- Advertisement -spot_img

AUTHOR NAME

Pele

507 POSTS
0 COMMENTS

ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນສູງ ສ້າງຄວາມກົນດັນຕໍ່ອຸດສາຫະກຳທ່ອງທ່ຽວມາເລເຊຍ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ສຣີ ເຄເນສ ມິເຊວ ປະທານສະຫະພັນທ່ອງທ່ຽວມາເລເຊຍ ໄດ້ເປີດເຜີຍວ່າ: ຂະແໜງການທ່ອງທ່ຽວຂອງມາເລເຊຍກຳລັງປະເຊີນກັບແຮງກົດດັນດ້ານຄ່າໃຊ້ຈ່າຍໃນການດຳເນີນງານທີ່ເພີ່ມຂຶ້ນຍ້ອນລາຄານໍ້າມັນເຊື້ອໄຟທີ່ເພີ່ມສູງຂຶ້ນ ຊຶ່ງເປັນຜົນສະທ້ອນຂອງຄວາມເຄັ່ງຕຶງໃນຕາເວັນອອກກາງ. ໂດຍສ້າງຜົນກະທົບທີ່ແຜ່ລາມໄປທົ່ວອຸດສາຫະກຳ. ບົດລາຍງານຊີ້ໃຫ້ເຫັນວ່າ: ການເຈລະຈາກ່ຽວກັບແພັກເກດການທ່ອງທ່ຽວມັກຈະເຮັດລ່ວງໜ້າຫຼາຍເດືອນພາຍໃຕ້ສັນຍາທີ່ມີຜົນບັງຄັບໃຊ້ກັບຄູ່ຮ່ວມງານຕ່າງປະເທດ, ເຮັດໃຫ້ບໍລິສັດທ່ອງທ່ຽວບໍ່ສາມາດປັບລາຄາໄດ້ເມື່ອຄ່າໃຊ້ຈ່າຍເພີ່ມຂຶ້ນຢ່າງບໍ່ຄາດຄິດ. ບໍລິສັດຫຼາຍແຫ່ງອາໄສການບໍລິການລົດເມ, ເຮືອ ແລະ ເຮືອຂ້າມຟາກ ຊຶ່ງປະເຊີນກັບບັນຫາຄ່າໃຊ້ຈ່າຍນໍ້າມັນເຊື້ອໄຟສູງເຊັ່ນກັນ, ສ້າງຜົນກະທົບແຜ່ລາມທົ່ວລະບົບຕ່ອງໂສ້ມູນຄ່າການທ່ອງທ່ຽວ. ສະຫະພັນດັ່ງກ່າວໄດ້ຮຽກຮ້ອງໃຫ້ລັດຖະບານມາເລເຊຍຈັດຕັ້ງປະຕິບັດມາດຕະການຮີບດ່ວນ ເຊັ່ນ: ເງິນອຸດໜູນນໍ້າມັນເຊື້ອໄຟສຳລັບຜູ້ໃຫ້ບໍລິການຂົນສົ່ງ, ກົນໄກການຫຼຸດຜ່ອນຄ່າໃຊ້ຈ່າຍຊົ່ວຄາວສຳລັບບໍລິສັດທ່ອງທ່ຽວ ແລະນະໂຍບາຍສະຖຽນລະພາບໄລຍະສັ້ນ. ພ້ອມທັງເຕືອນອີກວ່າ:...

ສູນເສຍອົງຄະ 194 ແລະ 294 ແຂວງຊຽງຂວາງ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກອະດີດສະມາຊິກສະພາແຫ່ງຊາດ

ໃນລະຫວ່າງວັນທີ 4 ຫາ 5 ເມສາ 2026 ຜ່ານມານີ້, ທ່ານ ນາງ ບົວພັນ ລີໄກຢາ ອະດີດສະມາຊິກສະພາແຫ່ງຊາດ,ປະທານກຳມະທິການບັນດາເຜົ່າຄະນະປະຈຳສະພາແຫ່ງຊາດພ້ອມດ້ວຍໝູ່ເພື່ອນຈາກອະດີດໂຮງຮຽນວັດທະນາທຳສູນກາງ ໄດ້ພ້ອມກັນນຳເອົາວັດຖຸເຄື່ອງ ອຸປະໂພກ-ບໍລິໂພກ ແລະ ເຄື່ອງນຸ່ງ ມອບໃຫ້ສູນເສຍອົງຄະ 194 ແລະ 294 ແຂວງຊຽງຂວາງ ໃນມູນຄ່າ 187,000 000...

