ 2 ບ້ານ ຂອງເມືອງສະໝວຍ, ແຂວງສະລະວັນ

ໂຄງການກະສິກໍາເພື່ອໂພຊະນາການ ໄລຍະ 2 ດໍາເນີນການຈັດຕັ້ງປະຕິບັດວຽກງານ ພາຍໃຕ້ການສະໜັບສະໜູນງົບປະມານ ຈາກກອງທຶນໂລກເພື່ອການຄໍ້າປະກັນສະບຽງອາຫານ ຫຼື GAFSP ຜ່ານກອງທຶນສາກົນເພື່ອການພັດທະນາກະສິກໍາ ຫຼື IFAD ຈໍານວນ 38 ລ້ານໂດລາສະຫະລັດ ເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ ຂອງຄົວເຮືອນຜູ້ດ້ອຍໂອກາດ ຈໍານວນ 28,000 ຄົວເຮືອນ ຫຼື ປະມານ 168,000 ຄົນ ໃນພື້ນທີ່ເປົ້າໝາຍ...

ລັດຖະບານຜ່ອນຜັນບາງມາດຕາຂອງກົດໝາຍທີ່ກ່ຽວຂ້ອງສຳລັບນ້ຳມັນເຊື້ອໄຟ ເພື່ອຫຼຸດຜ່ອນຜົນກະທົບຕໍ່ສັງຄົມ

ເພື່ອຜັນຂະຫຍາຍມະຕິ ຂອງຄະນະປະຈໍາສະພາແຫ່ງ ຊາດ ວ່າດ້ວຍການຮັບຮອງການຜ່ອນຜັນການປະຕິບັດບາງມາດຕາ ຂອງກົດໝາຍ ວ່າດ້ວຍອາກອນຊົມໃຊ້ ແລະ ກົດໝາຍ ວ່າດ້ວຍພາສີ ສຳລັບນໍ້າມັນເຊື້ອໄຟ,ລັດຖະບານ ໄດ້ມີນະໂຍບາຍຫຼຸດພາສີຂາເຂົ້າ ແລະ ອາກອນຊົມໃຊ້ ສຳ ລັບນໍ້າມັນແອັດຊັງພິເສດ ເຮັດໃຫ້ພື້ນຖານການຄິດໄລ່ລາ ຄານຳເຂົ້າ ແລະ ຈໍາໜ່າຍນໍ້າມັນແອັດຊັງພິເສດ ເທົ່າກັບລາ ຄານໍ້າມັນແອັດຊັງທຳມະດາ, ທັງນີ້ ກໍເພື່ອເຮັດໃຫ້ການສະ ໜອງນໍ້າມັນແອັດຊັງໃນສັງຄົມ...

ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟໃຫ້ບໍລິການນໍ້າມັນເຄື່ອນທີ່ ຊ່ວຍເຫລືອສັງຄົມ

ຂປລ. ໃນວັນທີ 18 ມີນາ 2026 ນີ້, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ຈຳກັດ (NTP) ໄດ້ໃຫ້ບໍລິການນໍ້າມັນເຊື້ອໄຟແບບເຄື່ອນທີ່ ເພື່ອຊ່ວຍເຫລືອສັງຄົມໃນໄລຍະທີ່ນໍ້າມັນບໍ່ພຽງພໍ ໃຫ້ແກ່ຊາວນະຄອນຫລວງວຽງຈັນ ຢູ່ເຂດເສດຖະກິດພິເສດບຶງທາດຫລວງ ໂດຍແບ່ງອອກເປັນ 2 ຈຸດຄື: ຈຸດນໍ້າມັນກະຊວນ 2 ຄັນ ແລະ ຈຸດນໍ້າມັນແອັດຊັງ 4...