ແຈ້ງ​ການປັບ​​ຂຶ້ນ​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດເລີ່ມ​ປະ​ຕິ​ບັດ ວັນ​ທີ 07 ເມ​ສາ 2026 ເວ​ລາ 06:00 ໂມງ

ແຈ້ງ​ການ ກ​ົມ​ການ​ຄ້າ​ພາຍ​ໃນ ກະ​ຊວງ ອຸດ​ສ​າ​ຫະ​ກຳ ແລະ ກາ​ນ​ຄ້າ. ສະ​ບັບ​ເລກ​ທີ 0594/ກ​ຄ​ພນ ລົງ​ວັນ​ທີ 06 ເມ​ສາ 2026. ປັບ​​ຂຶ້ນ​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ເລີ່ມ​ປະ​ຕິ​ບັດ ວັນ​ທີ 07 ເມ​ສາ 2026 ເວ​ລາ 06:00 ໂມງ. #ປັບ​ລາ​ຄາ​ນ້ຳ​ມັນ​ແອັດ​ຊັງ ປັບ​ຂຶ້ນ 680 ກີບ/ລິດ ແລະ ນ້ຳ​ມັນ​ກາ​ຊວນ ປັບ​ຂຶ້ນ...

ເກີດເຫດລົດບັນທຸກຕໍາກັນ ຢູ່ທາງໂຄ້ງບ້ານຊົ່ງຈ່າ ເມືອງນໍ້າບາກ ແຂວງຫລວງພະບາງ

ວັນທີ 6 ເມສາ 2026 ເກີດອຸປະຕິເຫດລົດບັນທຸຕໍາກັບລົດບັນທຸກ ຢູ່ລະຫວ່າງບ້ານກະເຈັດ-ບ້ານຊົ່ງຈ່າ ເມືອງນໍ້າບາກ ແຂວງຫລວງພະບາງ ບໍ່ມີຜູ້ໄດ້ຮັບບາດເຈັບ. ເຮັດໃຫ້ມີລົດຕິດຍາວ ຫລາຍຄັນ ຢູ່ບໍລິເວນດັ່ງກ່າວ. ພາບ: Mimee Seemoun

ສະຫຼຸບວຽກງານ ວທ ທົ່ວປະເທດ ປະຈຳປີ 2025

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ໄດ້ຈັດກອງປະຊຸມສະຫຼຸບວຽກງານວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ທົ່ວປະເທດ ປະຈຳປີ 2025 ແລະ ທິດທາງປີ 2026 ຂຶ້ນໃນລະຫວ່າງວັນທີ 6-7 ເມສານີ້ ທີ່ນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ...

ສິງກະໂປ ເພີ່ມການຊ່ວຍເຫຼືອຄົວເຮືອນ ແລະ ເລັ່ງບັນເທົາທຸກພາກທຸລະກິດ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລໍເຣັນສວອງ ນາຍົກລັດຖະມົນຕີສິງກະໂປໄດ້ເປີດເຜີຍຜ່ານຄລິບວີດີໂອທີ່ເຜີຍແຜ່ຫວ່າງມໍ່ໆມານີ້ວ່າ, ທ່ານໄດ້ຮຽກປະຊຸມຄະນະກຳມະການລະດັບກະຊວງກ່ຽວກັບການຄຸ້ມຄອງວິກິດການພາຍໃນປະເທດ ເພື່ອປະສານງານການຕອບສະໜອງໃນລະດັບຊາດ. ໂດຍຄະນະກຳມະການດັ່ງກ່າວມີທ່ານ ເຄ. ຊານມູກາມ ລັດຖະມົນຕີກະຊວງປະສານງານຄວາມໝັ້ນຄົງແຫ່ງຊາດ ເປັນປະທານ ແລະ ທ່ານ ກັນ ຄິມຍອງ ຮອງນາຍົກລັດຖະມົນຕີ ເປັນທີ່ປຶກສາ. ທ່ານ ວອງ ກ່າວວ່າ: ສິງກະໂປຈະເພີ່ມທະວີມາດຕະການຊ່ວຍເຫຼືອຄົວເຮືອນ ແລະ ອອກມາດຕະການຊ່ວຍເຫຼືອແບບເປົ້າໝາຍສຳລັບພາກທຸລະກິດທີ່ໄດ້ຮັບຜົນກະທົບຢ່າງຮ້າຍແຮງ ເພື່ອຫຼຸດຜ່ອນຜົນກະທົບຈາກຂໍ້ຂັດແຍ່ງໃນຕາເວັນອອກກາງຕໍ່ລະບົບພະລັງງານຂອງສິງກະໂປທີ່ເພິ່ງພາອາໄສການນຳເຂົ້າເປັນຫຼັກ....

ກຳປູເຈຍ ສົ່ງອອກເຂົ້າເພີ່ມຂຶ້ນ 71% ໃນໄຕມາດທໍາອິດຂອງປີ 2026

ຂ່າວຕ່າງປະເທດລາຍງານໃນວັນທີ 4 ເມສາ ຜ່ານມາວ່າ: ບົດລາຍງານຈາກສະຫະພັນເຂົ້າກຳປູເຈຍ ທີ່ເຜີຍແຜ່ຫວ່າງມໍ່ໆມານີ້ລະບຸວ່າ, ກໍາປູເຈຍໄດ້ສົ່ງອອກເຂົ້າສານ ຈໍານວນ 361,578 ໂຕນໄປຍັງຕະຫຼາດສາກົນໃນໄຕມາດທຳອິດຂອງປີ 2026, ເພີ່ມຂຶ້ນ 71.3% ຈາກ 211,058 ໂຕນ ໃນໄລຍະດຽວກັນຂອງປີ 2025. ບົດລາຍງານລະບຸວ່າ: ກໍາປູເຈຍສ້າງລາຍຮັບຈາກການສົ່ງອອກເຂົ້າສານໄດ້ 207.5 ລ້ານໂດລາ ໃນລະຫວ່າງເດືອນມັງກອນ ຫາ ເດືອນມີນາຂອງປີນີ້,...

ອກສລ ສາມາດເກັບກູ້ລາຍຮັບມອບຄືນງົບປະມານແຫ່ງລັດໄດ້ທັງໝົດ 5,303.17 ຕື້ກີບ

ໃນຕອນເຊົ້າຂອງວັນທີ 6 ເມສາ ນີ້ ທີ່ໂຮງແຮມຮໍລິເດອິນ ນະຄອນຫຼວງວຽງຈັນ, ອົງການກວດສອບແຫ່ງລັດ (ອກສລ) ໄດ້ເປີດກອງປະຊຸມວຽກງານກວດສອບແຫ່ງລັດທົ່ວປະເທດ ປະຈຳປີ 2026 ຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຂອງທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີບັນດາທ່ານຮອງປະທານ ອົງການກວດສອບແຫ່ງລັດ, ຄະນະນໍາ ຂອງອົງການກວດສອບປະຈໍາພາກ, ຄະນະນໍາຂອງບັນດາກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ...

ກວດພົບໂຮງງານຜະລິດນໍ້າມັນເຊື້ອໄຟ ບໍ່ໄດ້ຄຸນນະພາບ ແລະ ປະລິມານການຜະລິດທີ່ນໍາເຂົ້າດ້ວຍສານມາກເກີ ພ້ອມທັງພົບຄ່າຊັນເຟີສູງ 1.331 PPM ເກີນມາດຕະຖານທີ່ກໍານົດ

ເມື່ອວັນທີ 4 ເມສາ 2026, ຄະນະຮັບຜິດຊອບຄຸ້ມຄອງຄຸນນະພາບນ້ຳມັນເຊື້ອໄຟ ພ້ອມດ້ວຍຫ້ອງກວດກາຄຸນນະພາບ ແລະ ຄຸ້ມຄອງບໍລິມາດນ້ຳມັນ (ກົມມາດຕະຖານ ແລະ ວັດແທກ) ໄດ້ລົງກວດກາ ໂຮງງານເປົ້າໝາຍແຫ່ງໜຶ່ງຢູ່ເຂດເສັ້ນທາງເລກທີ 13 ໃຕ້ ນະຄອນຫຼວງວຽງຈັນ ທີ່ສົງໄສວ່າເປັນແຫຼ່ງ ຜະລິດນ້ຳມັນບໍ່ໄດ້ມາດຕະຖານ. ຜ່ານກວດກາຕົວຈິງພົບວ່າ: ໂຮງງານດັ່ງກ່າວໄດ້ມີການຕິດຕັ້ງເຄື່ອງຈັກ ເພື່ອບົດຂີ້ເຫຍື້ອພລາສຕິກ ແລະ ກັ່ນນ້ຳມັນເຄື່ອງເກົ່າ ເພື່ອຜະລິດເປັນນ້ຳມັນເຊື້ອໄຟ ໂດຍບໍ່ມີໃບອະນຸຍາດດຳເນີນທຸລະກິດ,...

M moneyX ຮ່ວມມືກັບ Visa ເພື່ອເປີດທົດລອງບັດ VISA Prepaid Card ແລະ ພັດທະນາ Visa Pay ເພື່ອການຊຳລະເງິນດິຈິຕອນໃນລາວ ເເລະ ສາກົນ

ນະຄອນຫຼວງວຽງຈັນ, ວັນທີ 2 ເມສາ 2026. ໃຫ້ກຽດຮ່ວມພິທີເປີດງານໂດຍ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ຂອງກຸ່ມບໍລິສັດ ລາວ ໂທລະຄົມ ເເລະ ທ່ານ ມະໂນລິດ ຊຸມພົນພັກດີ...

Latest news

- Advertisement -spot_img