ບໍລິສັດ ຝຸ່ນໂປຕາສ ມອບເງິນ 1,2 ຕື້ກີບ ເພື່ອຈາລຶກປະຫວັດສາດ ບັ້ນຮົບປ້ອງກັນຕົວເມືອງທ່າແຂກ

ບໍລິສັດ ຝຸ່ນໂປຕາສ ມອບເງິນ 1,2 ຕື້ກີບໃຫ້ອົງການປົກຄອງແຂວງຄໍາມ່ວນເພື່ອປະກອບສ່ວນໃນການຈັດງານຕັ້ງກອງບຸນ ຈາລຶກປະຫວັດສາດ ບັ້ນຮົບປ້ອງກັນຕົວເມືອງທ່າແຂກ 21 ມີນາ 1946 ຄົບຮອບ 80 ປີ ແລະ ສ່ວນໜຶ່ງເພື່ອຈັດພິທີສະເຫຼີມສະຫຼອງ ອຸທິຍານແຫ່ງຊາດຫີນໜາມໜໍ່ເປັນມໍລະດົກໂລກທາງທໍາມະຊາດ ແຫ່ງທໍາອິດ ຂອງ ສປປ ລາວ. ພິທີມອບຮັບເງິນດັ່ງກ່າວໄດ້ຈັດຂຶ້ນໃນມື້ວານນີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ ມອບໂດຍ ທ່ານ ຢ໋າງສົວ...

ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ຮ່ວມກັນປຶກສາຫາລືແກ້ໄຂບັນຫານໍ້າມັນເຊື້ອໄຟ ໃນຕອນເຊົ້າວັນທີ 13 ມີນາ 2026

ໃນຕອນເຊົ້າວັນທີ 13 ມີນາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມປຶກສາຫາລືແກ້ໄຂບັນຫານໍ້າມັນເຊື້ອໄຟ ຄັ້ງທີ 4 ພາຍຫຼັງທີ່ໄດ້ຮັບຜົນກະທົບຈາກສະພາບຄວາມບໍ່ສະຫງົບ ຢູ່ເຂດຕາເວັນອອກກາງ ເຮັດໃຫ້ລາຄານໍ້າມັນເຊື້ອໄຟເໜັງຕີງເພີ່ມຂຶ້ນແຮງ ແລະ ປະລິມານການນໍາເຂົ້ານໍ້າມັນ ມີທ່າອ່ຽງຫຼຸດລົງ, ພາຍໃຕ້ການເປັນປະ ທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ແລະ...

“ທອງຄຳ” ຈະເປັນຜູ້ຊະນະໃນວິກິດການຮອບນີ້ຫຼືບໍ່?

ທ່າມກາງສະຖານະການສູ້ລົບໃນຕາເວັນອອກກາງ ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງການຂົນສົ່ງນ້ຳມັນຜ່ານຊ່ອງແຄບຮໍມຸສ ເຊິ່ງເປັນເສັ້ນທາງລຳລຽງພະລັງງານຫຼັກຂອງໂລກ ສ້າງຜົນກະທົບຕໍ່ລາຄານ້ຳມັນທີ່ປັບຕົວຂຶ້ນຢ່າງໄວວາ ແລະ ບີບໃຫ້ຕະຫຼາດການເງິນຕ້ອງທົບທວນສົມມຸດຕິຖານເດີມກ່ຽວກັບທ່າອ່ຽງເງິນເຟີ້ ແລະ ທິດທາງອັດຕາດອກເບ້ຍຂອງທະນາຄານກາງສະຫະລັດ (ເຟດ) ອີກຄັ້ງ. ໃນຊ່ວງບໍ່ກີ່ວັນທີ່ຜ່ານມາ ອັດຕາຜົນຕອບແທນພັນທະບັດລັດຖະບານສະຫະລັດ ປັບຕົວສູງຂຶ້ນ ໃນຂະນະທີ່ນັກລົງທຶນຫຼຸດຄວາມຄາດຫວັງຕໍ່ການຫຼຸດດອກເບ້ຍ ຫຼັງຈາກປະເມີນວ່າລາຄາພະລັງງານທີ່ພຸ່ງຂຶ້ນ ອາດຈະເຮັດໃຫ້ການນຳເງິນເຟີ້ກັບຄືນສູ່ເປົ້າໝາຍ 2% ເປັນໄປໄດ້ຍາກ ແລະ ອາດໃຊ້ເວລາດົນກວ່າທີ່ຄາດໄວ້. ຮົ່ວເຊັ່ງເຮັງວິເຄາະວ່າ ການສູ້ລົບທີ່ເກີດຂຶ້ນນີ້ ຖືເປັນ "ຊ໋ອກດ້ານອຸປະທານ" ທີ່ມີລັກສະນະກະຕຸ້ນເງິນເຟີ້ໂດຍກົງ...

ຂ່າວລ່າສຸດ